ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດແລກປ່ຽນພາສາຫວຽດນາມ “ສືບຕໍ່ຂຽນບົດເລື່ອງສັນຕິພາບ”

ຍສໝ - ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວຄ້າຍພັກແລ້ງ ຫວຽດນາມ 2025, ຕອນ​ຄ່ຳ​ວັນ​ທີ 23 ກໍລະກົດ, ຢູ່​ ເຫງ້ອານ, ມີ​ຊາວ​ໜຸ່ມ ຫວຽດນາມ ຢູ່​ຕ່າງປະ​ເທດ 100 ກວ່າຄົນ ​ທີ່​ມາ​ຈາກ 31 ປະ​ເທດ ​ແລະ ​ເຂດ​ແຄ້ວນ​ໄດ້​ເຂົ້າ​ຮ່ວມ​ລາຍການ​ແລກປ່ຽນ​ພາສາ​ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ສືບ​ຕໍ່​ຂຽນ​ບົດ​​ເລື່ອງ​ສັນຕິພາບ”. ​ລາຍການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ໃນ​ການ​ເຊື່ອມ​ໂຍງ, ສາມັກຄີ ​ແລະ ພັດທະນາ​ຂອງ​ລຸ້ນໜຸ່ມ​ຫວຽດນາມ ​ໃນ​ທົ່ວ​ໂລກ.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນ​ເຫດການ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ.

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ລະດູຮ້ອນແບ່ງປັນຂອງນັກສຶກສາອາເມລິກາ ຢູ່ຫວຽດນາມ

ຍສໝ - ​ໃນ​ລະດູ​ຮ້ອນ​ປີ 2025, ນັກ​ສຶກສາ​ອາ​ເມ​ລິ​ກາ 31 ຄົນ​ທີ່​ເຂົ້າ​ຮ່ວມ​ໂຄງການ​ອາສາ​ສະໝັກ​ສາກົນ​ໄດ້​ປະກອບສ່ວນ​ກໍ່ສ້າງ​ເຮືອນ​ການ​ກຸສົນ 6 ​ຫຼັງໃຫ້​ແກ່​ປະຊາຊົນ​ແຂວງ​ ກວາງ​ຫງາຍ. ວຽກ​ງານ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ເຄື່ອງໝາຍ​ອັນ​ດີງາມ​ຢູ່​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ຢ່າງແທດຈິງເຂົ້າ​ໃນ​ການເພີ່ມພູນຄູນສ້າງ​ມິດຕະພາບ​ຫວຽດນາມ - ອາ​ເມ​ລິ​ກາ.

ເພີ່ມທະວີການຮ່ວມມືມິດຕະພາບ ຈັດຕັ້ງຄະນະສອງປະເທດ ຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືມິດຕະພາບ ຈັດຕັ້ງຄະນະສອງປະເທດ ຫວຽດນາມ - ລາວ

ຍສໝ - ທ່ານ​ ເລຂາຄະນະ​ຊາວ​ໜຸ່ມ​ສູນ​ກາງ ໂງ່ວັນເກື່ອງ ​ໃຫ້​ຮູ້​ວ່າ, ​ລາຍການ​ທີ່​ຕ້ອນ​ຮັບສອງ​ຄອບຄົວ​ພະນັກງານ​ຄະນະ​ຊາວ​ໜຸ່ມ​ສູນ​ກາງ​ລາວ ມາຢ້ຽມຢາມ ຫວຽດນາມ ທີ່ໄດ້ຜັນຂະຫຍາຍຢ່າງເປັນປະຈຳ ແມ່ນ​ລາຍການ​ທີ່​ມີ​ຄວາມ​ໝາຍ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​, ມິດຕະພາບ​ລະຫວ່າງ​ອົງການ​ຄະນະ​ຊາວ​ໜຸ່ມ ກັບ​ພະນັກງານຄະນະ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ.

ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ

ຄະນະປະຕິບັດງານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຢ້ຽມຢາມ ແລະເຮັດວຽກກັບຄະນະຊາວໜຸ່ມແຂວງ ຜົ້ງສາລີ

ຍສໝ - ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢູ່​ລາວ, ຄະນະ​ປະຕິບັດງານສູນກາງສະຫະພັນ​ຊາວ​ໜຸ່ມ​ ຫວຽດນາມ ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ຊາວ​ໜຸ່ມ​ແຂວງ ຜົ້ງ​ສາລີ; ສະບາຍດີມະນຸດສຳພັນ ແລະ ອວຍພອນບຸນ​ປີ​ໃໝ່ປະເພນີ ລາວ ໃຫ້ແກ່ການນຳແຂວງ ຜົ້ງສາລີ. ​ໃນ​ໂອກາດ​ນີ້, ຄະນະ​ປະຕິບັດງານໄດ້​ມອບ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ​ໃຫ້​ເຖິງ​ໄວໜຸ່ມ​ແຂວງ​ ຜົ້ງ​ສາລີ.

ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ

ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ

ຍສໝ - ວັນທີ 4 ກຸມພາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ໄດ້ມີການພົບປະເຮັດວຽກກັບທ່ານ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ. ສອງຝ່າຍ ໄດ້ຢັ້ງຢືນບົດບາດຂອງໄວໜຸ່ມໃນການເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ, ພ້ອມທັງປຶກສາຫາລືບັນດາການເຄື່ອນໄຫວຮ່ວມມືທີ່ສໍາຄັນໃນໄລຍະ 2022-2027, ໃນນັ້ນມີການໂຄສະນາເຜີຍແຜ່, ບຳລຸງສ້າງ, ພົບປະແລກປ່ຽນ ແລະ ພັດທະນາທັກສະຊາວໜຸ່ມໃນຍຸກດີຈີຕອນ.

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຊຸກຍູ້ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ຍສໝ - ຢູ່ຮ່າໂນ້ຍ, ໄດ້ດຳເນີນການພົບປະສອງຝ່າຍລະຫວ່າງສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ແລະສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ບັນດາໄວໜຸ່ມລາວ ສົ່ງແຮງບັນດານໃຈກ່ຽວກັບວັດທະນະທຳຫວຽດນາມ

ບັນດາໄວໜຸ່ມລາວ ສົ່ງແຮງບັນດານໃຈກ່ຽວກັບວັດທະນະທຳຫວຽດນາມ

ຍສໝ -​ ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ວັດທະນະທຳ​ຫວຽດນາມ, ບັນດາໄວໜຸ່ມລາວ ​ຄື​ທ່ານນາງ ເມສາ ບົວວອນ ​ແລະ ທ່ານ ພູມພິທັດ ອຸປະເສີດ ພວມ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ອັນ​ດີງາມກ່ຽວກັບວັດທະນະທຳ​ຂອງ​ສອງ​ປະ​ເທດ. ໂດຍຜ່ານ​ແຕ່ລະ​ວິ​ດີ​ໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່​ພຽງ​ແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ

ກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ ແລະ ຍີ່ປຸ່ນ ຢ້ຽມຢາມ ແລະພົບປະແລກປ່ຽນຢູ່ນະຄອນ ໂຮ່ຈີມິນ

ຫວ່າງແລ້ວນີ້ ຢູ່ນະຄອນໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນ ໄດ້ຈັດພິທີຕ້ອນຮັບກຳປັ່ນ ຂຶ້ນກັບລາຍການກໍາປັ່ນຊາວໜມອາຊີຕາເວັນອອກສຽງໃຕ້ ແລະ ຍີ່ປຸ່ນ (SSEAYP) ຄັ້ງທີ 48, ປີ 2024.

ຜູ້ແທນຫວຽດນາມ 17 ຄົນເຂົ້າຮ່ວມກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2024

ຜູ້ແທນຫວຽດນາມ 17 ຄົນເຂົ້າຮ່ວມກຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ - ຍີ່ປຸ່ນ 2024

ຍສໝ - ດ້ວຍຫົວຂໍ້ “Shining Vietnam”, ຄະນະຜູ້ແທນຫວຽດນາມ ມຸ່ງໄປເຖິງການສ້າງກິດຈະກໍາຕ່າງໆທີ່ໃໝ່ອ່ຽມ, ມີພະລັງຊີວິດ, ຕັ້ງໜ້າແຜ່ຂະຫຍາຍພາບພົດຂອງຫວຽດນາມ ທີ່ທັນສະໄໝ. ຕາມນັ້ນແລ້ວ, ນອກຈາກບັນດາການເຄື່ອນໄຫວປຶກສາຫາລື ແລະພົບປະແລກປ່ຽນໂດຍຄະນະຈັດຕັ້ງ SSEAYP 2024 ປະຕິບັດແລ້ວ, ຄະນະຜູ້ແທນຫວຽດນາມ ຈະເປັນເຈົ້າການສ້າງບັນດາງານພົບປະແລກປ່ຽນ, ຮ່ຳຮຽນເຊິ່ງກັນ ແລະກັນ, ພ້ອມທັງໂຄສະນາບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ເຖິງເພື່ອນມິດສາກົນ, ໂດຍສະເພາະແມ່ນການແນະນຳກ່ຽວກັບຊຸດເສື້ອຍາວ, ບຸນເຕັດ, ອາຫານການກິນ, ເພງພື້ນເມືອງ…

ກຳປັ່ນເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ຍີ່ປຸ່ນ ເດີນທາງໄປຮອດນະຄອນ ​ໂຮ່ຈີ​ມິນ

ກຳປັ່ນເຊື່ອມ​ຕໍ່​ນ້ຳໃຈມິດຕະພາບ​ຊາວ​ໜຸ່ມ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ - ຍີ່ປຸ່ນ ເດີນທາງໄປຮອດນະຄອນ ​ໂຮ່ຈີ​ມິນ

ຍສໝ -​ "ສະບາຍດີຫວຽດນາມ!" - ຄຳທັກທາຍ​​ຢ່າງ​ກະຕືລືລົ້ນ​ຈາກ​ຜູ້​ແທນ​ຊາວ​ໜຸ່ມ 168 ຄົນ​ທີ່​ມາ​ຈາກ​ປະ​ເທດ ​ອາ​ຊຽນ ​ແລະ ຍີ່​ປຸ່ນ ​ໃນ​ທັນທີ​ທີ່​ເຂົາ​ເຈົ້າ​ໄດ້ຢຽບດິນຕໍ່ແຜ່ນ ໂດຍການ​ເດີນລົງຈາກດາດຟ້າກຳປັ່ນ Nippon Maru - ກຳປັ່ນທີ່​ເປັນ​ສັນຍາ​ລັກ​ຂອງ​ໂຄງການ​ກຳປັ່ນຊາວ​ໜຸ່ມອາຊີຕາເວັນອອກສ່ຽງໃຕ້. ຢູ່​ທີ່​ນີ້, ຜູ້​ແທນ 168 ຄົນ​ໄດ້​ເປີດສາກບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຊາວ​ໜຸ່ມ​ບັນດາ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ ໃນ​ຊຸມ​ມື້​ຈະ​ມາ​ເຖິງ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ໂຄສະນາ​ວັດທະນະທຳ, ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ເຖິງ​ເພື່ອນ​ມິດສາ​ກົນ​ທີ່ Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024

ຍສໝ - Festival ຊາວ​ໜຸ່ມ​ສາກົນ ​ຄັ້ງ​ທີ III ປີ 2024 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ​ປະມານ 5.000 ຄົນ, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 14 ກັນຍາ ຢູ່​ເຂດ​ຖະໜົນ​ຄົນ​ຍ່າງ ​ເຈີ່ນ​ເຍີນ​ຕົງ ​ແລະ ​ເຂດ​ອ້ອມ​ແອ້ມ (ຕາແສງ ​ຫງວຽນຢູ, ເມືອງ ຮາຍ​ບາຈື່ງ, ນະຄອນ​ ຮ່າ​ໂນ້ຍ).

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ຊາວໜຸ່ມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 120 ຄົນຊອກຮູ້ວັດທະນະທຳ ຊາວເຜົ່າຈຳ

ຍສໝ - ວັນ​ທີ 25 ກໍລະກົດ, ຢູ່​ແຂວງ ນິງທ້ວນ, ແຂວງ ບິ່ງທ້ວນ, ຊາວ​ໜຸ່ມ ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 120 ຄົນ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊອກ​ຮູ້​ວັດທະນະທຳ​ ຊາວ​ເຜົ່າ​ຈຳ.

ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ

ຊາວໜຸ່ມ ຝະຣັ່ງ ເຮັດວຽກເປັນ “ຜູ້ຊ່ວຍຊ່າງກໍ່ສ້າງເຮືອນຊານ" ເພື່ອສ້າງເຮືອນແຫ່ງຄວາມຮັກແພງໃຫ້ແກ່ປະຊາຊົນທຸກຍາກຢູ່ແຂວງ ດົ່ງນາຍ

ຍສໝ - ​ໃນ​ຕົ້ນ​ເດືອນ​ມັງກອນ​ປີ 2024, ກຸ່ມ​ອາສາ​ສະໝັກ​ຂອງ​ອົງການ Les Enfants Du Dragon (ຝະລັ່ງ) ​ໄດ້​ມີໜ້າ​ຢູ່​ແຂວງ ດົ່ງ​ນາຍ ​ເພື່ອ​ໜູນ​ຊ່ວຍ​ກໍ່ສ້າງ​ເຮືອນ​ແຫ່ງຄວາມຮັກແພງ 2 ຫຼັງ​ໃຫ້​ບັນດາ​ຄອບຄົວ​ທີ່ປະສົມກັບຄວາມຫຍຸ້ງຍາກ​ຢູ່​ຕາ​ແສງ ຢ່າແກ່ງ, ​ເມືອງ ດິ້ງກວານ.

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຊາວໜຸ່ມ ຫວຽດນາມ - ລາວ ເຕັມໄປດ້ວຍນ້ຳໃຈສາມັກຄີ

ຍສໝ - ລາວ ແລະຫວຽດນາມ ເປັນສອງປະເທດບ້ານໃກ້ເຮືອນຄຽງ, ມີຊາຍແດນ ຮ່ວມກັນ. ໃນຕະຫຼອດໄລ​ຍະ​ປະຫວັດສາດ, ຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່, ພ້ອມກັນຕໍ່ສູ້ຕ້ານສັດຕູລວມ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ

ຊາວໜຸ່ມ ແມ່ນກຳລັງນຳໜ້າ ໃນການເຄື່ອນໄຫວວຽກງານການທູດປະຊາຊົນ

ຍສໝ - ນີ້​ແມ່ນ​ອາລົມ​ຈິດ​ຂອງ​ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອະວະກາດ​ວັດທະນະທຳ​ໂຮ່ຈິ​ມິນ - ດ້ວຍ​ຫົວ​ຂໍ້ “ປະຊາຊົນ​ເຮັດ​ວຽກ​ງານງານ​ການ​ທູດ, ສິ່ງ​ນ້ອຍໆ​ມີ​ຄວາມ​ໝາຍ​ໃຫຍ່” ​ໃນ​ວັນ​ທີ 11 ພຶດສະພາ ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເວທີ​ປາ​ໄສໄດ້ຈັດຕັ້ງ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ໃນ​ຂອບ​ເຂດ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ ເຮັດຕາມ​ຄຳ​ເວົ້າ​ຂອງ​ລຸງໂຮ່ ​ຄັ້ງ​ທີ 8 ​ໃນ​ປີ 2024.

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

VNHIP ໜູນ​ຊ່ວຍ 1,8 ຕື້​ດົ່ງ ​ເພື່ອ​ປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ຢູ່ ດ່າ​ນັງ

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ ດ່າ​ນັງ ຫາ​ກໍ່​ໄດ້​ອອກ​ມະຕິ​ສະບັບ​ເລກທີ 959/QD-UBND ລົງ​ວັນ​ທີ 8 ພຶດສະພາ 2024 ວ່າດ້ວຍການອະນຸມັດ​ການ​ຮັບບ້ວງ​ເງິນ​ເກືອບ 1,8 ຕື້​ດົ່ງ​ຈາກ​ໂຄງການປັບປຸງຄຸນ​ນະພາ​ບຊີວິດການເປັນຢູ່ໃຫ້ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ອາຍຸ​ຕ່ຳ​ກວ່າ 25 ປີ ທີ່ຮັບ​ຜົນ​ກະທົບ​ຈາກ​ເຊື້ອ HIV/AIDS ຢູ່​ນະຄອນ ດ່າ​ນັງ ໂດຍ​ອົງການ Vietnam Health Improvement Projects (VNHIP) ອຸປະຖຳ.

ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei

ຊາວໜຸ່ມກອງຊ່າງແສງຫວຽດນາມ ປະຈັນບານ, ອາສາສະໝັກ ເພື່ອປະຊາຄົມ Abyei

ຍສໝ - ໜ່ວຍຊາວໜຸ່ມກອງຊ່າງແສງ ມີສະມາຊິກຊາວໜຸ່ມ 12 ສະຫາຍ. ຜ່ານໄລຍະທາງກວ່າ 11.000km, ບັນດາຊາວໜຸ່ມດ້ວຍນໍ້າໃຈທີ່ຫ້າວຫັນ ໄດ້ສ້າງຂີດໝາຍໃນຜືນແຜ່ນດິນ Abyei ທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນີ້. Chi đoàn thanh niên Đội Công binh có 12 đoàn viên.

ເຜີຍແຜ່ອາລົມຈິດເດືອນຊາວໜຸ່ມຫວຽດນາມ ຢູ່ລາວ

ເຜີຍແຜ່ອາລົມຈິດເດືອນຊາວໜຸ່ມຫວຽດນາມ ຢູ່ລາວ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 93 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ (26 ມີນາ 1931 – 26 ມີນາ 2024), ຕອນ​ຄ່ຳ​ວັນ​ທີ 20 ມີນາ, ຢູ່​ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານຊາວໜຸ່ມກອມມູນິດ ໂຮ່ຈີມິນ ປະຈໍາລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະ ຊາວ​ໜຸ່ມ​ກອມມູນິດໂຮຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດ.