
ນາຍົກລັດຖະມົນຕິເປັນປະທານກອງປະຊຸມຄະນະກຳມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ.
ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການ ໄດ້ມານະພະຍາຍາມປະຕິບັດຍຸດທະສາດເຫັນເປັນດີຈີຕອນ.
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ.
ການປະເມີນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອຟື້ນຟູຫລັງໄພ ພິບັດນໍ້າຖ້ວມ ໃນປີ 2018, 2019 ແລະ 2020 ໄດ້ສະແດງໃຫ້ເຫັນວ່າ, ຄວາມຕ້ອງການແຫລ່ງຊັບພະຍາກອນ ເພື່ອການຟື້ນຟູຫລັງໄພພິບັດ ນໍ້າຖ້ວມໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວນັ້ນ ແມ່ນມີຫລາຍ ລວມ 3 ປີທັງໝົດມີມູນຄ່າ ປະມານ 5,774.2 ຕື້ກີບ, ປີທີ່ມີຄວາມຕ້ອງການຫລາຍກວ່າໝູ່ ແມ່ນຈາກເຫດການໄພພິບັດ ນໍ້າຖ້ວມໃນປີ 2018 ມີມູນຄ່າ ຄວາມຕ້ອງການເຖິງ 4,423 ຕື້ກີບ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານໃຫຍ່ຂອງສະຫະພັນອົງການມິດຕະພາບຫວຽດນາມ, ຄະນະກຳມະການປະຕິບັດກອງປະຊຸມກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານໃນປີ 2020 ແລະ ປຶກສາຫາລືກ່ຽວກັບທິດທາງ ແລະ ໜ້າວຽກສຳລັບປີ 2021.
ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງລັດຖະບານ ຊຸດທີ VIII ໄລຍະ 5 ປີ (2016-2020) ທີ່ສະເໜີໂດຍ ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ຫ້ອງ ວ່າການສຳນັກງານ ນາຍົກລັດຖະມົນຕີ ປັບປຸງຮ່າງບົດລາຍງານ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ເປັນຕົ້ນ ວຽກງານພົ້ນເດ່ນໃນການ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການບໍລິຫານລັດ ຕິດພັນກັບການແບ່ງ ຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງ ຂໍ້ຄົງຄ້າງຈຳນວນໜຶ່ງ ເພື່ອເປັນຂໍ້ມູນໃຫ້ລັດຖະບານ ຊຸດທີ IX ໃນການຈັດຕັ້ງປະຕິບັດວຽກງານຕໍ່ໄປ.
ລັດຖະບານ ກໍຄື ຄະນະສະເພາະກິດ ໄດ້ສືບຕໍ່ເຂັ້ມງວດ ວາງມາດຕະການປ້ອງກັນພະຍາດດັ່ງກ່າວ, ເປັນຕົ້ນ ໄດ້ວາງມາດຕະການປ້ອງກັນ ຢ່າງເຂັ້ມງວດໃນແຕ່ລະເດືອນ, ເຊິ່ງການປະຕິບັດ ມາດຕະການປ້ອງກັນ ການຕິດເຊື້ອ ແມ່ນມີຄວາມຈຳເປັນທີ່ສຸດ ໃນການສະກັດກັ້ນ ການແຜ່ລະບາດ ຂອງພະຍາດໃນລາວ. ສະນັ້ນ, ຈົ່ງພ້ອມກັນສືບຕໍ່ ປະຕິບັດໃຫ້ກາຍເປັນ ຄວາມເຄີຍຊີນ ກໍ່ຄື ການໃສ່ຜ້າປິດປາກ-ດັງ ເມື່ອເດີນທາງອອກຈາກບ້ານ, ໝັ່ນລ້າງມືໃສ່ສະບູ ຫລື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຫລີກລ້ຽງການເດີນທາງ ໄປຍັງເຂດທີ່ມີຄວາມສ່ຽງ ຫລື ແອອັດ, ຮັກສາໄລຍະຫ່າງທາງສັງຄົມ ແລະ ອື່ນໆ.
ທ້າຍອາທິດຜ່ານມາ ທີ່ສູນຝຶກອົບຮົມ ແລະ ການຮ່ວມມື ນະຄອນຫລວງວຽງຈັນ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະ ຊາຊາດ (ສປຊ) ປະຈຳ ສປປ ລາວ, ໄດ້ຈັດກອງປະຊຸມ ວິຊາການຄະນະ ກໍາມະການ ຊີ້ນຳຮ່ວມ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.
ຍສໝ - ລັດຖະບານ ໄດ້ກຳນົດເອົາບັນຫາ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ - ການເງິນໃນ 5 ປີຕໍ່ໜ້າ ເປັນວາລະແຫ່ງຊາດ ເພື່ອໃຫ້ທຸກການ ຈັດຕັ້ງຂອງພັກ, ລັດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວສັງຄົມ ປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຕາມພາ ລະບົດບາດຂອງຕົນ ແນໃສ່ແກ້ໄຂສະພາບ ເສດຖະກິດ-ການເງິນ ທີ່ມີຄວາມສ່ຽງສູງ ອາດຈະຕົກເຂົ້າສູ່ວິກິດ ໃຫ້ສາມາດປະຄັບປະຄອງ ແລະ ກ້າວເຂົ້າສູ່ ສະພາບປົກກະຕິ.
ຍສໝ - ຫ້ອງການລັດຖະບານ ໄດ້ປະສານສົມທົບຢ່າງໃກ້ຊິດກັບສະຖານທູດຍີ່ປຸ່ນ ໃນການຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການຕ່າງໆ ເພື່ອໃຫ້ສາມາດໄດ້ຮັບອຸປະກອນສ່ວນພື້ນຖານ ຂອງລະບົບຂໍ້ມູນຂ່າວສານລາຍງານລັດຖະບານ ມາຈາກປະເທດຍີ່ປຸ່ນ.
ຢູ່ປະເທດລາວແມ່ນມີວິສາຫະກິດເກີດຂຶ້ນຫຼາຍ ແຕ່ວິສາຫະກິດຂະໜາດໃຫຍ່ແມ່ນກວມເອົາສ່ວນໜ້ອຍ, ຈຳນວນຫຼາຍຍັງແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງທຸລະກິດເຫຼົ່ານັ້ນກຳລັງຂະຫຍາຍກິດຈະການຂອງຕົນ ຈຶ່ງມີຄວາມຕ້ອງການເງິນຈຳນວນບໍ່ໜ້ອຍເພື່ອໄປເປັນຕົ້ນທຶນ ແຕ່ການເຂົ້າເຖິງເງິນກູ້ຢືມນັ້ນບໍ່ງ່າຍປານໃດ, ສະນັ້ນການສະໜອງທຶນຂອງກອງທຶນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນມີ ຄວາມຈຳເປັນເພື່ອຊຸກຍູ້ສົ່ງເສີມບັນດາກິດຈະການຂະໜາດນ້ອຍໃຫ້ເຕີບໃຫຍ່ເຂັ້ມແຂງເມືອໜ້າ.
ຍສໝ - ໄລ່ຮອດວັນທີ 24 ມັງກອນປີ 2021, ໂຄງການໄດ້ມອບໃຫ້ປະຊາຊົນເກືອບ 14.500 ຄົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມ ແລະ ລົມພາຍຸຢູ່ 3 ແຂວງຄື: ແຂວງເທື່ອທຽນເຫວ້, ກວາງຈີ້ ແລະ ກວາງນາມ.
ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
ໃນວັນທີ 29 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ແຜນງານແຫ່ງຊາດ ຂອງ ສປປ ລາວ ແລະ ກຳນົດບຸລິມະສິດ ທີ່ຈະຮັບມືກັບສິ່ງທ້າທາຍ ທີ່ຍັງຄົງຄ້າງໃຫ້ສອດຄ່ອງກັບ ຄຳໝາຍໝັ້ນຕໍ່ກັບ ກອງປະຊຸມສາກົນ ວ່າດ້ວຍ ປະຊາກອນ ແລະ ການພັດທະນາ (ICPD 25) ທີ່ນະຄອນ ໄນໂຣບີ ແລະ ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 9. ພ້ອມນີ້ ຍັງໄດ້ມີການນຳ ສະເໜີຜົນສຳເລັດ ແລະ ສິ່ງທ້າທາຍທີ່ໃນການ ຈັດຕັ້ງປະຕິບັດແຜນງານ ໂດຍສະເພາະ ໄລຍະການລະບາດຂອງພະຍາດ ໂຄວິດ-19 ທີ່ສ້າງຄວາມຫຍຸ້ງຍາກໃນທົ່ວໂລກ.
ຍສໝ - ໃນວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີຮັບຮູ້ການປະກອບສ່ວນ ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນປີ 2020. ໃນພິທີຮັບຮູ້ດັ່ງກ່າວນີ້ , VUFO ໄດ້ມອບໃບປະກາດຍ້ອງຍໍໃຫ້ແກ່ 50 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສຳລັບການປະກອບສ່ວນຢ່າງຕັ້ງໜາ້ຂອງພວກເຂົາໃນປີ 2020.
ວັນທີ 16 ທັນວາ 2020 ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ ໄດ້ໄຂກອງປະຊຸມ ສະມາຊິກພັກຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະ ກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.
ຍສໝ - ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສຫວຽດນາມ ປະຈໍາປີ 2021, ໃນລະຫວ່າງ ວັນທີ 5-6 ທັນວາ 2020, ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 6 ທັນວາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ.
ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ.
ຍສໝ - ພາຍຫຼັງການກໍ່ສ້າງມາໄດ້ 10 ເດືອນ, ໂຄງການກໍ່ສ້າງສະຖານີວິທະຍຸ ແລະໂທລະພາບໄຊສົມບູນ - ລາວ ໄດ້ສໍາເລັດ 80%.
ຕາງໜ້າມອບໂດຍ ທ່ານ ນາງ ເພຍ ບຣິໂຕ ຜູ້ຕາງໜ້າອົງການຢູນີເຊັບ ແລະ ຕາງໜ້າຮັບໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈໍາສໍານັກງານ ນາຍົກລັດຖະມົນຕີ, ທັງເປັນຮອງປະທານ ຄຊກມດ, ມີ ທ່ານ ນາງ ແອນນາ ໄດເຊິນ ຮັກສາການຮອງຫົວໜ້າ ທູດປະເທດອົດສະຕາລີ ປະຈຳ ສປປ ລາວ.