ຫວຽດນາມ ຖ່າຍທອດ ເຕັກນິກດ້ານກະສິກຳໃຫ້ລາວ

11:09 | 14/08/2018

ຍສໝ - ໃນງານວາງສະແດງຜົນງານດ້ານເຕັກໂນໂລຊີ ໃນຫົວຂໍ້ "ເວທີສົ່ງເສີມຖ່າຍທອດເຕັກນິກຫວຽດນາມ-ລາວ 2018" ໄດ້ມີການເຊັນສັນຍາຮ່ວມມື ຖ່າຍທອດເຕັກໂນໂລຊີ ລະຫວ່າງ ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ນັກທຸລະກິດຫວຽດນາມ ກັບບັນດາຄູ່ຮ່ວມມືຂອງລາວ ໄດ້ຮັບການເຊັນຮ່ວມກັນ.

ຫວຽດນາມ ຖ່າຍທອດ ເຕັກນິກດ້ານກະສິກຳໃຫ້ລາວ

ສັນຍາກ່ຽວກັບການຖ່າຍທອດເຕັກໂນໂລຊີ ໄດ້ຮັບການລົງນາມ.

ຕັ້ງແຕ່ວັນທີ 9-10 ສິງຫາ ຢູ່ທີ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີລາວ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ສົມທົບກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີລາວ ຈັດງານ ວາງສະແດງຜົນງານໃນຫົວຂໍ້ ເວທີສົ່ງເສີມຖ່າຍທອດເຕັກໂນໂລຊີ ຫວຽດນາມ-ລາວ((TechConnect ຫວຽດນາມ-ລາວ).

ທ່ານ ຕະຫວຽດຢຸງ ຫົວໜ້າກົມ-ກົມ ປະຍຸກ ແລະ ພັດທະນາ ເຕັກໂນໂລຊີ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ວ່າ: ບົນພື້ນຖານຄວາມຮຽກຮ້ອງຕ້ອງການຮັບເຕັກໂນໂລຊີຂອງຄູ່ຮ່ວມມືລາວ , ກົມ ປະຍຸກ ແລະ ພັດທະນາ ເຕັກໂນໂລຊີ ໄດ້ເຮັດວຽກບັນດາຫົວໜ່ວຍທຸລະກິດຫວຽດນາມ ທີ່ມີແຫຼ່ງສະໜອງ ເຕັກໂນໂລຊີ ແລະ ຄວາມສາມາດໃນການຮ່ວມມືກັບຄູ່ຮ່ວມມືລາວ ແລະ ເຊື່ອມຕໍ່ ເພື່ອໃຫ້ທັງສອງເຊັນສັນຍາຮ່ວມມື ຖ່າຍທອດເຕັກໂນໂລຊີ ຢູ່ທີ່ງານວາງສະແດງດັ່ງກ່າວນີ້. ພ້ອມນັ້ນ ກໍ່ຮ່າງຄູ່ມືເປັນສອງພາສາ ຫວຽດນາມ ແລະ ລາວ ເພື່ອສົ່ງເສີມການຖ່າຍທອດເຕັກໂນໂລຊີ ຫວຽດນາມ-ລາວ ເພື່ອຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ.

ທ່ານ ເຂື່ອນຄຳ ສະມຸນຕີ ອຳນວຍການ ບໍລິສັດ ນຳເຂົ້າ-ສົ່ງອອກ Lao Scitec, ຫົວໜ່ວຍທຸລະກິດທີ່ໄດ້ເຊັນສັນຍາກັບ ມະຫາວິທະຍາ ໄລ ຮ່າໂນ້ຍ ກ່ຽວກັບການຖ່າຍທອດເຕັກໂນໂລຊີ ຄຸ້ມຄອງລົດຂົນສົ່ງ ແບບອອນລາຍ EMDDI ໄດ້ໃຫ້ຮູ້ວ່າ: ບໍລິສັດກຳລັງເລີ່ມ ພັດທະນາລະບົບເຕັກໂນໂລຊີ ຄຸ້ມຄອງລົດແບບອອນລາຍ EMDDI ໃນການບໍລິການລົດ ແທັກຊີ້, ລົດເມນ້ອຍ ແລະ ອາດຈະກ້າວໄປເຖິງ ລົດຕຸກຕຸກ ຢູ່ ລາວ. ຈາກນັ້ນ ເຮັດໃຫ້ປະຊາຊົນ, ນັກທ່ອງທ່ຽວ ສາມາດເອີ້ນລົດໂດຍສານໄດ້ຢ່າງງ່າຍດາຍບໍ່ວ່າຈະຢູ່ໃສກໍ່ຕາມ.

ທ່ານ ເຄື່ອນຄຳ ສະມູນຕີ ໄດ້ໃຫ້ຮູ້ຕື່ມອີກວ່າ: ການປະຍຸກໃຊ້ເຕັກໂນໂລຊີດັ່ງກ່າວ ບໍ່ພຽງຈະຊ່ວຍໃຫ້ບໍລິສັດ ບັນລຸເປົ້າໝາຍຂອງການດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ ພາຫະນະຂົນສົ່ງທາງບົກໃໝ່ໃຫ້ແກ່ ປະເທດລາວ, ຍ້ອນວ່າ EMDDI ເປັນເຕັກໂນໂລຊີ ຄຸ້ມຄອງລົດຂົນສ່ົງແບບອອນລາຍທຳອິດກຳລັງຜັນຂະຫຍາຍຢູ່ ລາວ.

ຕາມທ່ານ ຮສຈ.ປອ. ວູ໋ວັນຕິກ ຫົວໜ້າຄະນະ ວິທະຍາສາດເຕັກໂນໂລຊີ ມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ, ໃນອານາຄົດ ມະຫາວິທະຍາໄລ ແຫ່ງຊາດຮ່າໂນ້ຍ ຈະຖ່າຍທອດເຕັກໂນໂລຊີ ພ້ອມກັນ 3 ແບບ ຕາມຄວາມຕ້ອງການຂອງຫົວໜ່ວຍທຸລະກິດ ແລະ ສູນຄົ້ນຄວ້າ ແລະ ກໍ່ສ້າງຂອງລາວ ປະກອບມີ: ເຕັກໂນໂລຊີຜລິດ ນຳ້ມັນ Diesel ແລະ ຜລິດຕະພັນການຢາຕິດມາພ້ອມ, ເຕັກໂນໂລຊີ ຈຸລິນຊີ ໃນການແກ້ໄຂສະພາບແວດລ້ອມ ແລະ ເຕັກໂນໂລຊີປະຍຸກ ພັດທະນາກະສິກຳສີຂຽວ( ຝຸ່ນຈຸລິນຊີ, ອາຫານສັດ, ຢາປາບສັດຕູພືດຕ່າງໆ) ແລະ ເຕັກໂນໂລຊີ ຂໍ້ມູນຂ່າວສານ-ສື່ສານມວນຊົນ ຮັບໃຊ້ການຄຸ້ມຄອງຕົວເມືອງອັດສະລິຍະ ແລະ ບໍລິການຂົນສົ່ງອັດສະລິຍະ EMMDI.

ເປັນຫົວໜ່ວຍຖ່າຍທອດເຕັກໂນໂລຊີ ປູກຝັງ ແລະ ຜລິດຜັກກິນໝາກໃຫ້ລາວ ທ່ານ ວູ໋ຊົນຈຸງ ອຳນວຍການ ສູນປະຍຸກຄວາມກ້າວໜ້າ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ນາມດິ້ງ ໄດ້ໃຫ້ຮູ້ວ່າ: ເວທີ ການຖ່າຍທອດເຕັກໂນໂລຊີ ຫວຽດນາມ-ລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍສຳຄັນອັນເປັນຈິງ ສ້າງໂອກາດໃຫ້ນັກວິທະຍາສາດ, ນັກທຸລະກິດ ສອງປະເທດພົບປະກັນ ແລກປ່ຽນກ່ຽວກັບການຮ່ວມມືໃນການຄົ້ນຄວ້າ, ນຳໃຊ້ການພັດທະນາ ວິທະຍາສາກ ແລະ ເຕັກໂນໂລຊີ. ເພື່ອຜັນຂະຫຍາຍສັນຍາການຖ່າຍທອດເຕັກໂນໂລຊີ ໄດ້ຮັບການເຊັນກັນໃຫ້ປະກົດຜົນເປັນຈິງ, ໃນອານາຄົດ ສູນ ປະຍຸກຄວາມກ້າວໜ້າ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ນາມດິ້ງ ຈະຮ່ວມກັນປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີຂັ້ນຕອນການເຮັດວຽກຕົວຈິງກັບຝ່າຍລາວ.

ທີ່ງານ Techconnect ຫວຽດນາມ-ລາວ 2018 ກຸ່ມບໍລິສັດ ເຕັກໂນໂລຊີ T-Tech ກໍ່ໄດ້ມອບ ແບບຈຳລອງ ເຕົາເຜົາຂີ້ເຫຍື້ອ ໃຫ້ແກ່ພະແນກ ເຕັກໂນໂລຊີໃໝ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ. NETAFIM ມອບແບບຈຳລອງ ການຫົດນຳ້ແບບອັດສະລິຍະ ໃຫ້ສະຖາບັນ ວິທະຍາສາດ ແລະ ເຕັກໂນໂລຊີລາວ. ສູນ ກະສິກຳ ຊີວະວິດທະຍາ ສະຖາບັນ ກຳສິກຳຫວຽດນາມ ມອບແບບຈຳລອງ ການປູກຜັກໃນນຳ້ ໃຫ້ສູນການກະເສດຂອງລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.