ເມື່ອບໍ່ດົນມານີ້, ສະມາຄົມການເງິນຈຸລະພາກ(ສກມຈ) ຮ່ວມກັບທະນາຄານແຫ່ງ ສປປ ລາວ(ທຫລ) ໂດຍການສະໜັບສະໜູນຈາກ ອົງການ ADA ໄດ້ສຳເລັດການດຳເນີນກອງປະຊຸມ ລະດັບຊາດ ເພື່ອໃຫ້ຄວາມຮູ້ການເຂົ້າເຖິງການບໍລິການທາງດ້ານການເງິນ ປະຈຳປີ 2019 ໂດຍສະເພາະຂົງເຂດການນຳໃຊ້ລະບົບ ດີຈິີຕອນ ເຂົ້າໃນການບໍລິການດ້ານການເງິນ(Fintech) ແລະ ທ່າອ່ຽງໃນການເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ ສປປ ລາວ; ທັງຮັບຮູ້ ຍຸດທະສາດທາງດ້ານ ດີຈິີຕອນ ຂອງສະຖາບັນການເງິນ ແລະ ວິເຄາະເຖິງຜົນປະໂຫຍດຂອງ ດີຈິີຕອນ ສຳລັບການເຂົ້າເຖິງການບໍລິການທາງດ້ານການເງິນ;ສ້າງຄວາມຮັບຮູ້ ແລະ ເຂົ້າໃຈພື້ນຖານ ທາງດ້ານການເງິນຜ່ານລະບົບ ດີຈິີຕອນ ແລະ ການປຶກສາຫາລືເຖິງສິ່ງທ້າທາຍສຳລັບລູກຄ້າ ກ່ຽວກັບຄວາມເຂົ້າໃຈໃນການບໍລິການການເງິນແບບ ດີຈີຕອນ.
ຍສໝ - ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນພາຍໃຕ້ຫົວຂໍ້“ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ” ໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ.
“ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ” ນີ້ແມ່ນສານ ແລະ ກໍແມ່ນຫົວຂໍ້ຂອງກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019 (VBS 2019) ຊຶ່ງຖືກຈັດຂຶ້ນໃນວັນທີ 16 ຕຸລາ ຢູ່ຮ່າໂນ້ຍ ໂດຍມີຜູ້ເຂົ້າຮ່ວມກວ່າ 800 ຄົນທັງຢູ່ພາຍໃນ ແລະ ສາກົນ.
ຍສໝ - ໃນອານາຄົດອັນໃກ້ນີ້ເຟດບຸກຈະໄດ້ສຸມໃສ່ການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງກັບ ລີບຣາ ໂດຍຫວັງວ່າຈະສາມາດຈະສ້າງສະພາບແວດລ້ອມທາງດ້ານລະບຽບການທີ່ໝັ້ນຄົງໃຫ້ແກ່ເງິນດີຈີຕອລຊະນິດນີ້.
ການຫັນປ່ຽນດີຈີຕອນ ໄດ້ສ້າງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ, ພ້ອມທັງແມ່ນການປ່ຽນແປງທີ່ມີລັກສະນະຮອບດ້ານ. ຫວຽດນາມ ຢາກເລື່ອນອັນດັບໃນໂລກນັ້ນ ແມ່ນຕ້ອງໄປໄວ ແລະ ນໍາໜ້າເພື່ອມີທ່າແຮງແກ້ງແຍ້ງ.
ຍສໝ - ໃນລະຫວ່າງວັນທີ 25 – 28 ກໍລະກົດ 2019, ຢູ່ເທດສະບານ ເກືອລໍ່, ແຂວງເງະອານ ສສ ຫວຽດນາມ ພວມດຳເນີນກອງປະຊຸມສຳມະນາສາກົນ ໂດຍສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວລາວ ສົມທົບກັນຈັດຕັ້ງ ດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ”.
ການພັດທະນາຊັບພະຍາກອນມະນຸດ, ບຸກຄະລາກອນ ຫລື ການກໍ່ສ້າງບຳລຸງພະນັກ ງານ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ ບໍ່ວ່າຈະເປັນພະນັກງານການນຳ, ພະນັກງານຄຸ້ມຄອງ, ພະນັກງານວິຊາການ ລວມທັງ ຊາວຜູ້ອອກ ແຮງງານ ຖ້າບໍ່ໄດ້ຮັບການ ກໍ່ສ້າງບຳລຸງ ແມ່ນນັບມື້ຈະຫລ້າຫລັງ. ສະນັ້ນການພັດທະນາ ແລະ ການກໍ່ສ້າງບຸກຄະລາກອນ ໃນຂະແໜງຕ່າງໆ ຕ້ອງໃຫ້ມີຄວາມເຂັ້ມແຂງ, ສ້າງພະນັກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນໂອກາດເປີດຝຶກອົບຮົມ ແລະ ເຜີຍແຜ່ດຳລັດ ວ່າດ້ວຍການປະເມີນຜົນການຈັດຕັ້ງ ປະຕິບັດວຽກງານຂອງພະນັກງານລັດຖະກອນ ໃນວັນທີ 17 ກໍລະກົດ 2019 ທີ່ ຫໍວັດທະນະທຳ ແຫ່ງຊາດ ນະຄອນຫລວງວຽງຈັນ.
ງານວາງສະແດງ ລາວ ໄອຊີທີ 2019 ມີຜູ້ປະກອບການກ່ຽວກັບລະບົບສື່ສານໂທລະຄົມ, ລະບົບໂປຼແກຼມຮັບໃຊ້ການຫັນເປັນດີຈີຕອນ, ລະບົບການປ້ອງກັນຄວາມປອດໄພທາງດ້ານໄຊເບີ, ເຄື່ອງອຸປະກອນໄອຊີທີຕ່າງໆເຂົ້າຮ່ວມວາງສະແດງ 50 ກວ່າຮ້ານ ຊຶ່ງເປີດໃຫ້ມວນຊົນຜູ້ສົນໃຈເຂົ້າໄປທ່ຽວຊົມຈົນຮອດວັນທີ 30 ມິຖຸນາ ນີ້.
ໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີດີຈີຕອນເພື່ອພັດທະນາເສດຖະກິດດີຈີຕອນ ຢູ່ ສປປ ລາວ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຂຶ້ນໃນວັນທີ 8 ກຸມພາ ຜ່ານມາທີ່ນະຄອນຫຼວງວຽງຈັນ, ລະຫວ່າງລັດຖະບານລາວ ກັບ ບໍລິສັດລຽວບິຊິສເຕັມ (Ryobi System) ຊຶ່ງເປັນບໍລິສັດໜຶ່ງໃນກຸ່ມບໍລິສັດລຽວບິກຣຸບຈາກປະເທດຍີ່ປຸ່ນ.