ຍສໝ - ຢູ່ນະຄອນເກົ່າແກ່ Chartres, ໂດຍໃຊ້ເວລາຂັບລົດຈາກປາຣີ (ຝຣັ່ງ) ເປັນເວລາ 1 ຊົ່ວໂມງ, ນາງ ຮ່ວາງທິຍີ, ຊາວກວາງຈີ້, ຫວຽດນາມ ໄດ້ສອນລູກສອງຄົນເວົ້າພາສາຫວຽດນາມ, ອ່ານປຶ້ມຫວຽດນາມ, ຮ້ອງເພງເດັກນ້ອຍຫວຽດນາມ. ນາງ ຍີ ແບ່ງປັນວ່າ ການປົກປັກຮັກສາພາສາຫວຽດນາມໃຫ້ລູກບໍ່ແມ່ນ “ໜ້າທີ່” ແຕ່ແມ່ນຄວາມສຸກເລັກນ້ອຍໃນແຕ່ລະມື້. "ຕາບໃດທີ່ຍັງມີພາສາຫວຽດນາມຢູ່ໃນເຮືອນ, ຂາ້ພະເຈົ້າຍັງຮູ້ສຶກວ່າບ້ານເກີດເມືອງນອນຂອງຂາ້ພະເຈົ້າຍັງໃກ້ຊິດ".
ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.
ຍສໝ - ນີ້ແມ່ນບັນດາການແບ່ງປັນຂອງທ່ານ ສຈ.ປອ. ຫງວຽນມິວທ໋ວຽດ, ຫົວໜ້າບັນນາທິການໃຫຍ່ໂຄງການສຶກສາທົ່ວໄປຊຸດໃໝ່ (2018) ເພື່ອຍົກສູງປະສິດທິຜົນການສອນພາສາຫວຽດນາມ ໃຫ້ແກ່ເດັກຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ວັນທີ 22 ຕຸລາ, ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ, ໂດຍພາຍໃຕ້ການເປັນສັກຂີພິຍານຂອງສະຖານທູດ, ສະຫະພັນບັນດາສະມາຄົມຊາວຫວຽດນາມ ປະຈຳ ເຊັກໂກ ໄດ້ມອບເງິນ 5,4 ຕື້ດົ່ງໃຫ້ຜູ້ຕາງໜ້າຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.
ຍສໝ - ວັນທີ 15 ຕຸລານີ້, ຫ້ອງການຮ່ວມມືຊາວຫວຽດນາມ ແຂວງ Chungnam (ສ.ເກົາຫຼີ) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ມະຫາວິທະຍາໄລ Sunmoon (ນະຄອນ Asan, ແຂວງ Chungnam).
ຍສໝ - ນີ້ແມ່ນຂໍ້ມູນໄດ້ຍົກອອກທີ່ພິທີປິດຊຸດອົບຮົມ “ວິທີສອນພາສາຫວຽດນາມ ໃຫ້ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໂດຍກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍສອນພາສາຫວຽດນາມ ແລະ ອະນຸລັກຮັກສາວັດທະນະທຳ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຄູອາຈານ 500 ກວ່າຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນ.
ຍສໝ - ວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນຈຸງກ່ຽນ ພ້ອມກັບຄະນະປະຕິບັດງານໄດ້ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ໄດ້ມີການພົບປະກັບປະຊາຄົມຊາວ ຫວຽດນາມ. ທ່ານເນັ້ນໜັກວ່າ ການພັດທະນາພາສາຫວຽດນາມ, ສຶກສາອົບຮົມລຸ້ນໜຸ່ມ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີແມ່ນຈຸດສຸມໃນການສ້າງປະຊາຄົມເຂັ້ມແຂງ, ຕິດພັນກັບບ້ານເກີດເມືອງນອນ ແລະ ປະກອບສ່ວນເພີ່ມພູນຄູນສ້າງການພົວພັນແບບພິເສດຫວຽດນາມ - ລາວ.
ຍສໝ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ແລະ ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ Malta.
ຍສໝ - ຕອນເຊົ້າວັນທີ 6 ກັນຍານີ້, ຢູ່ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ - ເປັນວັດຂອງຊາວຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານບຸນ ວູລານ ຕອບແທນບຸນຄຸນ ຢ່າງສະຫງ່າຜ່າເຜີຍ.
ຍສໝ - ໃນຂອບເຂດຊຸດອົບຮົມການສອນພາສາຫວຽດນາມ ໃຫ້ແກ່ບັນດາຄູອາຈານຫວຽດນາມ ຢູ່ຕ່າງປະເທດ ປີ 2025, ຄະນະຜູ້ຮຽນໄດ້ມີການເຄື່ອນໄຫວນອກຫຼັກສູດຫຼາຍຢ່າງຢູ່ຮ່າໂນ້ຍ ແລະ ແຂວງ ໄທງວຽນ.
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ວັນທີ 10 ສິງຫາ 2025, ຢູ່ສະໜາມກິລາ Kashihara, ນະຄອນຫຼວງເກົ່າ Nara, ປະເທດ ຍີ່ປຸ່ນ, ໄດ້ດຳເນີນການແຂ່ງຂັນກິລາບານເຕະຊາວ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ “FAVIJA KANSAI CUP 2025”.
ຍສໝ - ການຮັກສາພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມປົກປັກຮັກສາເອກະລັກສະເພາະເທົ່ານັ້ນ, ຫາກຍັງເປັນການຢືນຢັນຄວາມເອກອ້າງທະນົງໃຈຂອງຊາດໃນຂະບວນການເຊື່ອມໂຍງ.
ຍສໝ - ໃນຂອບເຂດບັນດາການເຄື່ອນໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ ເຫງ້ອານ, ມີຊາວໜຸ່ມ ຫວຽດນາມ ຢູ່ຕ່າງປະເທດ 100 ກວ່າຄົນ ທີ່ມາຈາກ 31 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມລາຍການແລກປ່ຽນພາສາຫວຽດນາມ ດ້ວຍຫົວຂໍ້ວ່າ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”. ລາຍການສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາໃນການເຊື່ອມໂຍງ, ສາມັກຄີ ແລະ ພັດທະນາຂອງລຸ້ນໜຸ່ມຫວຽດນາມ ໃນທົ່ວໂລກ.
ຍສໝ - ນັບແຕ່ວັນທີ 1 ກໍລະກົດ ປີ 2025, ຫວຽດນາມ ຈະດຳເນີນຮູບແບບລັດຖະບານທ້ອງຖິ່ນ 2 ຊັ້ນໃນທົ່ວປະເທດຢ່າງເປັນທາງການ. ຊາວຫວຽດນາມຢູ່ຕ່າງປະເທດຫຼາຍຄົນຢູ່ລາວ, ອິດສະຣາແອນ, ອິນໂດເນເຊຍ ສະແດງຄວາມສະໜັບສະໜູນຢ່າງແຂງແຮງຕໍ່ນະໂຍບາຍນີ້, ພ້ອມກັນນັ້ນ ກໍຄາດວ່າຈະມີການຫັນປ່ຽນຢ່າງໃຫຍ່ຫຼວງໃນກົງຈັກການບໍລິຫານ - ມຸ່ງໄປເຖິງຜົນສັກສິດ, ປະສິດທິຜົນ, ຈະແຈ້ງ ແລະ ໃກ້ຊິດກັບປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາຮ່າໂນ້ຍ), ຢູ່ສະໜາມຫຼວງແດງ, ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ) ໄດ້ດຳເນີນການຊ້ອມຂັ້ນຕົ້ນໃນພິທີການແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີນັກສຶກສາຫວຽດນາມ ແລະ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນໄດ້ມີໜ້າແຕ່ຕອນເຊົ້າຢູ່ເສັ້ນທາງນໍາໄປສູ່ສະໜາມຫຼວງເພື່ອຕ້ອນຮັບຄະນະ.
ຍສໝ - ບໍ່ວ່າຈະຢູ່ໃສ, ຊາວຫວຽດນາມຢູ່ຕ່າງປະເທດຍາມໃດກໍຫັນມາສູ່ບ້ານເກີດເມືອງ. ຕະຫຼອດປະຫວັດສາດ, ຊາວຫວຽດນາມຢູ່ຕ່າງປະເທດຢູ່ທົ່ວທຸກແຫ່ງລ້ວນແຕ່ພ້ອມກັບປະເທດ ແລະ ປະຊາຊົນ. ພິເສດ, ເມື່ອໄດ້ຮັບຟັງການແບ່ງປັນຂອງການນຳພັກ, ລັດ ກ່ຽວກັບຄວາມຄາດໝາຍຂອງຍຸກໃໝ່, ຍຸກແຫ່ງການເຕີບໂຕຂອງປະເທດຊາດ, ຊາວຫວຽດນາມຢູ່ຕ່າງປະເທດກໍ່ມີຄວາມກະຕືລືລົ້ນຮ່ວມມື, ປະກອບສ່ວນສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດນັບມື້ນັບຈະເລີນຮຸ່ງເຮືອງ. ການປັບປຸງກົດໝາຍວ່າດ້ວຍສັນຊາດນີ້ແມ່ນບາດກ້າວທີ່ສຳຄັນເພື່ອ “ຮັດແໜ້ນ” ສະພາບກົດໝາຍ, ເພື່ອໃຫ້ຊາວຫວຽດນາມ ບໍ່ວ່າຢູ່ພາຍໃນປະເທດ ຫຼື ດຳລົງຊີວິດ ແລະ ເຮັດວຽກຢູ່ຕ່າງປະເທດສາມາດສົມທົບກັນປະກອບສ່ວນ, ສາມັກຄີ, ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳບ້ານເກີດເມືອງນອນ-ປະເທດກ້າວເຂົ້າສູ່ຍຸກແຫ່ງການເຕີບໃຫຍ່ຂະຫຍາຍຕົວ.
ຍສໝ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ ເຖາະ ແລະ ຕວຽນກວ່າງ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ