ຊາວຫວຽດນາມ ຢູ່ ຕ່າງປະເທດໄດ້ມີການປະກອບສ່ວນອັນລ້ຳຄ່າ ແລະ ແທດຈິງ ໃນການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19

06:15 | 30/04/2020

ຍສໝ - ນີ້ແມ່ນບັນດາຄຳເຫັນປະກອບຈາກຈົດໝາຍ ຂອງທ່ານ ດັ້ງມິງຄອຍ  ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳ ມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ເພື່ອສົ່ງຈົດໝາຍຂໍຂອບໃຈມາຍັງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດທີ່ໄດ້ພ້ອມກັບ ປະເທດຊາດ ໃນການປ້ອງກັນ COVID-19 ໃນວັນທີ 28/4.    

ຊາວຫວຽດນາມ ຢ ຕ າງປະເທດໄດ ມ ການປະກອບສ ວນອ ນລ ຳຄ າ ແລະ ແທດຈ ງ ໃນການປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19
ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ.(ພາບ:Vnexpress)

ວາລະສານ ຍຸກສະໄໝ ຂໍແບ່ງປັນເນື້ອໃນຈົດໝາຍທັງໝົດ ດັ່ງຕໍ່ໄປນີ້:

ຈົດໝາຍສະແດງຄວາມຂອບອົກຂອບໃຈ

ຊາວຫວຽດນາມ ຢູ່ ຕ່າງປະເທດ ທີ່ຮັກແພງ

ໃນໄລຍະທີ່ຜ່ານມາ, ເພື່ອຕອບສະໜອງຕາມການຮຽກຮ້ອງຂອງ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະ ສູນກາງແນວໂຮມປະເທດຊາດຫວຽດນາມ ໃນວັນທີ 17 ມີນາ, ຊາວຫວຽດນາມ ຢູ່ ຕ່າງປະເທດ ໄດ້ພ້ອມກັບປະເທດຊາດ ເພື່ອສະໜັບສະໜູນ ແລະ ມີການປະກອບສ່ວນຫລາຍຢ່າງລວມທັງການສົ່ງກັບຄືນປະເທດບັນດາເຄື່ອງມືການແພດ, ອຸປະກອນການແພດ, ເງິນສົດ ແລະ ການໂອນເຕັກໂນໂລຢີເຂົ້າໃນການຜະລິດເຄື່ອງຈັກ ແລະ ອື່ນໆ ເພື່ອຮັບໃຊ້ການປ້ອງກັນການລະບາດຂອງຫວຽດນາມ.

ການປະກອບສ່ວນທີ່ແທ້ຈິງ ແລະ ມີຄຸນຄ່າຂອງຊາວຫວຽດນາມ ຢູ່ ຕ່າງປະເທດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງປະເທດເຮົາໃນການຄວບຄຸມສະຖານະການການລະບາດຈົນເຖິງປະຈຸບັນ, ໄດ້ຮັບການຕີລາຄາສູງຈາກອົງການອະນາໄມໂລກ ແລະ ວົງຄະນະຍາດສາກົນ. ເຖິງແມ່ນວ່າສະຖານະການການລະບາດໃນໂລກຍັງມີຄວາມສັບສົນ, ເຮັດໃຫ້ຊາວຫວຽດນາມ ຢູ່ ຕ່າງປະເທດ ມີຄວາມຫຍຸ້ງຍາກໃນການຕໍ່ສູ້ກັບການລະບາດ ແລະ ສະຖຽນລະພາບໃນຊີວິດຂອງເຂົາເຈົ້າ, ແຕ່ຄວາມຕັດສິນໃຈຂອງຊາວຫວຽດນາມທີ່ຈະຢູ່ກັບປະເທດປະຈໍາຖິ່ນໃນເວລານີ້ກໍ່ໄດ້ສະແດງໃຫ້ເຫັນຄວາມເຫັນໃຈ ແລະ ແບ່ງປັນຄວາມຫຍຸ້ງຍາກຕ່າງໆທີ່ປະເທດຊາດກຳລັງປະສົບຢູ່. ຄຽງຂ້າງນັ້ນ, ຜ່ານຫລາຍຮູບການຊາວຫວຽດນາມ ຢູ່ ຕ່າງປະເທດ ໄດ້ປະກອບສ່ວນແທດຈິງ ໃຫ້ແກ່ບັນດາປະເທດທີ່ມີຊາວຫວຽດນາມພວມດຳລົງຊີວິດ ແລະ ສະໜັບສະໜູນພໍ່ແມ່ປະຊາຊົນທີ່ມີເຊື້ອສາຍຫວຽດນາມທີ່ປະສົບກັບຄວາມຫຍຸ້ງຍາກໃນການແຜ່ລະບາດ ຂອງ ໂລກລະບາດ COVID-19 ຄືໃນປະຈຸບັນ.

ບັນດາການສະແດງທ່າທາງອັນສູງສົ່ງຂອງຊາວຫວຽດນາມ ຢູ່ ຕ່າງປະເທດ ອີກຄັ້ງໜຶ່ງ ໄດ້ສະແດງຄວາມຮັກແພງຕໍ່ບ້ານເກີດເມືອງນອນ, ປະເພນີແຫ່ງຄວາມສາມັກຄີ, ຄວາມຕັດສິນໃຈຂອງປະຊາຊົນຫວຽດນາມໃນການຕໍ່ສູ້ກັບການແຜ່ລະບາດຂອງ ໂລກລະບາດ COVID-19, ປະກອບສ່ວນຍົກສູງພາບພົດ, ກຽດສັກສີ ແລະ ທີ່ຕັ້ງຂອງຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ. ຂ້າພະເຈົ້າມີຄວາມມຸ່ງຫວັງ ແລະ ເຊື່ອວ່າຊາວຫວຽດນາມທຸກຄົນ ຢູ່ ຕ່າງປະເທດ ຈະສືບຕໍ່ປະຕິບັດຕາມກົດລະບຽບຂອງປະເທດປະຈໍາຖິ່ນຢ່າງເຂັ້ມງວດ ໃນການປ້ອງກັນການລະບາດຂອງໂລກລະບາດ COVID-19 ເພື່ອສາມາດຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຈາກການລະບາດຂອງໂລກລະບາດ COVID-19 ໃນໄວໆນີ້, ສືບຕໍ່ເປັນເອກະພາບ, ຮ່ວມແຮງຮ່ວມໃຈພ້ອມກັບປະເທດຊາດ ແລະ ປະຊາຊົນໃນທົ່ວປະເທດ ໃນການປ້ອງກັນ ແລະ ຕ້ານພະຍາດ COVID-19 ເຊັ່ນການຮຽກຮ້ອງຂອງ ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ແລະ ຈົດໝາຍ ສົ່ງເຖິງປະຊາຄົມຊາວຫວຽດນາມ ຢູ່ ຕ່າງປະເທດ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ.

ຕາງໜ້າກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ ຕ່າງປະເທດ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງສຸດຈິດສຸດໃຈຕໍ່ຊາວຫວຽດນາມ ຢູ່ ຕ່າງປະເທດ ສຳລັບການປະກອບສ່ວນຕົວຈິງ ແລະ ມີຄຸນຄ່າໃນການສະໜັບສະໜູນ ປະເທດຊາດ ເພື່ອຕ້ານການລະບາດຂອງພະຍາດ COVID-19 ໃນໄລຍະທີ່ຜ່ານມາ.

ຂໍສົ່ງຄວາມຈິງໃຈມາຍັງຊາວຫວຽດນາມທຸກຄົນ ຢູ່ ຕ່າງປະເທດ, ຂໍໃຫ້ມີສຸຂະພາບແຂງແຮງ ແລະ ມີແຕ່ສິ່ງທີ່ດີທີ່ສຸດ.

ດ້ວຍຄວາມນັບຖື ຢ່າງສູງ.

ດັ້ງມິງຄອຍ

ຮອງລັດຖະມົນຕີກະຊວງການຕ່າງປະເທດ

ປະທານຄະນະກຳ ມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ

ຊາວຫວຽດນາມ ຢ ຕ າງປະເທດໄດ ມ ການປະກອບສ ວນອ ນລ ຳຄ າ ແລະ ແທດຈ ງ ໃນການປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 VinaCapital Foundation ໄດ້ມອບເຂົ້າສານ ຈຳນວນ 5 ໂຕນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນ ຢູ່ ນະຄອນໂຮ່ຈີມິນ ຜ່ານຜ່າຜົນສະທ້ອນຈາກ ໂລກລະບາດ COVID-19

ຍສໝ - ໃນວັນທີ 28 ແລະ 29 ເມສາ, VinaCapital Foundation ພ້ອມກັບສະມາຄົມນັກທຸລະກິດການາດາ ຢູ່ ຫວຽດນາມ (CanCham ຫວຽດນາມ) ໄດ້ມອບເຂົ້າສານ 1000 ຖົງ ເທົ່າກັບ 5 ໂຕນ ໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບຈາກໂລກລະບາດ COVID-19 ຢູ່ ນະຄອນ ໂຮ່ຈິມິນ. ...

ຊາວຫວຽດນາມ ຢ ຕ າງປະເທດໄດ ມ ການປະກອບສ ວນອ ນລ ຳຄ າ ແລະ ແທດຈ ງ ໃນການປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຊາວຫວຽດນາມ ຢູ່ ສ.ເກົາຫຼີ ແລະ ໄທ ໄດ້ບໍລິຈາກເງິນຫຼາຍກ່ວາ 700 ລ້ານດົ່ງໃຫ້ແກ່ແນວໂຮມປະເທດຊາດຫວຽດນາມ ເພື່ອການປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ຕອນເຊົ້າວັນທີ 27 ເມສາ, ທ່ານ ເຈີ່ນແທງເໝີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຕ້ອນຮັບທ່ານ ດັ້ງມີງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຈັດພິທີມອບຮັບເງິນໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຂອງຊຸມຊົນຊາວຫວຽດນາມ ຢູ່ ໄທ ແລະ ສ.ເກົາຫຼີ.

ຊາວຫວຽດນາມ ຢ ຕ າງປະເທດໄດ ມ ການປະກອບສ ວນອ ນລ ຳຄ າ ແລະ ແທດຈ ງ ໃນການປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ຍສໝ - ໃນຕອນເຊົ້າວັນທີ 27 ເມສາ 2020, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອ ຊາດເມືອງ ງອກໂຮ່ຍ, ແຂວງ ກອມຕູມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ21 ຊຸດ.

ໄຊພອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.