ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມຢູ່ລາວ

06:38 | 30/11/2020

ຍສໝ - ທີ່ພິທີ, ທ່ານນາງ ຈີ້ງທິເຕິມ, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ.

ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ ຄະ​ນະ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ມອບ​ຜ້າ​ອັດ​ປາກ​ດັງ​ໃຫ້ ​30.000 ອັນ ໃຫ້​ແກ່​ກຸ່ມ​ບັນ​ດາ​ສຳ​ນັກ​ງານ​ອົງ​ການ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ
ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ ສປປ.ລາວ: ມູນຄ່າການ ນໍາເຂົ້າ-ສົ່ງອອກສິນຄ້າ ແມ່ນສາມາດປະຕິບັດໄດ້ 75.267 ຕື້ກີບ ເທົ່າກັບ 67,79% ຂອງແຜນດັດແກ້
ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ
ສະຖານທູດຫວຽດນາມ ປະຈໍາ ລາວ ມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນວັນທີ 28 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈໍາ ລາວ ໄດ້ຈັດຕັ້ງພິທີມອບຜ້າອັດປາກ 75.000 ອັນ ໃຫ້ແກ່ປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດ ແລະຮໍ່າຮຽນຢູ່ລາວ. ທີ່ພິທີ, ທ່ານນາງ ຈີ້ງທິເຕິມ ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ໄດ້ກ່າວວ່າ, ຫວຽດນາມ ແລະລາວ ພວມຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ແຕ່ວ່າໃນປັດຈຸບັນ, ພະຍາດ ໂຄວິດ-19 ພວມຜັນແປຢ່າງສັບສົນ. ເພາະສະນັ້ນ, ທ່ານນາງ ຈີ້ງທິເຕິມ ປາດຖະໜາວ່າຂອງຂວັນດັ່ງກ່າວຈະໄດ້ນໍາໃຊ້ຢ່າງມີຄວາມໝາຍ, ປະກອບສ່ວນໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ປ້ອງກັນຕ້ານພະຍາດໂຄວິດ-19 ໃນໄລຍະຈະມາເຖິງ. ພ້ອມທັງ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສ ຢູ່ ລາວ.

ໃນຮອບເວລາເກືອບ 3 ເດືອນຜ່່ານມາ, ຫວຽດນາມ ບໍ່ພົບຜູ້ຕິດໂລກລະບາດໂຄວິດ-19 ໃໝ່ໃນຊຸມຊົນ ແລະ ບັນດາກໍລະນີຕິດເຊື້ອ ລ້ວນແຕ່ແມ່ນຜູ້ເຂົ້າເມືອງ ແລະ ໄດ້ແຍກຕົວ. ໄລ່ຮອດ ວັນທີ 29 ພະຈິກ, ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 62,55 ລ້ານ ຄົນ, ໃນນັ້ນມີຜູ້ເສຍຊີວິດຂຶ້ນເຖິງ 1,45 ລ້ານ ຄົນ.

ຕາມ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ສປປ.ລາວ ແລ້ວ, ຕະຫລອດໄລຍະ 11 ເດືອນກວ່າ ຂອງການລະບາດພະຍາດ, ລັດຖະບານ ສປປ.ລາວ ໄດ້ເອົາໃຈໃສ່ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ແລະ ວາງມາດຕະການຕ່າງໆອອກມາ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19, ຄວບຄຸມແຕ່ຫົວທີ ໂດຍມີການປະເມີນ ແລະ ປັບປຸງມາດຕະການໃຫ້ສອດຄ່ອງກັບສະພາບການໃນແຕ່ລະໄລຍະ. ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມ ຮ່ວມແຮງຮ່ວມໃຈກັນສືບຕໍ່ເປັນເຈົ້າການ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີວາງອອກ, ພ້ອມທັງຄຳແນະນຳ ຂອງຂະແໜງການກ່ຽວຂ້ອງ ຢ່າງເຄັ່ງຄັດ, ສືບຕໍ່ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ, ບໍ່ປະໝາດ ຫລື ປ່ອຍປະລະເລີຍ ຕໍ່ມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ ທີ່ມີຄວາມສ່ຽງໃນການຕິດເຊື້ອ, ສືບຕໍ່ປະຕິບັດການ ດຳລົງຊີວິດປົກກະຕິແບບໃໝ່ ແລະ ຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ ເມື່ອທ່ານເດີນທາງເຂົ້າມາ ສປປ ລາວ.

ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງ ສສ.ຫວຽດນາມ

ຍສໝ - ວັນທີ 24 ຕຸລາ, ຢູ່ນະຄອນຫຼວງ Ulan Bator, ສະຖານທູດຫວຽດນາມ ປະຈໍາ ມົງໂກນ ໄດ້ຈັດຕັ້ງພິທີປຸກລະດົມການບໍລິຈາກເງິນ, ສະໜັບສະໜູນເພື່ອແບ່ງປັນກັບພໍ່ແມ່ປະຊາຊົນຢູ່ພາກກາງທີ່ຖືກເສຍຫາຍຍ້ອນພະຍຸນໍ້າຖ້ວມໃນໄລຍະຜ່ານມາ.

ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ ສານຂອງທ່ານນາຍົກລັດຖະມົນຕີ ສປປ.ລາວ ກ່າວໃນກອງປະຊຸມທາງໄກໃນວັນສ້າງຕັ້ງອົງການ ສປຊ ຄົບຮອບ 75 ປີ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ສົ່ງສານເພື່ອສະແດງຄວາມຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄົບຮອບ ການສ້າງຕັ້ງອົງການສະຫະປະຊາຊາດ (ສປຊ) ຄົບຮອບ 75 ປີຜ່ານການບັນທຶກວິດີໂອ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ກັນຍາ 2020, ທີ່ອົງການ ສປຊ ທີ່ ນິວຢອກ, ສະຫະລັດ ອາເມຣິກາ.

ສະຖານທ ດຫວຽດນາມ ປະຈ າ ລາວ ມອບຜ າອ ດປາກ 75 000 ອ ນ ໃຫ ແກ ປະຊາຄ ມຊາວຫວຽດນາມຢ ລາວ ມອບ​ຜ້າ​ອັດ​ປາກ 10.000 ອັນ​ໃຫ້​ແກ່​ແຮງ​ງານ​ຫວຽດ​ນາມ ຢູ່​ ສ.ເກົາຫຼີ

ຍ​ສ​ໝ - ທີ່​ພິ​ທີ​ຕ້ອນ​ຮັບ, ທ່ານ ຕະ​ທິ​ແທງ​ທຸຍ, ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ແຮງ​ງານ​ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ ​ໄດ້​ຕາງ​ໜ້າ​ໃຫ້​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ​ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ເອົາ​ໃຈ​ໃສ່ ແລະ ໜູນ​ຊ່ວຍ​ຂອງ​ບໍ​ລິ​ສັດ​ສຳ​ລັບ​ຜູ້​ອອກ​ແຮງ​ງານ ຫວຽດ​ນາມ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສົ່ງ​ຈຳ​ນວນ​ຜ້າ​ອັດ​ປາກ​ນີ້ ໄປ​ຍັງ ສູນ​ໜູນ​ຊ່ວຍ​ແຮງ​ງານ​ຕ່າງ ປະ​ເທດ 11 ແຫ່ງ​ເພື່ອ​ສົ່ງ​ໄປ​ຍັງ​ຜູ້​ອອກ​ແຮງ​ງານ.

ໄຊພອນ

ເຫດການ
302 Found

Found

The document has moved here.