ຍສໝ - ສ່ວນທ່ານເລຂາທິຫານໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບໃຈລາວ ທີ່ໄດ້ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນຂອບເຂດສອງຝ່າຍກໍ່ຄື ການຮ່ວມມືໃນອາຊຽນ; ທ່ານກໍ່ຕີລາຄາສູງຕໍ່ການນຳພາຂອງພັກ, ລັດຖະບານ ຄວາມສາມັກຄີຂອງປະຊາຊົນລາວ ໃນການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ຮັບປະກັນການພັດທະນາເສດຖະກິດສັງຄົມ.
ໃນວັນທີ 9 ສິງຫາ 2020 ຢູ່ທີ່ສະໜາມຫຼວງ, ນະຄອນຫຼວງວຽງຈັນ, ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັບສະຫະພັນລົດຖີບແຫ່ງຊາດລາວ ເພື່ອຈັດຕັ້ງກິດຈະກຳແຂ່ງຂັນລົດຖີບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 70 ປີ.
ຍສໝ - ວັນທີ 10 ສິງຫາ, ລັດຖະບານ ລາວ ໄດ້ເພີ່ມທະວີມາດຕະການຫຼາຍຢ່າງ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ ທີ່ ລາວ.
ຍສໝ - ພາຍຫຼັງເຂົ້າເປັນສະມາຊິກ ອາຊຽນ ເປັນເວລາ 23 ປີ, ລາວ ບັນລຸໄດ້ຜົນງານ ແລະ ຜົນປະໂຫຍດຫຼາຍຢ່າງ ຜ່ານການເຂົ້າຮ່ວມບັນດາວິວັດທະນາການລວມຂອງ ອາຊຽນ ຢ່າງຄົບຖ້ວນ ແລະ ຕັ້ງໜ້າ ບົນຈິດໃຈມີຄວາມຮັບຜິດຊອບສູງ, ສິ່ງດັ່ງກ່າວ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ລາວ.
ວັນທີ 4 ສິງຫາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນປະ ທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 53 ປີ ແຫ່ງການສ້າງຕັ້ງປະຊາຄົມອາຊຽນ (8 ສິງຫາ 1967-8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ປະຊາຄົມອາຊຽນ (23 ກໍລະ ກົດ 1997-23 ກໍລະກົດ 2020).
ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020) ແລະ ວັນສ້າງຕັ້ງສະຖານີວິທະຍຸແຫ່ງຊາດ ຄົບຮອບ 60 ປີ (13 ສິງຫາ 1960-13 ສິງຫາ 2020). ທ່ານ ໂພສີ ແກ້ວມະນີ ຜູ້ອໍານວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານປະເທດລາວ ໃນທ້າຍອາທິດຜ່ານມາ ໂດຍມີບາງຕອນສຳຄັນວ່າ: ຊຸມທ້າຍຊຸຸມ ປີ 1960 ຢູ່ປະເທດລາວເຮົາ, ສົງຄາມຕໍ່ສູ້ເພື່ອປົດປ່ອຍຊາດ ຈາກຈັກກະພັດລ່າເມືອງຂຶ້ນ ໄດ້ເພີ່ມທະວີຄວາມຮຸນແຮງ, ພວກສັດຕູໄດ້ຖິ້ມລະເບີດເປັນຈໍານວນຫລາຍ ເພື່ອດັບມອດກໍາລັງປະຕິວັດແນວລາວຮັກຊາດ, ເວລານັ້ນການສົ່ງຂ່າວສານ ເພື່ອລາຍງານສະພາບການຕ່າງໆໃຫ້ກໍາລັງທະຫານ ແລະ ການປຸກລະດົມຂົນຂວາຍປະຊາຊົນ ໃຫ້ເຂົ້າຮ່ວມການຂະ ບວນການປະຕິວັດ ດ້ວຍໃບຂ່າວ ຫລື ໜັງສືພີມ ແມ່ນມີຄວາມລໍາບາກທີ່ສຸດ.
ຍສໝ - ວັນທີ 2 ສິງຫາ ເຊິ່ງເປັນມື້ທຳອິດທີ່ປະເທດລາວ ໄດ້ປະຕິບັດມາດຕະການແຍກອອກຫ່າງທາງສັງຄົມ ເຊິ່ງແກ່ຍາວຮອດວັນທີ 31 ສິງຫາ ຕາມແຈ້ງການຂອງຫ້ອງການນາຍົກລັດຖະມົນຕີ ສປປ.ລາວ.
ຍສໝ - "ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນບໍ່ພຽງແຕ່ໃນການນໍາພາອາຊຽນ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນຄວາມສາມາດຂອງຕົນໃນການແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນໂລກ ແລະໃນພາກພື້ນອີກດ້ວຍ. ນີ້ແມ່ນຫຼັກຖານພະຍານທີ່ຈະແຈ້ງກ່ຽວກັບບົດບາດທີ່ພົ້ນເດັ່ນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020".
ຍສໝ - ປະຈຸບັນ, ມະຫາວິທະຍາໄລທິດຕາເວັນຕົກສຽງເໜືອ ມີນັກສຶກສາລາວ 836 ຄົນ ທີ່ກຳລັງສຶກສາຮ່ຳຮຽນໃນ 23 ພາກວິຊາປະລິນຍາຕີ ແລະ 3 ພາກວິຊາຈົບການສຶກສາພາຍຫຼັງປະລິນຍາຕີ, ເຊິ່ງມີສາຂາວິຊາຄື: ສ້າງຄູ, ເສດຖະສາດ, ກະສິກຳ ແລະ ປ່າໄມ້, ເຕັກໂນໂລຊີຂໍ້ມູນຂ່າວສານ.
ໃນວັນທີ 13 ກໍລະກົດ ກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວ ຮັກຊາດ (ຈຳນວນ 16 ທ່ານ) ຂອງລັດຖະບານຫຸ່ນຂາຍຊາດ ຝ່າຍວຽງຈັນ ຢູ່ທີ່ຄ້າຍໂພນເຄັງ ຢ່າງເປັນທາງການ.
ໃນວັນທີ 13 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດ ຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ຣັດສະໝີ ວົງຄຳຊາວ ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຖານກົງສຸນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ - ປະເທດລາວ ນຳພາໂດຍທ່ານສະຖານກົງສຸນໃຫຍ່ ຫງວຽນດັ່ງຮຸ່ງ, ໄດ້ເດີນທາງໄປເຮັດວຽກຢູ່ 3 ແຂວງພາກເໜືອຂອງປະເທດລາວ ເພື່ອສົ່ງເສີມການຮ່ວມມື, ຊຸກຍູ້ການລົງທືນ ແລະ ສະໜັບສະໜູນປະຊາຊົນທຸກຍາກຢູ່ພາກເໜືອປະເທດລາວ.
ໃນວັນທີ 10 ກໍລະກົດ ນີ, ທ່ານ ພົນຕີ ຈັນທອງ ສອນຕະອາດ - ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມທາງໄກ ຜູ້ ບັນຊາການທະຫານບົກອາຊຽນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ດາໂຕະ ເຊ ຣີ ພາລາວັນ ຜູ້ບັນຊາການທະຫານບົກບຣູໄນ.
ຍສໝ - ລາວ ຈະສືບຕໍ່ເພີ່ມທະວີການສົ່ງອອກຜະລິດຕະພັນກະເສດເມື່ອບັນລຸໄດ້ຂໍ້ຕົກລົງສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດສາກົນລວມມີ ຈີນ, ຫວຽດນາມ, ໄທ...
ຍສໝ - ເມື່ອບໍ່ດົນມານີ້, ທ່ານຫງວຽນດັ່ງຮຸ່ງ - ກົງສຸນໃຫຍ່ຫວຽດນາມປະຈຳແຂວງຫຼວງພະບາງ ແລະ ທ່ານເພັດທະວອນ ໂພນສະຫວັນ - ເລຂາ, ເຈົ້າແຂວງຫຼວງນ້ຳທາ ໄດ້ເປັນສັກຂີພະຍານພິທີເຊັນສັນຍາໂຄງການຮ່ວມມືກໍ່ສ້າງສູນປ້ອງກັນ ແລະ ປິ່ນປົວພະຍາດໄຂ້ຍຸງທີ່ໂຮງໝໍແຂວງຫຼວງນ້ຳທາ.
ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...
ເມື່ອບໍ່ດົນມານີ້, ໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານກົມໃຫຍ່ເສນາ ທິການກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ (Drone ) ລະຫວ່າງບໍ ລິສັດ ແອວຊີຂາເຂົ້າ-ຂາອອກ ຈຳກັດຜູ້ດຽວກັບໂຄງການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ.
ຍສໝ - ນັບແຕ່ຕົ້ນປີ 2020 ຈົນເຖິງປະຈຸບັນ, ລັດຖະບານລາວ ໄດ້ສືບຕໍ່ດຳເນີນກິດຈະກຳຕ່າງໆ ເພື່ອດຶງດູດ ແລະ ຊຸກຍູ້ການລົງທຶນ, ເຊັ່ນ: ສ້າງເງື່ອນໄຂສະດວກ, ສົ່ງເສີມການດຳເນີນທຸລະກິດ.
ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຄັ້ງທີ 8 ທີ່ແຂວງຫຼວງພະບາງ ທ່ານ ປອ ບຸນທອງ ຈິດມະນີ - ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຢູ່ຈຸດຂົວຂ້າມນໍ້າຂອງນະຄອນຫຼວງ-ພະບາງ ແຂວງ ຫຼວງພະບາງ.
ເມື່ອບໍ່ດົນມານີ້, ຢູ່ສູນການຄ້າລາວ-ໄອເຕັກ ໄດ້ຈັດຂຶ້ນພິທີຖະແຫຼງຂ່າວງານວາງສະແດງ ແລະ ຈໍາໜ່າຍສິນຄ້າໜື່ງເມືອງ ໜື່ງຜະລິດຕະພັນ ແລະ ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ VII.