ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ທ່ານນາງ Nanaia Mahuta - ລັດຖະມົນຕີການຕ່າງປະເທດນິວຊີແລນ ໄດ້ເຫັນດີເພີ່ມທະວີບົດບາດ ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.
ກະຊວງການຕ່າງປະເທດພວມສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ຄົ້ນຄວ້າ, ຊອກຮູ້ ແລະ ຈະສະເໜີດັດປັບຂໍ້ກຳນົດການເຂົ້າ-ອອກເມືອງໃຫ້ເໝາະສົມກັບສະພາບການ.
ຍສໝ - ໂຄງການກໍ່ສ້າງຫໍສະພາແຫ່ງຊາດ ແມ່ນການສືບທອດມູນເຊື້ອມິດຕະພາບແບບພິເສດລະຫວ່າງຫວຽດນາມ ແລະລາວ ໃນໄລຍະໃໝ່, ໄລຍະກໍ່ສ້າງ ແລະພັດທະນາຂອງທັງສອງປະເທດ.
ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຊົມເຊີຍ ໝູ່ຄະນະພະນັກງານ ພາລະກອນ ເຂດປູຊະນີຍະສະຖານ ຍາມໃດກໍ່ມານະພະຍາຍາມສຳເລັດຫນ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ຄົ້ນຄ້ວາ ຮັກສາວັດຖຸພັນ ເອກະສານກ່ຽວກັບປະທານໂຮ່ຈີມິນເປັນຢ່າງດີ.
ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະຕິບັດບັນດາເອກະສານນິຕິກໍາວ່າດ້ວຍຊາຍແດນ ແລະບັນດາຂໍ້ຕົກລົງສອງຝ່າຍທີ່ໄດ້ລົງນາມຢ່າງເຂັ້ມງວດ...
ຍສໝ - ໂຄສົກກະຊວງການຕ່າງປະເທດຫວຽດນາມ ກ່າວວ່າ, ຫວຽດນາມ ປາດຖະໜາວ່າ ບັນດາປະເທດສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບບົນພື້ນຖານກົດໝາຍ ສາກົນຢູ່ທະເລຕາເວັນອອກ.
ຍສໝ - ໃນວັນທີ 26 ກຸມພານີ້, ຄະນະພັກກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມໂດຍແບບຫ່າງໄກ ເພື່ອປະກາດຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.
ຍສໝ - ບັນດາປະມຸກ ແລະ ຜູ້ນຳຫຼາຍປະເທດໃນທົ່ວໂລກ, ເຊັ່ນ: ທ່ານປະທານາທິບໍດີລັດເຊຍ Putin, ປະທານາທິບໍດີສະຫະລັດອາເມລິກາທ່ານ Joe Biden, ປະທານາທິບໍດີອິນເດຍ ... ໄດ້ສົ່ງສານອວຍພວນເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ.
ຍສໝ - ທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ; ທ່ານ Emmanuel Macron ປະທານາທິບໍດີ ຝະລັ່ງ; ທ່ານ Prayut Chan-ocha ນາຍົກລັດຖະມົນຕີໄທ; ທ່ານ Abdel Fattah Al Sisi ປະທານາທິບໍດີອີຢິບ; ທ່ານ Samdech Say Chchum ຮອງປະທານພັກ ປະຊາຊົນ ກຳປູເຈຍ, ປະທານສະພາສູງກຳປູເຈຍ... ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານ ຫງວຽນຝູຈ້ອງ ສືບຕໍ່ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13.
ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ສະຖານທູດຫວຽດນາມ ປະຈໍາມຽນມາ ໄດ້ເປັນເຈົ້າການຕິດຕໍ່ພົວພັນກັບບັນດາຫົວໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ມຽນມາ ເພື່ອຢ້ຽມຢາມຖາມຂ່າວສະພາບຂອງພໍ່ແມ່ປະຊາຊົນ, ຕັກເຕືອນພົນລະເມືອງ, ວິສາຫະກິດຮັບປະກັນການເຄື່ອນໄຫວເປັນປົກກະຕິ...
ຍສໝ - ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນດີຕ້ອນຮັບບັນດາເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ແອັດສະປາຍ, ອີຣານ ແລະ ຟີລິບປິນ.
ຍສໝ - ບັນດາຖ້ຽວບິນຈະບິນຈາກນະຄອນຫຼວງມົດສະກູ ສອງຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງປະເທດຫວຽດນາມ, ອິນເດຍ, ແຟງລັງ ແລະ ສາມຖ້ຽວຕໍ່ອາທິດໄປຍັງນະຄອນຫຼວງ ກາຕາ.
ຍສໝ - ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.
ຍສໝ - ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປ.ລາວ ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ທ່ານ ປອ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວສະໄໝທີ XI.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.
ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.
ຍສໝ - ກະຊວງປ້ອງກັນປະເທດຫວຽດນາມໄດ້ປະຕິບັດສຳເລັດບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນຜົນສໍາເລັດຂອງປີຫວຽດນາມ ເປັນປະທານອາຊຽນ 2020.
ຍສໝ - ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ແລະ ທ່ານເລຂາທິການຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ໄດ້ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 13 ລະຫວ່າງສອງປະເທດ ດ້ວຍຮູບແບບຖ່າຍທອດສົດ.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຢັ້ງຢືນວ່າຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ເປັນປະທານອາຊຽນ ດ້ວຍຄວາມເປັນເຈົ້າການທີ່ສຸດ, ຮັບຜິດຊອບທີ່ສຸດ, ປະດິດຄິດສ້າງທີ່ສຸດ, ມີຄຸນນະທາດທີ່ສຸດ ແລະມີປະສິດທິຜົນທີ່ສຸດ.