ຊາວຫວຽດນາມ ຢູ່ ຕ່າງປະເທດ  ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ຊາວຫວຽດນາມ ຢູ່ ຕ່າງປະເທດ ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ:

ສົ່ງຄວາມເຊື່ອໝັ້ນກັບຄືນສູ່ປະເທດຊາດ

ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ເຖິງວ່າຈະບິນໄກຫ້າທະວີບສີ່ມະຫາສະໝຸດ; ບໍ່ວ່າຈະມີຊື່ສຽງ ຫຼື ຍັງປະສົບກັບຄວາມຫຍຸ້ງຍາກໃນການດໍາລົງຊີວິດ, ຫາທາງລ້ຽງຊີບ, ແຕ່ໃນໃຈເລິກໆຍັງຄິດຫາບ້ານເກີດ ດ້ວຍຄວາມເຊື່ອໝັ້ນທີ່ບໍ່ມີການປ່ຽນແປງ ແລະ ສັກສິດ... ພໍ່ແມ່ພີ່ນ້ອງພວກເຮົາຢູ່ຕ່າງປະເທດ ຫຼາຍກວ່າ 5 ລ້ານຄົນ ຮູ້ສຶກແນວໃດກ່ຽວກັບການປ່ຽນແປງໃໝ່ 35 ປີຂອງປະເທດ? ມີຄວາມປາດຖະໜາ ແລະ ແຜນການອັນໃດ ທີ່ຢາກສົ່ງເຖິງປະເທດ ເພື່ອປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນ ແລະ ຄວາມຜາສຸກຂອງປະເທດຊາດ?

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ

ຍສໝ - ຫັນທັດສະນະໃຫ້ເປັນປະກົດຜົນເປັນຈິງ ຢ່າງຕັ້ງໜ້າ: ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ແມ່ນພາກສ່ວນໜຶ່ງ​ທີ່​ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້, ໃນໄລຍະຈະມາເຖິງ, ລັດຖະບານ​ຈະສຸມໃສ່ປະຕິບັດ 5 ວິທີການແກ້ໄຂພື້ນຖານ ໃຫ້ເປັນຢ່າງດີ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ - ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ໄດ້ໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບເນື້ອໃນນີ້.

ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ

ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ

ຍສໝ - ຂໍສົ່ງກັບຄືນໄປຫາແຜ່ນດິນບ້ານເກີດເມືອງນອນສຳລັບຄວາມປາຖະໜາອັນລຽບງ່າຍ ແລະ ມີຊີວິດແບບສາມັນ. ແລະຂໍຖະຫວາຍບັນດາຄວາມມຸ່ງມາດປາຖະໜາ ແລະ ແຜນການມາຍັງທ່ານ ເພື່ອປະກອບສ່ວນເຂົ້າໃນຄວາມສຸກ, ຄວາມຈະເລີນຮຸ່ງເຮືອງ, ມະຫາສາມັກຄີຂອງປວງຊົນທັງຊາດ. ວາລະສານ ຍຸກສະໄໝ ຂໍຖືເປັນກຽດທີ່ໄດ້ສົ່ງຄວາມມຸ່ງມາດປາຖະໜາຂອງຊາວຫວຽດນາມຢູ່ຕ່າງປະເທດ ໄປຍັງເພື່ອນຜູ້ອ່ານ.

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ

ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ

ຍສໝ - ຄົນຫວຽດນາມມີອຸປະນິໄສ: ເຮັດວຽກຢູ່ໄກ, ມັກເກັບເອົາຜົນສໍາເລັດອັນລ້ຳຄ່າທີ່ສຸດຂອງເຂົາເຈົ້າເພື່ອກັບຄືນບ້ານ... ເມື່ອປະເທດຕ້ອງການຕໍ່ສູ້ກັບພະຍາດລະບາດ ແລະ ສັດຕູ; ຕ້ອງການປົກປັກຮັກສາມໍລະດົກ, ອະນາໄມສິ່ງແວດລ້ອມ, ຕ້ອງການປະດິດສ້າງ ແລະ ຮັບເອົາຄວາມສິ່ງຍອດຢ້ຽມອັນໃໝ່ຂອງມວນມະນຸດ... ນ້ຳໃຈກະຕັນຍູຕໍ່ພໍ່ແມ່ຂອງພີ່ນ້ອງຈະຖືກນໍາກັບມາເພື່ອອຸທິດໃຫ້ກັບປະເທດຊາດ.

ບົດທີ 2: ໃນອ້ອມແຂນຂອງແມ່

ບົດທີ 2: ໃນອ້ອມແຂນຂອງແມ່

ຍສໝ - ຊາວຫວຽດນາມ 5,3 ລ້ານຄົນ ຢູ່ຫ່າງໄກຈາກປະເທດຍ້ອນສະພາບການທີ່ແຕກຕ່າງກັນ ແລະ ມີຊີວິດທີ່ແຕກຕ່າງກັນ. ແຕ່ເມື່ອປະສົບກັບຄວາມຫຍຸ້ງຍາກ ຫຼື ເມື່ອກັບຄືນເມືອຢາມບ້ານເກີດເມືອງນອນ ກໍ່ລ້ວນແຕ່ໄດ້ຮັບການຕ້ອນຮັບດ້ວຍຄວາມພາກພູມໃຈໃນອ້ອມແຂນອັນກວ້າງ. ໂດຍໄດ້ຮັບການປົກປ້ອງໃນໄລຍະການລະບາດຂອງພະຍາດ, ໄດ້ມີການລົງທຶນ, ການສະແຫວງຫາຄວາມສຸກ, ໄດ້ມີການແຂ່ງຂັນ, ໄດ້ມິການພັດທະນາ ແລະ ໄດ້ອາບນໍ້າຢູ່ໃນທະເລຂອງບ້ານເກີດເມືອງນອນ...

ບົດທີ 1: ດີໃຈນຳບ້ານເກີດເມືອງນອນ

ບົດທີ 1: ດີໃຈນຳບ້ານເກີດເມືອງນອນ

ຍສໝ - ໂດຍຫ່າງໄກຈາກບ້ານເກີດເມືອງນອນແຕ່ເຫິງນານ, ໃນບ້ານເພິ່ນເມືອງທ່ານ ບັງເອີນໄດ້ແຕະຂວັນຂອງບ້ານເກີດເມືອງນອນ. ນີ້ແມ່ນຜະລິດຕະພັນ Made in Viet Nam, ບັນດາຮູບເງົາ, ບົດຄວາມ, ບົດຂ່າວ ແລະ ຊື່ສຽງຂອງປະເທດໃນເວທີສາກົນ. ປະເທດຂອງພວກເຮົາ ກຳລັງຂຽນປະຫວັດສາດໜ້າໃໝ່. ພໍ່ແມ່ພີ່ນ້ອງພວກເຮົາ ຢູ່ຕ່າງປະເທດ ຢາກເວົ້າວ່າ: "ດີໃຈນຳບ້ານເກີດເມືອງນອນ!".

ເຫດການ
ຂ່າວໜ້າສົນໃຈ