ຍສໝ - ໃນການແລກປ່ຽນຄຳເຫັນຮ່ວມກັບ ຫນັງສືພິມເອເລັກໂຕຣນິກລັດຖະບານ, ທ່ານ ຟ້າມດຶກລ້ວ, ຫົວໜ້າກົມຄຸ້ມຄອງເຂື່ອນປ້ອງກັນນ້ຳຖ້ວມ ແລະ ປ້ອງກັນ, ຕ້ານໄພພິບັດ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ), ໃຫ້ຮູ້ວ່າ ຮ່າງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານໄພພິບັດ (ສະບັບປ່ຽນແທນ) ແມ່ນໄດ້ຮັບການຄາດຫວັງວ່າ ຈະສ້າງບາດກ້າວບຸກທະລຸທາງດ້ານສະຖາບັນ, ຍົກສູງຄວາມສາມາດພາຍໃດການຮັບມືກັບໄພພິບັດ ພາຍໃດສະພາບການໃໝ່.
ຍສໝ - ໃນວັນທີ 18 ພະຈິກ, ທີ່ກອງປະຊຸມຂ່າວໃນໂອກາດສະເຫຼີມສະຫຼອງ 35 ປີ ແຫ່ງການພົວພັນລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ (EU), ທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ຫວຽດນາມ ໄດ້ປະເມີນວ່າ ຫວຽດນາມໄດ້ “ປັບປຸງຮອບດ້ານ” ໂຄງສ້າງກົດໝາຍຕ້ານການຫາປາ IUU ຢ່າງຄົບຖ້ວນ ແລະ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງທີ່ທາດແທ້, ແຕ່ການຍົກເລີກບັດເຫຼືອງຍັງຕ້ອງການເວລາຫຼາຍກວ່ານີ້ເພື່ອເສີມຂະຫຍາຍປະສິດທິພາບຂອງການປະຕິບັດໃນຂົງເຂດນີ້ໃຫ້ສົມບູນແບບ.
ຍສໝ - ວັນທີ 6 ກໍລະກົດ 2025, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະທະນາຍຄວາມ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການເຜີຍແຜ່, ສະເຫຼີຍດ້ານກົດໝາຍໃຫ້ແກ່ຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ສ.ເກົາຫຼີ.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ຫວຽດນາມ ຍົກເວັ້ນວີຊາໃຫ້ພົນລະເມືອງ 12 ປະເທດ, ກຳນົດເວລາອາໄສຢູ່ຊົ່ວຄາວ 45 ວັນ ນັບແຕ່ວັນເຂົ້າເມືອງ.
ຍສໝ - ວັນທີ 5 ພະຈິກ, ຄ້າຍທະຫານຊາຍແດນ ແຫ້ງຢີກ ໄດ້ສົມທົບກັບໂຮງຮຽນມດທະຍົມຊົນເຜົ່າເຄິ່ງກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ແຫ້ງຢີກ (ຕາແສງ ແຫ້ງຢີກ, ເມືອງ ເກວຟອງ, ແຂວງ ເຫງ້ອານ) ຈັດຕັ້ງການໂຄສະນາ, ເຜີຍແຜ່ການສຶກສາກົດໝາຍໃຫ້ແກ່ນັກຮຽນຊັ້ນ ມ4 ແລະ ມອບປື້ມ 100 ຫົວໃຫ້ແກ່ໂຮງຮຽນ.
ຍສໝ - ໃນຖານະເປັນສະມາຊິກຢ່າງຕັ້ງໜ້າໃນສະພາສິດທິມະນຸດ ສະຫະປະຊາຊາດ, ຫວຽດນາມ ໄດ້ປັບປຸງຄຳໝັ້ນສັນຍາໃນການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງບໍ່ຢຸດຢັ້ງ ໂດຍຜ່ານບັນດາການພະຍາຍາມເຮັດລະບົບນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບ. ບົດລາຍງານແຫ່ງຊາດກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ ຫວຽດນາມ ຕາມກົນໄກກວດກາຄືນປະຈຳໄລຍະສັງລວມດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໂດຍກະຊວງການຕ່າງປະເທດ ປະກາດໄດ້ເນັ້ນໜັກເຖິງບັນດາຜົນງານທີ່ສຳຄັນໃນຂົງເຂດນີ້, ພິເສດແມ່ນບັນດານະໂຍບາຍ, ກົດໝາຍທີ່ປະກາດໃຊ້ ເພື່ອປົກປ້ອງສິດທິຂອງບັນດາກຸ່ມຄົນທີ່ຖືກຄວາມສ່ຽງງ່າຍ ແລະ ສິດທິຂອງຜູ້ອອກແຮງງານ, ພ້ອມກັນນັ້ນ ກໍ່ຊຸກຍູ້ການພັດທະນາແບບຍືນຍົງ.
ຍສໝ - ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືຫຼາຍເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາ
ວັດທະນະທຳ ໄລຍະ ປີ 2025-2035, ກົດໝາຍວ່າດ້ວຍອົງການກຳມະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍການອາລັກຂາ...
ຍສໝ - ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຊິງເຫຍີດເຕິ່ນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ລາວ.
ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນໃຫ້ປະຊາຊົນສອງຟາກຊາຍແດນຫວຽດນາມ-ລາວ
ຍສໝ - ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ (BPD) ໄດ້ປຸກລະດົມການເສັງອອນໄລ “ຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການປ້ອງກັນຊາຍແດນຫວຽດນາມ”.
ກໍາລັງຮັກສາສັນຕິພາບຫວຽດນາມ ຮຽນກົດໝາຍວ່າດ້ວຍມະນຸດສະທຳສາກົນ
ໜູນຊ່ວຍດ້ານນິຕິກໍາ ໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ
ໄປພ້ອມກັບໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຊາຍແດນແຫ່ງຊາດໄວ້ໃຫ້ໝັ້ນຄົງ, ໃນໄລຍະຜ່ານມາ, ວຽກງານໂຄສະນາ, ເຜີຍແຜ່, ສຶກສາກົດໝາຍໃຫ້ຊາວປະມົງຢູ່ເຂດທະເລ ແລະປະຊາຊົນທີ່ດຳລົງຊີວິດຢູ່ລຽບຕາມຊາຍແດນກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຜັນຂະຫຍາຍຢ່າງຄົບຊຸດດ້ວຍຫຼາຍຮູບການ, ອຸດົມສົມບູນ, ຕິດແທດກັບສະພາບຕົວຈິງ.
ຜູ້ແທນໄດ້ຮັບຟັງການແນະນຳຂໍ້ກຳນົດສາກົນກ່ຽວກັບການຄວບຄຸມດ້ານການຄ້າຍຸດທະສາດ ເຊິ່ງໄດ້ກຳນົດໃນມະຕິເລກທີ 1540 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ.
ບັນດາເນື້ອໃນ, ນະໂຍບາຍໃໝ່ຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມປີ 2020 ແລະ ເອກະສານແນະນຳການປະຕິບັດສະບັບຕ່າງໆ ຕ້ອງໄດ້ຮັບການຍູ້ແຮງໂຄສະນາ, ເຜີຍແຜ່, ຖືນີ້ແມ່ນໜ້າທີ່ຈຸດສຸມຕ້ອງສຸມໃສ່ປະຕິບັດໃຫ້ລຸລ່ວງໃນປີ 2022 ແລະ ໃນຊຸມປີຕໍ່ໄປ.
ໃນວັນທີ 16 ມີນາ 2021 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກົມນິຕິກຳ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສົມທົບກັບ ກະຊວງກ່ຽວຂ້ອງ ຈັດສຳມະນາກ່ຽວກັບ ການສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຂັ້ນສູນກາງ, ໂດຍໄດ້ຮັບການສະໜັບສະໜູນ ຈາກແຜນງານ ມີສ່ວນຮ່ວມ ຂອງປະຊາຊົນ ຕໍ່ວຽກງານການປົກປ້ອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA), ໂດຍເຂົ້າຮ່ວມເປັນ ປະທານຂອງ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງລັດຖະມົນຕີ ກະຊວງ-ອົງການ ລັດທຽບເທົ່າກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ລາຍງານໃຫ້ຮູ້ ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ນີ້ວ່າ: ຮ່າງກົດໝາຍວ່າດ້ວຍການຮ່ວມມື ລະຫວ່າງປະເທດທາງອາຍາ ສະບັບສ້າງໃໝ່ ປະກອບມີ IX ພາກ, 6 ໝວດ, 54 ມາດຕາ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນມື້ທີ 6 ໃນວັນທີ 1 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍສະມາຊິກສະພາໃນແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນມື້ທີ 5 ຂອງການດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຕອນເຊົ້າວັນທີ 30 ມິຖຸນາ 2020 ພາຍໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາ ແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ ຕ່າງກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍ ການປັບປຸງບາງມາດຕາຂອງ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນ ຂັ້ນແຂວງ ແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ທັງນີ້ ກໍເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສາມາດນຳໄຊ້ຈັດຕັ້ງ ປະຕິບັດພາລະບົດບາດ, ສິິດ ແລະ ໜ້າທີ່ຕົວຈິງ.