ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ສະຫາຍກໍາມະການສູນກາງພັກ, ຮອງເລຂາທິການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ອນການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານาຈັກໄທ ອະນຸທິນ ຊານວີຣະກູນ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດືອນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.
ຍສໝ - ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໃນຕອນທ້າຍເດືອນ ພຶດສະພາ ນີ້ ແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນສອງຝ່າຍ ເນື່ອງໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຢູ່ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ໄດ້ຈຳລອງບັນດາຈຸດພິເສດທາງດ້ານວັດທະນະທຳຂອງພາກພື້ນເທົ່ານັ້ນ, ແຕ່ຍັງກາຍເປັນຂົວຕໍ່ແຫ່ງຄວາມສາມັກຄີຂອງຊຸມຊົນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃກ້ຄຽງ.
ຍສໝ - ວັນທີ 11 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ປະສານງານຈັດງານບຸນປີໃໝ່ປະຈຳຊາດ ກຳປູເຈຍ, ລາວ, ແລະ ໄທ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງບັນດາພິທີກຳພື້ນເມືອງຢ່າງມີຊີວິດຊີວາ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ.
ຍສໝ - ງານບຸນເຮັດຈາຂອງຊາວເຜົ່າໄທຢູ່ແຂວງເຊີນລາບໍ່ພຽງແຕ່ເປັນກິດຈະກຳທາງສາສະໜາພື້ນເມືອງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ວັດທະນະທຳທີ່ເປັນເອກະລັກ, ຮັກສາຄຸນຄ່າພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການຮັກສາເອກະລັກຂອງຊົນເຜົ່າໃນຊີວິດສະໄໝໃໝ່.
ຍສໝ - ຕອນເຊົ້າວັນທີ 31 ມີນາ, ທີ່ນະຄອນຫຼວງ Bangkok, ສະຖານທູດຫວຽດນາມປະຈຳໄທ ຮ່ວມມືກັບມະຫາວິທະຍາໄລ Srinakharinwirot ໄດ້ຈັດການແຂ່ງຂັນສິລະປະການເວົ້າ ແລະ ການສະແດງພາສາຫວຽດນາມຮອບສຸດທ້າຍດ້ວຍຫົວຂໍ້ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" (My Viet Nam Story).
ຍສໝ - ທ່ານ ກົງສຸນໃຫຍ່ ດິ່ງຮວ່າງລິງ ໄດ້ປະກາດແຜນການຮ່ວມມືກັບມະຫາວິທະຍາໄລຂອນແກ່ນ ເພື່ອສ້າງຕັ້ງສູນພາກພື້ນສຳລັບການສຶກສາຫວຽດນາມ
ຍສໝ - ໃນວັນທີ 27 ກຸມພາ, ພິທີເປີດງານສະເຫຼີມສະຫຼອງປີໃໝ່ຊຸມຊົນ, ພາຍໃຕ້ຫົວຂໍ້ "ງານບຸນໂຄມໄຟ 2026," ໄດ້ຈັດຂຶ້ນທີ່ໃຈກາງເມືອງຂອນແກ່ນ, ປະເທດໄທ.
ຍສໝ - Bộ Lao động Thái Lan đã gia hạn cho người lao động Lào, Myanmar và Việt Nam có thêm thời gian hoàn tất các thủ tục gia hạn giấy phép lao động đến ngày 31/3.
ຍສໝ - ໃນປີ 2026, ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ໄທ (6 ສິງຫາ 1976 - 6 ສິງຫາ 2026), ສະມາຄົມມິດຕະພາບຫວຽດນາມ-ໄທ ໄດ້ກຳນົດຈຸດສຸມຂອງວຽກງານຂອງຕົນຄືການຈັດກິດຈະກຳລະນຶກເພື່ອຮັດແໜ້ນພື້ນຖານມິດຕະພາບ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງປະຊາຊົນ ແລະ ປະຊາຊົນ, ແລະ ສົ່ງເສີມການຮ່ວມມືທີ່ແທ້ຈິງລະຫວ່າງສອງປະເທດ.
ຍສໝ - ໃນບັນຍາກາດຂອງທົ່ວປະເທດທີ່ມຸ່ງໜ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ປະຊາຄົມຊາວຫວຽດນາມຢູ່ໄທສະແດງຄວາມເປັນຫ່ວງເປັນໄຍ ແລະ ຄວາມໝັ້ນໃຈຢ່າງເລິກເຊິ່ງຕໍ່ທິດທາງຍຸດທະສາດຂອງປະເທດຊາດ, ພ້ອມທັງຢືນຢັນຄວາມປາຖະໜາຂອງເຂົາເຈົ້າທີ່ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່.
ຍສໝ - ອີງຕາມທ່ານນາງປອ. Thanyathip Sripana (ຜູ້ຊ່ຽວຊານດ້ານການຄົ້ນຄວ້າຫວຽດນາມ ທີ່ມະຫາວິທະຍາໄລ Chulalongkorn, ທີ່ປຶກສາສະມາຄົມມິດຕະພາບໄທ-ຫວຽດນາມ) ແລ້ວ, ຂະບວນການພັດທະນາຂອງຫວຽດນາມ ຫຼັງຈາກ 40 ປີ ຂອງການປັບປຸງ ແລະ ພັດທະນາ ປ່ຽນໃໝ່ (Doi Moi) ໄດ້ສ້າງຮູບແບບການພັດທະນາເສດຖະກິດ-ສັງຄົມທີ່ມີປະສິດທິພາບ, ເຊິ່ງເປັນປະສົບການທີ່ມີຄຸນຄ່າສຳລັບຫຼາຍປະເທດທີ່ຈະຮຽນຮູ້.
ຍສໝ - ຕອນເຊົ້າວັນທີ 14 ທັນວາ, ຢູ່ເຂດຮ່ອງຮອຍ ໂຮ່ຈີມິນ ແຂວງອຸດອນທານີ (ໄທ), ໄດ້ດຳເນີນພິທີເປີດເຮືອນຮ້ານລຸງໂຮ່ – ໂຄງການນີ້ມີຄວາມໝາຍປະຫວັດສາດ ແລະ ວັດທະນະທຳອັນເລິກເຊິ່ງ, ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມຮູ້ບຸນຄຸນຂອງປະຊາຄົມຊາວ ຫວຽດນາມ ຢູ່ ໄທ ແລະ ບັນດາເພື່ອນມິດສາກົນທີ່ມີຕໍ່ປະທານ ໂຮ່ຈີມິນ, ພ້ອມທັງປະກອບສ່ວນປົກປັກຮັກສາ ແລະ ເຜີຍແຜ່ບັນດາຄຸນຄ່າມູນເຊື້ອອຸດົມຄະຕິ, ຄຸນສົມບັດສິນທຳຂອງທ່ານ
ຍສໝ - ວັນທີ 10 ທັນວາ, ຄະນະພັກນະຄອນ ແລະ ຄະນະກຳມະການປະຊາຊົນນະຄອນ ຫາຍຟ່ອງ ໄດ້ພົບປະກັບຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ, ເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 14 ລະຫວ່າງຄະນະບໍລິຫານງານຂອງ 2 ສະມາຄົມຈັດຂຶ້ນຢູ່ນະຄອນ ຫາຍຟ່ອງ.
ຍສໝ - ຢູ່ແຂວງ ອຸດອນທານີ (ປະເທດໄທ), ມີຊຸມຊົນຊາວໄທ ທີ່ມີເຊື້ອຊາດຫວຽດນາມ ທີ່ຮັກສາພາສາແມ່ຂອງຕົນຢ່າງບໍ່ຢຸດຢັ້ງມາເປັນເວລາເກືອບໜຶ່ງສະຕະວັດ. ອຸດອນທານີ ບໍ່ພຽງແຕ່ເປັນບ່ອນທີ່ຊາວຫວຽດນາມ ເຂົ້າມາຕັ້ງຖິ່ນຖານຕັ້ງແຕ່ຊຸມປີ 1940 ຂອງສະຕະວັດກ່ອນເທົ່ານັ້ນ, ແຕ່ຍັງເປັນຈຸດເລີ່ມຕົ້ນຂອງການເຄື່ອນໄຫວຮຽນພາສາຫວຽດນາມ ທີ່ແຜ່ຂະຫຍາຍໄປທົ່ວພາກຕາເວັນອອກສຽງເໜືອຂອງປະເທດໄທ.