ໃນວັນທີ 8 ພຶດສະພາ 2018 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ນາງ wibke Thies ທີ່ປຶກສາຂັ້ນສູງ ຂົງເຂດປ່າໄມ້ຊີວະນານາພັນ ແລະ ກະສິກຳ ຂອງສຳນັກງານໃຫຍ່ (GIZ) ໂຄງການຂອງ (ProFEB ) ພ້ອມດ້ວຍຄະນະ.
ວກ. - ການລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ ໄດ້ກາຍເປັນຂີດໝາຍປະຫວັດສາດອັນສຳຄັນສຳລັບ 12 ປະເທດສະມາຊິກ, ໃນນັ້ນມີ ສສ ຫວຽດນາມ. ກ່ອນເມື່ອສັນຍາສະບັບນີ້ໄດ້ຮັບການສັດຕະຍາບັນຢ່າງເປັນທາງການ, ພວກເຮົາຕ້ອງຮັບຮູ້ໄດ້ຢ່າງຈະແຈ້ງ ກ່ຽວກັບບັນຫາອັນສຳຄັນຂອງການກະເສດ ຮັບຮູ້ໂອກາດແລະສິ່ງທ້າທາຍຂອງມັນ ເພື່ອເປັນເຈົ້າການພັດທະນາກະສິກຳ ຊຶ່ງໄດ້ຖືວ່າເປັນຂະແໜງການທີ່ມີທ່າໄດ້ປຽບຫຼາຍຢ່າງຂອງຫວຽດນາມ.
ວກ - ການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ ມີຄວາມສຳຄັນພິເສດຕໍ່ການພັດທະນາກະສິກຳ ກໍ່ສ້າງຊົນນະບົດໃໝ່ ຍົກສູງຊີວິດການເປັນຢູ່ຂອງຊາວກະສິກອນ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ. ນັ້ນແມ່ນເສັ້ນທາງທີ່ຈຳເປັນຕ້ອງດຳເນີນໄປສຳລັບປະເທດກຳລັງພັດທະນາທຸກປະເທດ ເປັນຕົ້ນແມ່ນປະເທດຫວຽດນາມ ເຊິ່ງເປັນປະເທດກະສິກຳຫຼ້າຫຼັງ ທີ່ຢາກກໍ່ສ້າງລະບົບເສດຖະກິດທັນສະໄໝ.
ວກ - ການຮັບຮູ້ຢ່າງຖືກຕ້ອງກ່ຽວກັບບົດບາດຂອງຊາວນາໃນປະຈຸບັນ ມີຄວາມໝາຍສຳຄັນທີ່ສຸດ, ດ້ານໜຶ່ງ, ມັນເປັນພື້ນຖານເພື່ອສືບຕໍ່ປຸກລະດົມ ສົ່ງເສີມຊາວນາເຂົ້າຮ່ວມຢ່າງຕັ້ງໜ້າໃນການເຄື່ອນໄຫວເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ; ດ້ານອື່ນ, ເປັນຫຼັກຖານເພື່ອຊອກຫາບັນດາວິທີແກ້ໄຂ ແນໃສ່ສືບຕໍ່ເສີມຂະຫຍາຍເປັນຢ່າງດີ ບົດບາດດັ່ງກ່າວນັ້ນ, ປະກອບສ່ວນນຳເອົາການປະຕິວັດຫວຽດນາມ ບັນລຸເຖິງເປົ້າໝາຍທີ່ໄດ້ວອງອອກມາໂດຍໄວ.
ແຕ່ມະຕິສະບັບເລກທີ 10-NQ/TW, ລົງວັນທີ 5 ເມສາ 1998, ຂອງກົມການເມືອງສູນກາງພັກ ວ່າດ້ວຍການປ່ຽນແປງໃໝ່ເສດຖະກິດໃນການກະສິກຳ; ມະຕິກອງປະຊຸມສູນກາງພັກ ຄັ້ງທີ 5 ສະໄໝທີ IX ວ່າດ້ວຍຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝດ້ານກະສິກຳ, ຊົນນະບົດ ໄລຍະ 2001 – 2010,... ເຖິງ ມະຕິກອງປະຊຸມສູນກາງພັກ ຄັ້ງທີ 7 ສະໄໝທີ X “ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ”, ທີ່ໄດ້ບັນດາຂະແໜງການ ຂັ້ນຕ່າງໆ ແຕ່ສູນກາງຈົນຮອດທ້ອງຖິ່ນ, ວົງການວິສາຫະກິດ ແລະ ພີ່ນ້ອງຊາວກະສິກອນ ປະຕິບັດຢ່າງມີປະສິດທິຜົນໃນພາກຕົວຈິງ, ເຊິ່ງໄດ້ຍາດເອົາຜົນງານອັນໃຫຍ່ຫຼວງມາໃຫ້ກະສິກຳ, ຊົນນະບົດຂອງປະເທດເຮົາ, ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການເຕີບໂຕລວມຂອງທົ່ວປະເທດ, ຫຼຸດຜ່ອນຄວາມອຶດຫິວ ແລະ ຄວາມທຸກຍາກ, ຮັບປະກັນສະຫວັດດີການ ແລະ ຮັກສາສະຖຽມລະພາບ ຄວາມສະຫງົບດ້ານການເມືອງ - ສັງຄົມ ຢ່າງໝັ້ນຄົງ, ໂດຍສະເພາະແມ່ນໃນບັນດາໄລຍະທີ່ປະເທດຕ້ອງຜ່ານຜ່າວິກິດການເສດຖະກິດ ຄວາມຫຍຸ້ງຍາກ ແລະ ຄວາມທົດສອບຫຼາຍປະການ.