ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ

06:26 | 25/10/2019

ຍສໝ - ກອງປະຊຸມລັດຖະມົນຕີ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ອາຊຽນຄັ້ງທີ 19 (TELMIN 19) ໄດ້ໄຂຂຶ້ນພາຍໃຕ້ຫົວຂໍ້“ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ” ໃນວັນທີ 24 ຕຸລາ ຢູ່ ນະຄອນຫຼວງ ວຽງຈັນ, ປະເທດລາວ.

ການເຊື່ອມຕໍ່ແບບອັດສະລິຍະໃຫ້ແກ່ການຫັນເປັນດີຈີຕອນອາຊຽນ

ທ່ານ ຫງວຽນແທັ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ. (ພາບ:TTXVN)

ໃນຂອບເຂດກອງປະຊຸມ, ບັນດາການນຳຮັບຜິບຊອບຂົງເຂດໂທລະຄົມມະນາຄົມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ອາຊຽນ ຈະກວດກາຄືນສະພາບການຜັນຂະຫຍາຍການຮ່ວມມືພາຍໃນ 1 ປີທີ່ຜ່ານມາ, ພ້ອມທັງປຶກສາຫາລືເຫັນດີເປັນເອກະພາບຕໍ່ການກຳນົດທິດການຮ່ວມມືກັບບັນດາເປົ້າໝາຍບຸລິມະສິດໃຫ້ແກ່ໄລຍະການຮ່ວມມືຕໍ່ໄປ, ລວມມີບັນດາຂໍ້ລິເລີ່ມ, ລາຍການຮ່ວມມືເພື່ອແນໃສ່ຫັນເປັນດີຈີຕອນຢູ່ອາຊຽນ. ທ່ານ ຫງວຽນແທັ່ງຮຶງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ. ໃນໄລຍະເຂົ້າຮ່ວມກອງປະຊຸມ, ທ່ານ ຫງວຽນແທັງຮຶງ ພ້ອມກັບບັນດາສະມາຊິກໃນຄະນະປະຕິບັດງານຈະມີການພົບປະ ແລະ ເຮັດວຽກສອງຝ່າຍກັບບັນດາປະເທດ ແລະ ITU ເພື່ອແນໃສ່ ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານກໍ່ຄືບັນດາຂົງເຂດການຮ່ວມມືຢ່າງລະອຽດໃນໄລຍະຈະມາເຖິງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.