ດ້ວຍບົດບາດເປັນຫົວເງື່ອນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ເປັນເຈົ້າການຮັບມືກັບສະພາບການໃໝ່, ປະດິດຄິດສ້າງໃນວຽກງານພົວພັນຕ່າງປະເທດ, ປະກອບສ່ວນຕັ້ງໜ້າພ້ອມກັບທ່ົວປະເທດປະຕິບັດສໍາເລັດໜ້າທີ່ “ຄວບຄູ່” ແມ່ນທັງຄວບຄຸມໂລກພະຍາດ ທັງພັດທະນາເສດຖະກິດ-ສັງຄົມ, ພ້ອມທັງໂຄສະນາພາບພົດຫວຽດນາມ ອອກທົ່ວໂລກ, ເພີ່ມພູນຄູນສ້າງ, ປັບປຸງນໍ້າໃຈມິດຕະພາບ ແລະການຮ່ວມມືສາກົນ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ ຫງວຽນເຟືອງງາ, ປະທານ VUFO ໃນການຕອບສໍາພາດຕໍ່ສື່ມວນຊົນຫວ່າງແລ້ວນີ້.
ຍສໝ - ເຂົ້າຮ່ວມກອງປະຊຸມ ມີທ່ານນາງ ຫງວຽນເຟືອງງາ ເລຂາຄະນະພັກ, ປະທານ VUFO,ທ່ານ ຟານແອັງເຊີນ ຮອງປະທານ ເລຂາທິການໃຫຍ່ VUFO ແລະ ບັນດາກຳມະການຄະນະປະຈຳຄະນະປະທານ VUFO, ຜູ້ຕາງໜ້າບາງກະຊວງ, ຂະແໜງການຂັ້ນສູງການ.
ຍສໝ - ໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີຮັບຮູ້ການປະກອບສ່ວນ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2020. ໃນພິທີຮັບຮູ້ດັ່ງກ່າວນີ້ , VUFO ໄດ້ມອບໃບປະກາດຍ້ອງຍໍໃຫ້ແກ່ 50 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບການປະກອບສ່ວນຢ່າງຕັ້ງໜາ້ຂອງພວກເຂົາໃນປີ 2020.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນຊາດສປປ.ລາວ (2 ທັນວາ 1975 - 2 ທັນວາ 2020), ໃນຕອນເຊົ້າວັນທີ 30 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ແລະ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຢ້ຽມຢາມ ແລະ ສະແດງຄວາມຊົມເຊີຍວັນຊາດຂອງປະເທດລາວ ທີ່ສຳນັກງານໃຫຍ່ຂອງສະຖານທູດລາວ ປະຈຳຮ່າໂນ້ຍ.
ຍສໝ - ທ່ານເອກອັກຄະລັດຖະທູດ Ibnu Hadi ສະແດງຄວາມເປັນກຽດທີ່ໄດ້ຮັບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງປະຊາຊາດ” ເຊິ່ງເປັນລາງວັນອັນສູງສົ່ງທີ່ສຸດຂອງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO). ພ້ອມທັງເຊື່ອໝັ້ນວ່າການພົວພັນລະຫວ່າງ ອິນໂດເນເຊຍ-ຫວຽດນາມ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ.
ຍສໝ - ທ່ານນາງ ຫງວຽນເຟືອງງາ ໄດ້ຫວັງວ່າ ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ທ່ານນາງເອກອັກຄະລັດຖະທູດ Lianys Torres Rivera ກໍ່ມີການປະກອບສ່ວນຢ່າງຕັ້ງໜ້າ ຕໍ່ການປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງປະເທດຫວຽດນາມ ແລະ ກູບາ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານຜູ້ວ່າການລັດ Saint Petersburg (ສະຫະພັນລັດເຊຍ) ໄດ້ສົ່ງຈົດ ໝາຍອວຍພອນ ມາເຖິງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 12 ພະຈິກ, ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ.
ຍສໝ - ໃນວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງດົງທາບ ກ່ຽວກັບກ່ຽວກັບວຽກງານການທູດຂອງປະຊາຊົນ.
ຍສໝ - ຕອນບ່າຍວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບແຂວງເຮົ້າຢ່າງ ກ່ຽວກັບວຽກງານການທູດຂອງປະຊາຊົນ.
ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ການແຫ່ຂະບວນລົດຖີບໃນຂອບການເດີນທາງລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວປີ 2020 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.
ຍສໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງກັບການສ້າງຕັ້ງບັນດາກຸ່ມມິດຕະພາບ - ເຊິ່ງກາຍເປັນບັນດາຂົວຕໍ່ໃນການຮ່ວມມືໃນທຸກຂົງເຂດ. ຈາກນັ້ນ, ມຸ່ງໄປເຖິງການພັດທະນາບັນດາການເຄື່ອນໄຫວການພົບປະແລກປ່ຽນດ້ານປະຊາຊົນ, ມຸ່ງໄປເຖິງການສ້າງຕັ້ງສະມາຄົມມິດຕະພາບລະຫວ່າງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫ້ອງເຮັດວຽກກະຊວງການຕ່າງປະເທດໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການຕ່າງປະເທດ (ວັນທີ 28 ສິງຫາ 1945 – 28 ສິງຫາ 2020) ແລະ ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດໄລຍະ 2020 – 2025. ທ່ານນາງ ຫງວຽນເຟຶອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຮັບຫຼຽນໄຊແຮງງານຊັ້ນ 3.
ຍສໝ - ວັນທີ 23 ກໍລະກົດ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີມອບຫລຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງບັນດາຊົນຊາດ” ໃຫ້ແກ່ທ່ານນາງ MaríaJesús Figa. López-Palop ເອກອັກຄະລັດຖະທູດແອັດສະປາຍປະຈຳ ຫວຽດນາມ.
ຍສໝ - VUFO ຈະຮ່ວມມືກັບສະຖານທູດໄທປະຈຳຫວຽດນາມ ໃນການຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດ. ສະຖານທູດໄທປະຈຳ ຫວຽດນາມ ຈະສະໜັບສະໜູນ ເວທີປະຊາຊົນອາຊຽນ 2020 ພາຍໃຕ້ການເປັນປະທານຂອງ VUFO.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈືອງກວາງຮວ່າຍນາມ - ຮອງປະທານຄະນະກຳມະການປະຊາຊົນນະຄອນ ເກີ່ນເທີ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງສະຫະພັນ ເກີ່ນເທີ; ພ້ອມກັນນັ້ນ, ທ່ານກໍ່ສະເໜີສະຫະພັນ ເກີ່ນເທີ ສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວໂຄສະນາພາບພົດນະຄອນໃຫ້ເພື່ອນມິດສາກົນ...
ຍສໝ - ທ່ານນາງ ຫງວຽນເຟືອງງາ ເຊື່ອໝັ້ນວ່າອາຍຸການໃໝ່ຂອງທ່ານເອກອັກຄະລັດຖະທູດຈະປະສົບຜົນສຳເລັດ, ບັນລຸໄດ້ໝາກຜົນ ສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີ.
ຍສໝ - ໃນອະນາຄົດອັນໃກ້ນີ້, ສະມາຄົມມິດຕະພາບຫວຽດນາມ - ກູບາ ຈະຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງ ແລະ ມີປະສິດທິຜົນຫຼາຍຢ່າງເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະ ກັບ ທ່ານ Daniel J. Kritenbrink ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳ ຫວຽດນາມ.