ສະຫະລັດອາເມລິກາ ຊ່ວຍເຫຼືອອຸປະກອນການແພດ ສຳລັບ ສປປ.ລາວ ເພື່ອປ້ອງກັນເຊື້ອໄວຣັດ Corona

16:48 | 11/02/2020

ຍສໝ - ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ (USAID) ປະກາດວ່າ ໄດ້ສົ່ງມອບອຸປະກອນການແພດຕ່າງໆ ສຳລັບ ສປປ.ລາວ, ໃນນັ້ນມີແວ່ນຕາຄວາມປອດໄພ 440 ໜ່ວຍ ແລະ ຖົງມືການຜ່າຕັດ 1.500 ຄູ່.

ໃນວັນທີ 10 ເດືອນກຸມພາ, ລັດຖະບານສະຫະລັດອາເມລິກາ ກ່າວວ່າ ໄດ້ສະໜອງອຸປະກອນການແພດໃຫ້ແກ່ ສປປ.ລາວ ໃນການຊ່ວຍເຫຼືອຮອບທຳອິດຫຼັງຈາກ Washington ໄດ້ໃຫ້ຄຳໝັ້ນ ສັນຍາວ່າຈະໃຫ້ເງິນຈຳນວນ 100 ລ້ານໂດລາ ແກ່ບັນດາປະເທດເພື່ອຕໍ່ສູ້ກັບພະຍາດລະບົບຫາຍໃຈ ຂອງເຊື້ອໄວຣັດ corona (2019-nCoV) ເກີດມາຈາກ.

ອົງການຊ່ວຍເຫລືອສາກົນຂອງສະຫະລັດອາເມລິກາ ປະກາດວ່າ ໄດ້ສົ່ງມອບອຸປະກອນການແພດຕ່າງໆ ສຳລັບ ສປປ.ລາວ, ໃນນັ້ນມີແວ່ນຕາຄວາມປອດໄພ 440 ໜ່ວຍ ແລະ ຖົງມືການຜ່າຕັດ 1.500 ຄູ່.

ສະຫະລັດອາເມລິກາ ຊ່ວຍເຫຼືອອຸປະກອນການແພດ ສຳລັບ ສປປ.ລາວ ເພື່ອປ້ອງກັນເຊື້ອໄວຣັດ Corona

ພະນັກງານແພດທີ່ເຮັດວຽກຢູ່ໂຮງໝໍ ໃນເມືອງ Wuhan, ແຂວງ Hubei, ປະເທດຈີນ, ວັນທີ 4 ກຸມພາ 2020. (ພາບ: TTXVN)

ວົງການເຈົ້າໜ້າທີ່ການຕ່າງປະເທດ ສະຫະລັດອາເມລິກາ ກ່າວວ່າ ການຊ່ວຍເຫຼືອແກ່ ສປປ.ລາວ ແມ່ນການຊ່ວຍເຫຼືອຮອບທຳອິດພາຍໃນຂອບຂອງຄຳໝັ້ນສັນຍານີ້ ແລະ ມີຈຸດປະສົງຕົ້ນຕໍໃນການປ້ອງກັນ ເຊື້ອໄວຣັດ corona.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.