ຍສໝ - ສະຫະພັນຕ້ອງເພີ່ມທະວີຄຸນນະພາບກ່ຽວກັບວຽກງານການຄົ້ນຄວ້າ, ໂດຍສະເພາະແມ່ນບັນດາລວດລາຍໃໝ່ຂອງຂະບວນການປະຊາຊົນໂລກ. ເປັນເສນາທິການໃຫ້ແກ່ການນຳພັກ, ລັດ ໃນວຽກງານສ້າງວິໄສທັດ, ຍຸດທະສາດອັນຍາວນານສຳລັບວຽກງານການທູດປະຊາຊົນ.
ຍສໝ - ວັນທີ 15 ພຶດສະພາ 2019, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງສູນກາງພັກ.
ວັນທີ 9 ຕຸລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກກອມມູນິດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.
ວັນທີ 9 ຕຸລາ 2018 ນີ້, ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ, ກຳມະການກົມການເມືອງ,ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.
ວັນທີ 8 ຕຸລາ 2018 ນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-10 ຕຸລາ 2018 ນີ້.