ນັກຮຽນຮູ້ອົດສະຕາລີ: ຫວຽດນາມ ມີນະໂຍບາຍຮັບປະກັນການເຕີບໂຕໄລຍະຍາວ

17:51 | 13/10/2020

ຍສໝ​ - ຜູ້ຮອງສາດສະດາຈານ Suiwah Leung ໃຫ້ຮູ້ວ່າ ປະເທດຫວຽດນາມ ມີນະໂຍບາຍທີ່ດີ, ຈະສືບຕໍ່ມີບົດບາດສຳຄັນ ໃນການຮັບປະກັນການເຕີບໂຕຂອງເສດຖະກິດໄລຍະຍາວ ຂອງຫວຽດນາມ ພາຍຫຼັງ COVID-19.  

ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ JICA: ຊ່ວຍໃຫ້ຫວຽດນາມຟື້ນຕົວ ແລະ ພັດທະນາພື້ນຖານເສດຖະກິດ
ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ ພັດທະນາພື້ນຖານເສດຖະກິດແບບຍືນຍົງໃນອາຊຽນ+3

“ພາຍຫຼັງຄວບຄຸມໄດ້ການລະບາດຂອງພະຍາດຕິດເຊື້ອລະບົບຫາຍໃຈ COVID-19, ຫວຽດນາມ ໄດ້ບັນທຶກການເຕີບໂຕ 1,8% ຂອງລວມຍອດຜະລິດຕະພັນ (GDP) ໃນ ຼ6 ເດືອນ ຕົ້ນປີ 2020, ໃນຂະນະທີ່ບັນດາປະເທດໃນໂລກສ່ວນໃຫຍ່ ລ້ວນແຕ່ບັນທຶກການເຕີບໂຕທາງລົບ”, ນັ້ນແມ່ນການປະເມີນຂອງທ່ານ Suiwah Leung - ຜູ້ຮອງສາດສະດາຈານ ທີ່ສອນວິຊາເສດຖະສາດ Emeritus ທີ່ໂຮງຮຽນ Crawford, ມະຫາວິທະຍາໄລແຫ່ງຊາດອົດສະຕາລີ.

ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ
ສາຍຕ່ອງໂສ້ການປະກອບເຄື່ອງຈັກທີ່ໂຮງງານຂອງບໍລິສັດຫຸ້ນສ່ວນອັດຕະໂນມັດ ເຈື່ອງໄຮ THACO ຫວຽດນາມ. (ພາບ: TTXVN)

ທ່ານ Suiwah Leung ໃຫ້ຫູ້ວ່າ ອີງຕາມບົດລາຍງານການປະເມີນຜົນໃນເດືອນກໍລະກົດ ຂອງທະນາຄານໂລກ (WB), ການເຕີບໂຕພື້ນຖານເສດຖະກິດຫວຽດນາມໃນໄລຍະມໍ່ໆມານີ້ ແມ່ນມາຈາກສອງປັດໃຈເປັນຕົ້ນຄື ຄວາມຕ້ອງການການສົ່ງອອກ ແລະ ການໃຊ້ຈ່າຍພາຍໃນປະເທດ ໄດ້ມີເຕີບໂຕໃນສອງໄຕມາດໃນ ຼ6 ເດືອນ ຕົ້ນປີ 2020.

ແຕ່ເດືອນມັງກອນ ຫາກາງເດືອນເມສາ ປີ 2019, ການສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນ 13% ເມື່ອທຽບກັບເດືອນຜ່ານມາ. ໃນລະຫວ່າງໄລຍະເວລານີ້, ການຊົມໃຊ້ຈ່າຍພາຍໃນປະເທດ ໄດ້ຫຼຸດລົງອີກຄັ້ງ ຍ້ອນການໃຊ້ມາດຕະການຂອງການແຍກອອກຫ່າງໃນສັງຄົມ ແລະ ການປິດລ້ອມຢ່າງເຂັ້ມງວດ. ຈາກນັ້ນ, ໃນກາງເດືອນເມສາ ຫາທ້າຍເດືອນມິຖຸນາ, ພື້ນຖານເສດຖະກິດຫວຽດນາມໄດ້ເຂົ້າສູ່ສະພາບການຟື້ນຕົວ, ໃນນັ້ນການຜະລິດເພີ່ມຂຶ້ນ 30% ໃນຂະນະທີ່ການສົ່ງອອກສິນຄ້າຫຼຸດລົງ.

ຕາມການຄາດຄະເນຂອງທະນາຄານໂລກ, ລະດັບເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ຈະຢູ່ໃນລະດັບ 2,8-3% ໃນປີ 2020 ແລະ ຈະກັບຄືນສູ່ລະດັບກ່ອນເກີດວິກິດການ ໃນລະດັບ 6,8% ໃນປີໜ້າ.

ທະນາຄານໂລກເຊື່ອວ່າ ຫວຽດນາມຕ້ອງສືບຕໍ່ຊຸກຍູ້ການປະຕິຮູບ, ໂດຍຜ່ານການສ້າງຄືນໃໝ່ໂຄງປະກອບທະນາຄານ ແລະ ວິສາຫະກິດລັດ, ແລະ ກໍ່ສ້າງບັນດາສະຖາບັນສາທາລະນະທີ່ມີປະສິດຕິຜົນ ແລະ ມີຄວາມຮັບຜິດຊອບ.

ທ່ານສາດສະດາຈານ Suiwah Leung ສະຫຼຸບວ່າ ປະເທດຫວຽດນາມ ມີນະໂຍບາຍທີ່ດີ, ຈະສືບຕໍ່ມີບົດບາດສຳຄັນ ໃນການຮັບປະກັນການເຕີບໂຕຂອງເສດຖະກິດໄລຍະຍາວ ຂອງຫວຽດນາມ ພາຍຫຼັງ COVID-19.

ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ ADB: ພື້ນຖານເສດຖະກິດຫວຽດນາມ ໄດ້ຄາດວ່າຈະເຕີບໂຕ 1,8% ໃນປີ 2020 ແລະ ເພີ່ມຂື້ນ 6,3% ໃນປີ 2021

ຍສໝ - ຫວຽດນາມ ມີຄວາມສາມາດທີ່ຈະໄດ້ຮັບຜົນປະໂຫຍດຈາກທ່າອຽງການຄ້າ, ການລົງທືນ ແລະ ການຜະລິດທົ່ວໂລກໃນປະຈຸບັນ.

ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ

ຍສໝ - ອີງຕາມປະສິດທິພາບພື້ນຖານເສດຖະກິດຂອງ 97 ປະເທດຕັ້ງແຕ່ປີ 2000, ທະນາຄານໂລກ ໄດ້ກ່າວວ່າ ກຸ່ມບັນດາປະເທດທີ່ປະສົບຜົນສຳເລັດຫຼາຍທີ່ສຸດ ແລະ ພັດທະນາຢ່າງໂດດເດັ່ນໃນປະຈຸບັນ ປະກອບມີ 16 ປະເທດ, ໃນນັ້ນມີອິນເດຍ ແລະ ຫວຽດນາມ.

ນ ກຮຽນຮ ອ ດສະຕາລ ຫວຽດນາມ ມ ນະໂຍບາຍຮ ບປະກ ນການເຕ ບໂຕໄລຍະຍາວ 6 ຂໍ້ສະເໜີແນະ ສຳລັບການຮ່ວມມືລັດຖະສະພາເພື່ອຍົກສູງຄວາມສາມາດໃນການຟື້ນຟູເສດຖະກິດ

ຍສໝ - ນີ້ແມ່ນສານປະກາດຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໃນການວາລະເຮັດວຽກເປັນກຸ່ມໃນກອງປະຊຸມກຸ່ມທີ່ປຶກສາຂອງ AIPA (AIPA Caucus) ຄັ້ງທີ 11.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.