ປະຊາຊົນຫວຽດນາມຄຽງບ່າຄຽງໄລ່ກັບປະຊາຊົນກູບາເພື່ອຜ່ານຜ່າຄວາມຫຍຸ້ງຍາກ

11:56 | 01/05/2020

ຍສໝ - ນັ້ນແມ່ນຄຳຖະແຫຼງທີ່  ໄດ້ຄັດຈາກຈົດໝາຍຂອງ ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ສົ່ງເຖິງ ທ່ານ Fernando Gonzalez Llort ປະທານສະຖາບັນກູບາ  ມິດຕະພາບ.  

ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ ສະຖານທູດຫວຽດນາມປະຈຳ ສິງກະໂປ ແຈ້ງການກ່ຽວກັບການນໍາສົ່ງ ພົນລະເມືອງຫວຽດນາມກັບເມືອປະເທດ
ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ ບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດບໍລິຈາກເງິນເພື່ອຊື້ ຜ້າອັດປາກທາງການແພດ ມອບໃຫ້ແກ່ປະຊາຊົນສະຫະລັດອາເມລິກາ ຕ້ານພະຍາດ COVID-19
ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ແບ່ງປັນເນື້ອໃນຂອງຈົດໝາຍທັງໝົດ ດັ່ງຕໍ່ໄປນີ້:

ຮຽນ: ສະຫາຍ Fernando Gonzalez Llort - ປະທານສະຖາບັນ ກູບາ ມິດຕະພາບ ກັບບັນດາຊົນເຜົ່າ (ICAP)

ໃນສະພາບການຂອງການແຜ່ລະບາດ ຂອງ ໂລກລະບາດ COVID-19 ໃນໂລກມີຄວາມສັບສົນ, ເຮັດໃຫ້ມີຄົນເສຍຊີວິດຫລາຍຮ້ອຍພັນຄົນ, ປະຊາຊົນໃນໂລກລວມທັງຄົນ ປະຊາຊົນຫວຽດນາມ ຂໍແບ່ງປັນຄວາມຫຍຸ້ງຍາກ, ຕີລາຄາສູງຕໍ່ຄວາມພະຍາຍາມຂອງກູບາໃນການປ້ອງກັນພະຍາດ, ພ້ອມທັງຈິດໃຈສາກົນທີ່ບໍລິສຸດ ຂອງກູບາໃນການສົ່ງນັກຊ່ຽວຊານສາທາລະນະສຸກຫຼາຍກວ່າ 1.000 ຄົນ ມາຊ່ວຍເຫຼືອ ແລະ ສະໜັບສະໜູນສຳລັບຫລາຍໆປະເທດໃນທົ່ວໂລກເພື່ອຮັບມືກັບການລະບາດຂອງ COVID-19.

ພວກຂ້າພະເຈົ້າສະໜັບສະໜູນຢ່າງແຮງຕໍ່ມະຕິຂອງປະຊາຄົມສາກົນທີ່ຮຽກຮ້ອງໃຫ້ລັດຖະບານອາເມລິກາຍົກເລີກການປິດລ້ອມທາງເສດຖະກິດ, ການຄ້າ ແລະ ການເງິນທີ່ບັງຄັບໃຊ້ຕໍ່ກູບາ. ນະໂຍບາຍທີ່ບໍ່ມີເຫດຜົນດັ່ງກ່າວໄດ້ກາຍເປັນສິ່ງກີດຂວາງຕໍ່ກູບາ ໃນການຮັບເຄື່ອງຊ່ວຍເຫຼືອລວມມີອຸປະກອນການແພດ ເພື່ອຮັບໃຊ້ໃນການການຕໍ່ສູ້ກັບ COVID-19 ທີ່ປະເທດກູບາໃນປະຈຸບັນ.

ປະຊາຊົນຫວຽດນາມ ສະໜັບສະໜູນພາລະກິດຕໍ່ສູ້ອັນເປັນຄວາມຊອບທໍາຂອງປະຊາຊົນກູບາ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຄຽງບ່າຄຽງໄລ່ກັບປະຊາຊົນກູບາເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ໃນໄລຍະຜ່ານມາ, ສະຫະພັນມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ກູບາ ໄດ້ຈັດຕັ້ງການເຄື່ອນໄຫວສາມັກຄີຫຼາຍຢ່າງ ເພື່ອໜູນຊ່ວຍກູບາ. ສະມາຄົມມິດຕະພາບຫວຽດນາມ - ກູບາ ໄດ້ປຸກລະດົມການສະໜັບສະໜູນ ປະຊາຊົນກູບາ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆທີ່ເກີດຈາກການລະບາດຂອງພະຍາດ Covid -19, ມາຮອດປະຈຸບັນ ໄດ້ບໍລິຈາກເງິນສົດຫຼາຍກວ່າ 1,5 ຕື້ດົ່ງ.

ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການຊີ້ນຳຢ່າງສະຫຼາດຂອງພັກກອມມູນິດ ແລະ ລັດກູບາ, ການບໍລິຫານຂອງລັດຖະບານກູບາຢ່າງມີປະສິດທິຜົນ, ດ້ວຍຄວາມເຊື່ອໝັ້ນ ແລະ ເຈດຈຳນົງ, ກຳລັງແຮງຂອງປະຊາຊົນ, ກູບາຈະເອົາຊະນະທຸກຄວາມຫຍຸ້ງຍາກ ແລະ ເອົາຊະນະການແຜ່ລະບາດຂອງ COVID-19, ສືບຕໍ່ຈັດຕັ້ງປະຕິບັດຢ່າງມີຜົນສຳ ເລັດໃນຂັ້ນຕອນການປັບປຸງຮູບແບບເສດຖະກິດສັງຄົມນິຍົມ, ເປີດບາດກ້າວພັດທະນາໃໝ່ ໃນການສ້າງສາປະເທດຊາດອະທິປະໄຕ, ເອກະລາດ, ສັງຄົມນິຍົມ, ປະຊາທິປະໄຕ, ຄວາມຈະເລີນຮຸ່ງເຮືອງ ແລະ ຍືນຍົງ.

ຫວຽດນາມ - ກູບາ: ຄວາມສາມັກຄີຈະຊະນະຢ່າງແນ່ນອນ!

ດ້ວຍຄວາມນັບຖື,

ຫງວຽນເຟືອງງາ

ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ ສະຖານທູດຫວຽດນາມປະຈຳ ສິງກະໂປ ແຈ້ງການກ່ຽວກັບການນໍາສົ່ງ ພົນລະເມືອງຫວຽດນາມກັບເມືອປະເທດ

ຍສໝ - ສະຖານທູດຫວຽດນາມປະຈຳສິງກະໂປໄດ້ອອກແຈ້ງການກ່າວເຕື່ອນໃຫ້ພົນລະເມືອງຫວຽດນາມກັບເມືອປະເທດຕ້ອງປະຕິບັດຕາມລະບຽບການ.

ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ ບົດບາດຂອງແນວຮົບການທູດ ໄດ້ປະກອບສ່ວນເຂົ້າໃນໄຊຊະນະຄັ້ງປະຫວັດສາດ ວັນທີ 30 ເມສາ 1975

ຍສໝ - ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງການໂອ້ລົມສົນທະນາ ດ້ວຍຫົວຂໍ້ “ແຕ່ສົນທິສັນຍາ Paris ກ່ຽວກັບ ຫວຽດນາມ ຈົນເຖິງມະຫາໄຊລະດູບານໃໝ່ປີ 1975: ບົດບາດຂອງແນວໂຮມທາງການທູດປະກອບສ່ວນເຂົ້າໄຊຊະນະປະຫວັດສາດ ວັນທີ 30 ເມສາ”.

ປະຊາຊ ນຫວຽດນາມຄຽງບ າຄຽງໄລ ກ ບປະຊາຊ ນກ ບາເພ ອຜ ານຜ າຄວາມຫຍ ງຍາກ ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ຍສໝ - ໜັງສືພິມ Spiegel ໄດ້ມີບົດຂຽນຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.