ຍສໝ - ນັບແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຮອດ 6 ໂມງແລງຂອງວັນທີ 13 ກໍລະກົດ, ເປັນມື້ທີ 88 ແລ້ວ ທີ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ, ມີກໍລະນີຕິດເຊື້ອໂຄວິດ - 19 ກັບມາຈາກສະຫະພັນລັດເຊຍ ຕື່ມອີກ 02 ຄົນ.
ຍສໝ - ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ຫ້ອງການຜູ້ຕາງໜ້າ ຫວຽດນາມ ຢູ່ ລັດເຊຍ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລັດເຊຍ ເພື່ອນໍາສົ່ງພົນລະເມືອງຫວຽດນາມ ເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ.
ຍສໝ - ທ່ານ ສຈ.ປອ ປະຫວັດສາດວິທະຍາຂອງມະຫາວິທະຍາໄລ Saint Petersburg Vladimir Kolotov ໃຫ້ຂໍ້ສັງເກດວ່າ ໃນຖານະຕໍາແໜ່ງເປັນປະທານອາຊຽນ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນອາຊຽນ ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາພື້ນຖານ ເຊິ່ງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍາລັງປະເຊີນໜ້າໃນປະຈຸບັນ.
ຍສໝ - ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ ຈະສືບຕໍ່ຂະຫຍາຍຕົວ, ຜ່ານຜ່າທຸກສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ...
ຍສໝ - ວັນທີ 25 ມິຖຸນາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ແລະ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດພິທີປະກາດການສ້າງຕັ້ງ ແລະ ກອງປະຊຸມໃຫຍ່ຄັ້ງທຳອິດ, ອາຍຸການ 2020-2025 ສາຂາສະມາຄົມມິດຕະພາບຫວຽດນາມ - ລັດເຊຍ.
ຍສໝ - ວັນທີ 20 ມິຖຸນາ, ຢູ່ມົດສະກູ, ສະຖາບັນຄົ້ນຄ້ວາທິດຕາເວັນອອກ (ສະພາບັນດິດວິທະຍາສາດລັດເຊຍ) ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ “ການຂັດແຍ້ງຢູ່ທະເລຕາເວັນອອກ - ສິ່ງທ້າທາຍ ແລະ ໄພນາບຂູ່ໃນປະຈຸບັນ” ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ແຖວໜ້າ ປະມານ 30 ຄົນ ກ່ຽວກັບພາກພື້ນອາຊີປາຊີຟິກ ທີ່ມາຈາກບັນດາສູນ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງຣັດເຊຍ.
ຍສໝ - ທ່ານ Kharinov Viacheslav, ຫົວໜ້າຜູ້ຕາງໜ້າການຄ້າລັດເຊຍປະຈຳ ຫວຽດນາມໄດ້ເນັ້ນໜັກ ເຖິງການຮ່ວມມືຢ່າງ ແໜ້ນແຟ້ນລະຫວ່າງລັດເຊຍ ແລະ ຫວຽດນາມ ໃນຂົງເຂດສາທາລະນະສຸກ.
ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.
ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ພວມນັບມື້ນັບພັດທະນາ, ນະຄອນໂຮ່ຈີມິນແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 10 ມິຖຸນາ, ທີ່ຮ່າໂນ້ຍ, ສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍປະຈຳຮ່າໂນ້ຍ ສົມທົບກັບສະຖານທູດລັດເຊຍ ແລະສະຫະພັນມິດຕະພາບນະຄອນຮ່າໂນ້ຍ ໄດ້ຈັດກິດຈະກຳ “ສວນອະນຸສອນ”: ງານວາງສະແດງພາບຖ່າຍ ແລະໄດ້ຈັດພິທີປູກຕົ້ນໄມ້ຢູ່ສວນມິດຕະພາບ, ສວນສັນຕິພາບ.
ຍສໝ - ເມື່ອບໍ່ດົນມານີ້, ລັດຖະບານຫວຽດນາມ ມອບຜ້າອັດປາກ 18.000 ອັນໃຫ້ແກ່ຊຸມຊົນຊາວຫວຽດນາມຢູ່ພາກກາງຂອງລັດເຊຍ ເພື່ອປ້ອງກັນແລະຄວບຄຸມ COVID-19.
ພິທີມອບ - ຮັບ ເຄື່ອງກວດ ຫາເຊື້ອພະຍາດ (COVID -19 ) ແລະ ຜ້າອັດປາກຈາກລັດຖະບານແຫ່ງ ສະຫະພັນຣັດເຊຍ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້, ທີ່ກະຊວງສາທາລະນະສຸກ, ໃຫ້ກຽດກ່າວມອບໂດຍທ່ານ Vladimir Kalinnin ເອກອັກຄະລັດຖະທູດສະຫະພັນຣັດເຊຍ ປະຈໍາລາວ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ, ກໍ່ຄືກັບສະມາຄົມມິດຕະພາບໂຊວຽດ - ຫວຽດນາມ ໃນເມື່ອກ່ອນ ກໍ່ໄດ້ເອົາໃຈໃສ່ທີ່ສຸດເຖິງການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໂຮ່ຈີມິນ...
ຍສໝ - ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ຢູ່ນະຄອນຫຼວງມົສກູ (ຣັດເຊຍ) ເປັນໂຄງການທີ່ເປັນເອກະລັກສະເພາະຂອງມິດຕະພາບຫວຽດນາມ - ຣັດເຊຍ, ເປັນສະຖານທີ່ທີ່ໜ້າສົນໃຈສຳລັບຊາວລັດເຊຍກໍ່ຄືນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ.
ຍສໝ - ໄຊຊະນະຂອງການຕໍ່ສູ້ຕ້ານລັດທິຟາດຊິດ ກ່ອນນີ້ 75 ປີ ແມ່ນຂີດໝາຍທີ່ຮຸ່ງເຮືອງເຫລືອງເຫລື້ອມໃນປະຫວັດສາດມວນມະນຸດ, ແມ່ນໜຶ່ງໃນໄຊຊະນະຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ 20, ມີຂອບຂະໜາດ, ຄຸນຄ່າ ແລະ ຄວາມໝາຍຍຸກສະໄໝເລິກເຊິ່ງ.
ຍສໝ - ຈັດກອງປະຊຸມປົກກະຕິໃນວັນຈັນ, ການລະດົມທຶນ, ການຈັດຕັ້ງ 5 ອະນຸກຳມະການເພື່ອມອບໝາຍວຽກງານ... ຄະນະຊີ້ນຳການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ເຮັດວຽກທີ່ດີ, ມີກິດຈະກຳຕົວຈິງຫຼາຍຢ່າງແກ່ຊຸມຊົນ.
ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ ເມືອງ Irkutsk ໄດ້ມອບຜ້າອັດປາກທີ່ສາມາດນຳໃຊ້ໄດ້ຄືນ ຈຳນວນ 4000 ອັນ ໃຫ້ຫ້ອງການບໍລິຫານງານຂະບວນການອາສາສະໝັກ "ພວກເຮົາຮ່ວມກັນ" ຂອງແຂວງ Irkutsk, ລັດເຊຍ.
ຍສໝ - ຕາມຜູ້ຊ່ຽວຊານລັດເຊຍ, ຫວຽດນາມ ສະກັດກັ້ນການລະບາດຂອງພະຍາດ Covid-19 ໄດ້ມີປະສິດທິຜົນ ຍ້ອນ 3 ປັດໃຈຕົ້ນຕໍ: ການກະທຳຢ່າງວ່ອງໄວ ແລະ ທັນການຂອງລັດຖະບານ; ທ່າທີມີຄວາມຮັບຜິດຊອບຂອງປະຊາຊົນ, ກໍ່ຄືການເປີດເຜີຍ ແລະ ຈະແຈ້ງຂອງຂໍ້ມູນ.
ຍສໝ - ບາດກ້າວເດີນອັນຖືກຕ້ອງ ແລະ ທັນການຂອງຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.