ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ

15:46 | 05/10/2020

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ.

ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ
ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ ທົ່ວໂລກມີ ຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 34,4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ
ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ
ພາບປະກອບ

ປະຈຸບັນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ 7.636.185 ຄົນ, ມີຜູ້ເສຍຊີວິດ 214.609 ຄົນ. ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່. ມາຮອດປະຈຸບັນ, ເປັນມື້ທີ 33 ຢ່າງລຽນຕິດ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົມ. ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 1.020 ໃນຈຳນວນ 1096 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ສປປ ລາວ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນເຂົ້າຮ່ວມ. ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 04 ຕຸລາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.310 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 576 ຄົນ (ແຮງງານລາວ ກັບມາແຕ່ໄທ 139 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 09 ຄົນ, ທັງໝົດແມ່ນ ຄົນຂັບລົດສົ່ງສິນຄ້າ, ຈຸດຜ່ານດ່ານ ລາວ-ຫວຽດນາມ 723 ຄົນ, ເຊິ່ງເຂົ້າມາໂດຍຖືກອະນຸຍາດຈາກ ຄະນະສະເພາະກິດ (ໃນນັ້ນມີນັກສຶກສາ 27 ຄົນ, ແຮງງານຫວຽດນາມ 128 ຄົນ, ນັກທຸລະກິດ 01 ຄົນ, ເຫລືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ສ່ວນຫລາຍແມ່ນ ເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ), ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ, ຄົນກໍາປູເຈຍ 01 ຄົນ ແລະ ອົດສະຕາລີ 01 ຄົນ, ເດີນທາງຜ່ານດ່ານ ລາວ-ມຽນມາ, ຜ່ານສະໜາມບິນສາກົນວັດໄຕ ບໍ່ມີ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີທັງໝົດ 43 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.475 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2

ຍສໝ - ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ຈາກ ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ປະທານຄະນະກຳມະການປະຊາຊົນແຂວງ; ມີໝູ່ຄະນະ ແລະ ບຸກຄົນ 6 ຄົນ ໄດ້ຮັບໃບຍ້ອງຍໍຈາກສະຫະພັນອົງການຈັດຕັ້ງມິດຕະພາບແຂວງ.

ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ ນຳ​ສົ່ງ​ພົນ​ລະ​ເມືອງ​ຫວຽດ​ນາມ 230 ຄົນ​ຈາກ​ໄທກັບ​ມາ​ປະ​ເທດ​ຢ່າງ​ປອດ​ໄພ

ຍ​ສໝ - ພາຍຫຼັງ​ເຮືອ​ບິນ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ສາ​ກົນ ເຕິນ​ເຊີນ​ເຍິດ, ຜູ້​ໂດຍ​ສານ​ທຸກ​ຄົນ​ໄດ້​ຮັບ​ການກວດ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ຕາມ​ຂໍ້​ກຳ​ນົດ

ທ ວໂລກມ ຜ ຕ ດເຊ ອພະຍາດໂຄວ ດ 19 ທ ງໝ ດ 35 388 156 ຄ ນ ໃນນ ນມ ຜ ເສຍຊ ວ ດ 1 041 537 ຄ ນ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 33.541.703 ຄົນ, ໃນນັ້ນ ມີ 1.006.072 ຄົນເສຍຊີວິດ

ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນປະຈຸບັນແມ່ນ 24.868.567 ຄົນ.

ໄຊພອນ

ເຫດການ
302 Found

Found

The document has moved here.