ຍສໝ - ສິລະປະຍຸດການທະຫານຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດ. ຄົ້ນ ຄວ້າ, ພັດທະນາສິລະປະຍຸດການທະຫານຫວຽດນາມ ແມ່ນບັນຫາຮີບດ່ວນ ແລະຈຳເປັນທັງດ້ານທິດສະດີ ແລະພຶດຕິກຳ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ ກຽມພ້ອມສູ້ຮົບ ແລະສູ້ຮົບ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່.
ຍສໝ - ປີ 2024 ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ. ເພື່ອມີຄວາມເຂົ້າໃຈຈະແຈ້ງກວ່າກ່ຽວກັບຜົນງານດັ່ງກ່າວ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳນິວເດລີ ໄດ້ມີການສຳພາດທ່ານ SD Pradhan ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ.
ຍສໝ - ສາຍການບິນຫວຽດເຈັດ (Vietjet) ໄດ້ມອບຂໍ້ສະເໜີສຸດພິເສດ ຄ່າໂດຍສານລາຄາທີ່ປະຢັດ ສຳລັບຖ້ຽວບິນລະຫວ່າງນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈີມິນ
ຍສໝ - ວັນທີ 9 ທັນວາ, ທີ່ນະຄອນຫຼວງປັກກິ່ງ (ຈີນ), ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການພົບປະສັງສັນກັບນັກຮົບເກົ່າ, ນັກຊ່ຽວຊານຈີນ ທີ່ເຂົ້າຮ່ວມ ຊ່ວຍເຫຼືອການປະຕິວັດຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ເຂົ້າຮ່ວມການພົບປະສັງສັນ ຍັງມີທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ພ້ອມກັບນັກຮົບເກົ່າ, ນັກຊ່ຽວຊານ ແລະຍາດຕິພີ່ນ້ອງຂອງນັກຮົບເກົ່າ, ນັກຊ່ຽວຊານຈີນ ກວ່າ 30 ຄົນ.
ຍສໝ - ຕອນຄໍ່າວັນທີ 9 ທັນວາ, ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນ 18 ວິສາຫະກິດ ວົງຕະກູນ ຈາງ ແລະຫງຽມ ທີ່ມາຈາກ 11 ແຂວງ, ນະຄອນຂອງຈີນ ນຳໂດຍທ່ານ Yan JieHe, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງປາຊີຟິກ ແລະກຸ່ມບໍລິສັດກໍ່ສ້າງ SuShang ເຊິ່ງເປັນບັນດາວິສາຫະກິດ ຂຶ້ນກັບ 500 ວິສາຫະກິດໃຫຍ່ສຸດໃນທົ່ວໂລກ, ທີ່ພວມຢ້ຽມຢາມ ແລະຊອກຮູ້ກາລະໂອກາດຮ່ວມມື, ລົງທຶນຢູ່ຫວຽດນາມ.
ຍສໝ - ໃນວັນທີ 6 ພະຈິກ ນີ້, ສະຫາຍ ນາງ ໂງເຟືອງລີ ພັນລະຍາເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ສືບຕໍ່ຢ້ຽມຢາມສະຖານທີ່ສໍາຄັນຈໍານວນໜຶ່ງ ຢູ່ ນະຄອນຫຼວງວຽງຈັນ
ຍສໝ - ວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າວັດທະນະທໍາ, ພາສາ ແລະ ການສຶກສາ (CLEF) ສົມທົບກັບມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຈັດຕັ້ງການສໍາມະນາ ດ້ວຍຫົວຂໍ້ “ການແປ ແລະ ແປເນື້ອເພງ ຫວຽດນາມ - ຍີ່ປຸ່ນ” ແລະ ງານມະໂຫລານເພງພື້ນເມືອງ ຫວຽດນາມ - ຍີ່ປຸ່ນ ຄັ້ງທີ 2. ເຫດການນີ້ ບໍ່ພຽງແຕ່ແມ່ນໂອກາດເພື່ອແລກປ່ຽນດ້ານວິຊາການເທົ່ານັ້ນ ຫາກຍັງແມ່ນພື້ນທີ່ສະຫຼັບວັດທະນະທຳທີ່ເປັນເອກະລັກພິເສດລະຫວ່າງ 2 ປະເທດ.
ການພົວພັນແບບພິເສດລະຫວ່າງສອງປະເທດ ຫວຽດນາມ-ລາວ ໄດ້ສ້າງຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດນາມ ບໍ່ພຽງແຕ່ໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດເທົ່ານັ້ນ, ຫາກໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນອີກດ້ວຍ, ກອງທັບສອງປະເທດ ຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ເພື່ອພ້ອມກັນຮ່ວມມື ແລະພັດທະນາ.
ຍສໝ - ຕອນບ່າຍວັນທີ 7 ທັນວາ, ຢູ່ແຂວງ Nagasaki, ທ່ານ ເຈີ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ພົບປະກັບພະນັກງານ, ພາລະກອນສະຖານກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.
ຍສໝ - ວັນທີ 8 ທັນວາ, ຄະນະຈັດຕັ້ງລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະເພື່ອນມິດ” ຄັ້ງທີ 2, ປີ 2024 ໄດ້ຈັດຕັ້ງການກວດເບື້ອງຕົ້ນລາຍການສິລະປະໃນຂອບເຂດການພົບປະແລກປ່ຽນ.
ຍສໝ - ວັນທີ 6 ທັນວາ, ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມພົບປະລະຫວ່າງກົມດ່ານ, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ.
ເນື່ອງໃນໂອກາດ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ວັນທີ 15 ທັນວາ, ຄະນະກຳມະການປະຊາຊົນແຂວງ ລອງອານ ໄດ້ຈັດຕັ້ງພິທີເປີດສະຫຼອງໝູ່ບ້ານວັດທະນະທຳ ຫວຽດນາມ - ຍີ່ປຸ່ນ.
ຍສໝ - ຈາກ ເຊີນລາ ຫາ ແທງຮວ໋າ, ກອນຕູມ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ພົບປະເຈລະຈາລະຫວ່າງປະຊາຊົນ ຫວຽດນາມ ແລະ ລາວ ໄດ້ສ້າງຂົວເຊື່ອມຕໍ່ແບບຍືນຍົງ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການຮ່ວມມືໃນໄລຍະຍາວ.
ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ.
ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.
ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນວຽກງານລວມຂອງບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ, ປະກອບສ່ວນແກ້ໄຂບັນດາບັນຫາ ແລະສິ່ງທ້າທາຍທີ່ມີລັກສະນະທົ່ວໂລກຢ່າງມີປະສິດທິຜົນ. ຜ່ານການເຄື່ອນໄຫວນີ້ບໍ່ພຽງແຕ່ພິສູດໃຫ້ເຫັນຄວາມສາມາດ, ຄວາມຮັບຜິດຊອບຂອງຫວຽດນາມ ຕໍ່ກັບຄວາມມານະພະຍາຍາມ ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃນທົ່ວໂລກເທົ່ານັ້ນ ຫາກຍັງຢັ້ງຢືນບົດບາດ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນຂອງປະເທດນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍທະຫານຊາຍແດນ ວິງຊວນ, ກອງບັນຊາການທະຫານຊາຍແດນແຂວງເທື່ອທຽນເຫວ້ ໄດ້ສົມທົບກັບບັນດາອົງການຈັດຕັ້ງ, ບຸກຄົນເພື່ອມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນຂຶ້ນກັບຕາແສງ ວິງຊວນ ແລະຕາແສງ ຟູ໋ຢຽນ (ເມືອງຝູວາງ) ໃນລາຍການ “ຄວາມອົບອຸ່ນໃນລະດູໜາວ”.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ນັກຊ່ຽວຊານສາກົນຫຼາຍທ່ານໄດ້ສະແດງຄວາມນິຍົມ ແລະ ຕີລາຄາສູງບົດບາດ, ຜົນງານຂອງກອງທັບ ຫວຽດນາມ ໃນປະຫວັດສາດ, ປະຈຸບັນ ແລະ ອະນາຄົດ.
ຍສໝ - ຄຽງຄູ່ກັບບັນດາຜົນງານໃນການສ້າງສາປະເທດຊາດ, ຫວຽດນາມ ຍັງບັນລຸໄດ້ຜົນງານຫຼາຍຢ່າງໃນການຮັບປະກັນສິດທິມະນຸດໃນທຸກດ້ານຂອງຊີວິດສັງຄົມ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ນາງ ເລທິທູຮັ່ງ, ຫົວໜ້າຄະນະກຳມະການ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ New Caledonia - ຜືນແຜ່ນດິນຂອງ ຝະລັ່ງ ຢູ່ພາກພື້ນປາຊີຟິກ ຕາເວັນຕົກສຽງໃຕ້.