ຫຼາຍປະເທດໃນໂລກ ສັ່ງຊື້ຊຸດ Kit ທົດລອງເຊື້ອ SARS-CoV-2 ໂດຍ ຫວຽດນາມຜະລິດ

11:52 | 20/03/2020

ຍສໝ - ມາຮອດປະຈຸບັນ, ມີຫຼາຍປະເທດ ແລະ ວິສາຫະກິດສາກົນ ໄດ້ສັ່ງຊື້ເຄື່ອງຊຸດ Kit ທົດລອງເຊື້ອ SARS-CoV-2 ທີ່ຜະລິດໂດຍປະເທດ ຫວຽດນາມ.

ພາຍຫຼັງຜົນສຳເລັດຂອງການຄົ້ນຄ້ວາຜະລິດຊຸດກວດເຊື້ອໄວຣັດ SARS-CoV-2 (ຊຸດ Kit) ໂດຍວິທະຍາຄານ ເສນາຮັກເປັນເຈົ້າພາບ, ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຢີ ຫວຽດ - ອາ ປະຕິບັດ, ຫວຽດນາມໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ຜະລິດໄດ້ຊຸດ Kit ສາມາດກວດພົບໄວຣັດ SARS-CoV-2. ປັດຈຸບັນມີ 20 ປະເທດພວມເຈລະຈາຊື້ຊຸດ Kit ດັ່ງກ່າວຂອງຫວຽດນາມ.

ຫຼາຍປະເທດໃນໂລກ ສັ່ງຊື້ຊຸດ Kit ທົດລອງເຊື້ອ SARS-CoV-2 ໂດຍ ຫວຽດນາມຜະລິດ

ຊຸດ Kit ທົດລອງເຊື້ອ SARS-CoV-2 ໂດຍ ຫວຽດນາມຜະລິດ. (ພາບ: tuoitre)

ຊຸດ Kit ທົດ​ລອງເຊື້ອ​ SARS-CoV-2 ດັ່ງກ່າວ ຈະສະໜັບສະໜູນການກວດສອບບັນດາກໍລະນີ SARS-CoV-2 ທີ່ສົງໃສ ໄດ້ມີຜົນສຳເລັດໃນເວລາປະມານ 2 ຊົ່ວໂມງ. ລາຄາຊຸດ Kit ທົດ​ລອງເຊື້ອ​ SARS-CoV-2 ແມ່ນ 500.000 ດົ່ງ/ຊຸດ. ກ່ອນອື່ນໝົດ, ບໍລິສັດຫຸ້ນສ່ວນເຕັກໂນໂລຢີ ຫວຽດ - ອ໋າ ຈະສົ່ງອອກໄປຍັງອີຣານ, ແຟງລັງ, ມາເລເຊຍ, ຢູແກຼນ. ນະຄອນ ຮ່າໂນ້ຍ ກໍ່ໄດ້ສັ່ງຊື້ຊຸດ Kit 4000 ຊຸດ ເພື່ອນຳໃຊ້ຢູ່ຮ່າໂນ້ຍ ແລະ ມອບໃຫ້ບັນດາໂຮງໝໍຢູ່ອີຕາລີ - ເຊິ່ງເປັນປະເທດທີ່ເກີດໂລກລະບາດຢ່າງຮຸນແຮງຂອງເອີລົບໃນປັດຈຸບັນ.

(ຄຳຮຸ່ງ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ອ່ານຫຼາຍທີ່ສຸດ