ຍສໝ - ດ້ວຍຄວາມຍິນດີຕ້ອນຮັບຄະນະເລຂາທິການສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ສະຫາຍ ຫວູມິງຕວນ ຢືນຢັນວ່າ ນີ້ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນທີ່ຈົງຮັກພັກດີ, ການຮ່ວມມືຮອບດ້ານ, ຍືນຍົງ, ເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະບັນດາອົງການທີ່ຊ່ວຍວຽກຂອງສະພາແຫ່ງຊາດຂອງສອງປະເທດເວົ້າສະເພາະ..
ຍສໝ - ໃນຕອນບ່າຍວັນທີ 19 ຕຸລາ, ສະຫາຍ ຫງວຽນວັນເນັນ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ແລະ ສະຫາຍ ຟານວັນໄມ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວຽກງານແຂວງໄຊສົມບູນ (ລາວ) ນຳໂດຍສະຫາຍ ພອນຄຳ ຮຸ່ງບຸນຍວງ, ເລຂາຄະນະພັກແຂວງ, ເຈົ້າແຂວງໄຊສົມບູນ.
ຍສໝ - ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ມີຂໍ້ສະເໜີແນະ ແລະ ວິທີແກ້ໄຂເພື່ອຊຸກຍູ້ການພັດທະນາ ແລະ ການຮ່ວມມືຮ່ວມມືໃນເຂດສາມຫຼ່ຽມພັດທະນາຂອງ 3 ປະເທດ.
ຍສໝ - ທີ່ການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດສປປ.ລາວ, ທ່ານປະທານປະເທດ ຫວໍວັນເຖືອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຕີລາຄາສູງການພົວພັນກັບລາວ, ຖືວ່າ ລາວແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ.
ຍສໝ - ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນ ໃນ ປີ 2024 ທີ່ຈະມາເຖິງນີ້, ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ໄດ້ມີການປັບປຸງການບໍລິການດ້ານຕ່າງໆ ເພື່ອກຽມຕ້ອນຮັບ ນັກທ່ອງງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈະທີ່ເຂົ້າມາໃຊ້ບໍລິການ.
ຍສໝ - ໃນອາຍຸ 94 ປີ, ທ່ານ ດ່າວວັນຕ້ຽນ (ຢູ່ຮ່ອມຮ່ວາບິ່ງ 6, ຖະໜົນ ມິ່ງຄ່າຍ, ຮ່າໂນ້ຍ), ອະດີດຊ່ຽວຊານການທະຫານຫວຽດນາມ ຢູ່ລາວ ໃນໄລຍະສົງຄາມທີ່ໂຫດຮ້າຍ ກໍ່ຍັງຮັກສາບັນດາຂອງທີ່ລະນຶກທີ່ເຕັມໄປດ້ວຍນໍ້າໃຈມິດຕະພາບ ລະຫວ່າງ ສອງປະເທດ, ຕູ້ໃນຫ້ອງຮັບແຂກຂອງທ່ານ ດ່າວວັນຕ້ຽນ ເຕັມໄປດ້ວຍຂອງທີ່ລະນືກ ທີ່ປ່ຽນສີໄປຕາມການເວລາເຊັ່ນ: ມີດແຫຼມ - ຂອງຂວັນຈາກເພື່ອນທະຫານລາວ; ການ້ຳທີ່ເຮັດຈາກປອກລູກປືນ; ຈອກເຫລົ້າທີ່ເຮັດຈາກຕົ້ນໄມ້ປ່ອງ ຂອງຄົນລາວມອບໃຫ້ ໃນປີ 1969; ໜ້າຍິງຂອງຜູ້ນຳໜ້າທະຫານໃນສົງຄາມຕໍ່ຕ້ານຝຣັ່ງໃນລາວ ໃນຕົ້ນຊຸມປີ 1900...
ຍສໝ - ພົນຈັດຕະວາ ຫງວຽນວັນນາມ ຢັ້ງຢືນວ່າ: ການພົບປະແລກປ່ຽນລະຫວ່າງນາຍທະຫານໜຸ່ມວິທະຍາຄານເສນາຮັກ ແລະຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເລິກເຊິ່ງ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດເວົ້າລວມ ແລະຂອງຖັນແຖວນາຍທະຫາຍໜຸ່ມກອງທັບສອງປະເທດເວົ້າສະເພາະ ເຊິ່ງຍາມໃດກໍ່ໄດ້ຈົດຈຳ ແລະຝັງເລິກໃນໃຈກ່ຽວກັບຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ສອງຊາດ ຫວຽດນາມ - ລາວ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ນໍ້າຂອງ ບໍ່ເລິກປຸນປານໄດ້”.
ຍສໝ - ນີ້ແມ່ນການເຄື່ອນໄຫວແນໃສ່ປະກອບສ່ວນສຶກສາຊາວໜຸ່ມສອງປະເທດ ແລະຄວາມຕັດສິນໃຈຂອງນາຍທະຫານໜຸ່ມກອງທັບສອງປະເທດໃນການຮັກສາ ແລະພັດທະນາສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ພ້ອມທັງແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການເຄື່ອນໄຫວຂອງນາຍທະຫານໜຸ່ມ ແລະວຽກງານບໍາລຸງສ້າງນາຍທະຫານໜຸ່ມ.
ຍສໝ - ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງກວາງບິ່ງ ຫວັງວ່າໃນໄລຍະຈະມາເຖິງ ຫວຽດນາມ - ລາວ - ອົດສະຕາລີ ຈະມີໂອກາດຮ່ວມມືກັນຫຼາຍກວ່າ ໃນການດຶງດູດການລົງທຶນ.
ຍສໝ - ບໍລິສັດລົດແທັກຊີ GSM ຂອງ ເສດຖີເງິນຕື້ ຟ້າມເຍິດເວື້ອງ ຈະເຄື່ອນໄຫວການຂົນສົ່ງໂດຍສານທີ່ຢູ່ລາວໃນປີນີ້ ດ້ວຍຂອບຂະໜາດລົດເຖິງ 1,000 ຄັນ.
ຍສໝ - ດ້ວຍບັນດາໝາກຜົນທີ່ຕັ້ງໜ້າ, ມີຄວາມສຳຄັນທີ່ບັນລຸໄດ້, ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານ “ການປະຕິວັດສີ”, “ການຫັນປ່ຽນໂດຍສັນຕິ”, ການຈະລາຈົນໂຄ່ນລົ້ມ, ຍູ້ແຮງການສົມທົບກັນແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບໍ່ປະໃຫ້ອິດທິກໍາລັງທີ່ເປັນປໍລະປັກໂຄສະນາເຜີຍແຜ່ຕ້ານ ແລະທຳລາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ ກໍ່ຄືສົມທົບກັນເພື່ອຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ການເຄື່ອນໄຫວໃນປີທີ່ລາວ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2024 ຢ່າງເດັດຂາດ.
ຍສໝ - ນີ້ແມ່ນໂຄງການສຳຄັນໃນຂອບເຂດໂຄງການສັງລວມທາງລົດໄຟ ຫວຽດນາມ - ລາວ, ແມ່ນໜຶ່ງໃນບັນດາບຸລິມະສິດຂອງລັດຖະບານສອງປະເທດ ຫວຽດນາມ - ລາວ ເຊິ່ງໄດ້ສະແດງອອກໃນວິວັດການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດກ່ຽວກັບການພັດທະນາເສດຖະກິດ ແລະພັດທະນາພື້ນຖານໂຄງລ່າງ.
ຍສໝ - ຕອນບ່າຍວັນທີ 16 ຕຸລາ, ຢູ່ນະຄອນຫຼວງວຽງຈັນ (ລາວ), ຄະນະຜູ້ແທນຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ມີການພົບປະ ແລະ ເຮັດວຽກກັບຄະນະປະຈຳຄະນະຊາວໜຸ່ມນະຄອນຫຼວງວຽງຈັນ.
ຍສໝ - ຍັງອີກບໍ່ພໍເທົ່າໃດເດືອນ ສປປລາວ ຈະໄດ້ເປັນເຈົ້າພາບຈັດກອງ ປະຊຸມທ່ອງທ່ຽວອາຊຽນ ແລະ ເປີດ ປີທ່ອງທ່ຽວລາວຢ່າງເປັນທາງ ການແລ້ວ, ເຊິ່ງມາຮອດດຽວນີ້ ບໍ່ວ່າທາງພາກລັດ-ເອກະຊົນ ແລະ ຜູ້ປະກອບການຕ່າງໆລ້ວນແລ້ວ ແຕ່ໄດ້ກະກຽມຫລາຍປັດໄຈ ເພື່ອ ຕ້ອນຮັບກອງປະຊຸມດັ່ງກ່າວ ແລະ ການປີເປີດທ່ອງທ່ຽວໃຫ້ມີບັນຍາ ກາດຟົດຟື້ນ.
ຍສໝ - ໂດຍດໍາເນີນໃນວັນທີ 17, 18, 19 ຕຸລາ, ກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 41 ຄາດວ່າຈະປຶກສາຫາລື, ແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືວຽກງານຕໍາຫຼວດລະຫວ່າງ ບັນດາປະເທດສະມາຊິກຕໍາຫຼວດອາຊຽນ, ບັນດາຄູ່ຮ່ວມມືເຈລະຈາ ແລະຜູ້ສັງເກດການ ເພື່ອແກ້ໄຂບັນດາບັນຫາອາດຊະຍາກໍາຂ້າມຊາດຄື ການຄ້າຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າອາວຸດ, ການຄ້າສັດປ່າ, ອາດຊະຍາກໍາທາງທະເລ, ອາດຊະຍາກໍາການຄ້າ...
ຍສໝ - ຫວ່າງມໍ່ໆມານີ້, ຄະນະຜູ້ແທນນາຍທະຫານໜຸ່ມກອງທັບປະຊາຊົນລາວ ໄດ້ມີການຢ້ຽມຢາມ, ແລກປ່ຽນ, ປຶກສາຫາລືກັບນາຍທະຫານໜຸ່ມຂອງວິທະຍາຄານເຕັກນິກການທະຫານຫວຽດນາມ.
ຍສໝ - ຮ່າໂນ້ຍ ໄດ້ເພີ່ມຂຶ້ນ 1 ລະດັບ ເມື່ອທຽບໃສ່ປີກາຍ, ຂຶ້ນຢູ່ອັນດັບທີ 96 ໃນບັນຊີລາຍຊື່ “100 ນະຄອນທ່ອງທ່ຽວດີທີ່ສຸດໃນໂລກ” ສັງລວມໂດຍບໍລິສັດທີ່ປຶກສາດ້ານການທ່ອງທ່ຽວຊັ້ນນໍາ Resonance Consultancy (ການາດາ).
ຍສໝ - ນີ້ແມ່ນໂອກາດເພື່ອໃຫ້ກຳລັງຕຳຫຼວດແຂວງເຊີນລາ ພ້ອມກັບບັນດາແຂວງຂອງປະເທດເພື່ອນລາວ ຕີລາຄາວຽກງານສົມທົບກັນຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບຢູ່ເຂດຊາຍແດນປີ 2023 ແລະ ເປັນເອກະພາບຕໍ່ທິດທາງການຮ່ວມມືປີ 2024.
ຍສໝ - ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ກະຊວງປ້ອງກັນປະເທດລາວ ໃນຖານະເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເປີດກວ້າງ (ADMM+) ໃນປີ 2024 ຈະສືບຕໍ່ປະກອບສ່ວນຮັກສາທ່າພັດທະນາຂອງການຮ່ວມມືດ້ານປ້ອງກັນຊາດ ອາຊຽນ.
ຍສໝ - ຈາກບົດຮຽນໃນການຈັດຕັ້ງຜັນຂະຫຍາຍການຫັນປ່ຽນດີຈີຕອນຢູ່ຫວຽດນາມ, ທ່ານລັດຖະມົນຕີ ຫງວຽນແມ້ງຮຸ່ງ ໄດ້ສະເໜີແນະຕໍ່ຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນປ່ຽນດີຈີຕອນຂອງລາວວ່າ ລາວ ຄວນມີຫ້ອງການຄະນະກຳມະການແຫ່ງຊາດກ່ຽວກັບການຫັນປ່ຽນດີຈີຕອນ ຢູ່ກະຊວງເຕັກໂນໂລຢີ ແລະການສື່ສານຂອງລາວ.