ກຸ່ມນັກລົງທຶນ ສ.ເກົາຫລີ ມອບເຄື່ອງຄອມພິວເຕີ ໃຫ້ແຂວງຈຳປາສັກ

ກຸ່ມນັກລົງທຶນ ສ.ເກົາຫລີ ມອບເຄື່ອງຄອມພິວເຕີ ໃຫ້ແຂວງຈຳປາສັກ

ໃນໂອກາດກ່າວຮັບ ຊຸດອຸປະກອນເຄື່ອງຄອມພິວເຕີດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ ພ້ອມຄະນະ ໄດ້ກ່າວຂອບໃຈ ຕໍ່ກຸ່ມນັກລົງທຶນ ສ.ເກົາຫລີ ທີ່ໄດ້ປະກອບສ່ວນເຂົ້າ ໃນການຊຸກຍູ້ ພັດທະນາວຽກງານ ຂອງແຂວງຈຳປາສັກ.

ການນຳແຂວງຈຳປາສັກ ເຂົ້າອວຍພອນກົງສຸນໃຫ່ຍ ສສ ຫວຽດນາມ ປະຈຳພາກໃຕ້

ການນຳແຂວງຈຳປາສັກ ເຂົ້າອວຍພອນກົງສຸນໃຫ່ຍ ສສ ຫວຽດນາມ ປະຈຳພາກໃຕ້

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ນີ້, ຄະນະພັກ ອົງການປົກຄອງ ແຂວງຈຳປາສັກ, ນຳໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ  ທ່ານ ບຸ່ຍເຖຢຸ໋ງ ກົງສຸນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ທີ່ນະຄອນປາກເຊໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).

ແຂວງຈຳປາສັກຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020: ສຸມໃສ່ປູກພືດ, ຜ່ານຜ່າຜົນເສຍຫາຍນ້ຳຖ້ວມ

ແຂວງຈຳປາສັກຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020: ສຸມໃສ່ປູກພືດ, ຜ່ານຜ່າຜົນເສຍຫາຍນ້ຳຖ້ວມ

ແຂວງຈຳປາສັກເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020 ໃຫ້ບັນລຸຕາມຕົວເລກຄາດໝາຍທີ່ໄດ້ວາງໄວ້ ແລະ ດຳ-ເນີນໄປຢ່າງເປັນຂະບວນກວ້າງຂວາງ ມີຈຸດສຸມ ທັງເປັນການສຸມໃສ່ຜະລິດເພື່ອທົດແທນຜົນເສຍຫາຍຈາກໄພນ້ຳຖ້ວມໃນລະດູຝົນຜ່ານມາ.

ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

ໃນວັນທີ 15 ກັນຍາ 2019, ຢູ່ສະໂມສອນຫຼັກ4 ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບຈັດເງິນຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ, ໂດຍການມອບຂອງ ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວຍຄະນະກໍາມະການປ້ອງກັນ,ຄວບຄຸມ ແລະຟື້ນຟູ ໄພພິບັດແຂວງຈໍາປາສັກ ແລະ ພະແນກການທີ່ກ່ຽວຂ້ອງ.

ກອງບັນຊາການທະຫານແຂວງຈຳປາສັກ ຢ້ຽມຢາມກອງບັນຊາການທະຫານແຂວງບິງດີງ

ກອງບັນຊາການທະຫານແຂວງຈຳປາສັກ ຢ້ຽມຢາມກອງບັນຊາການທະຫານແຂວງບິງດີງ

ຫວ່າງບໍ່ດົນມານີ້, ສະຫາຍ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານກອງບັນຊາ ການທະຫານແຂວງຈຳປາສັກ ພ້ອມດ້ວຍຄະນະໄດ້ໄປຢ້ຽມ ຢາມແລກປ່ຽນບົດຮຽນກັບ ກອງບັນຊາການທະຫານແຂວງ ບິງດີງ ສສ ຫວຽດນາມ ໂດຍ ໃຫ້ການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພັນເອກ ຟາມຮີ້ວ ລົກ ຄະນະປະຈຳພັກແຂວງ ຫົວ ໜ້າການທະຫານກອງບັນຊາ ການທະຫານແຂວງບິງດີງ.

ເນື້ອທີ່ປ່າໄມ້ ຢູ່ແຂວງຈຳປາສັກຖືກບຸກລຸກ ເພື່ອປູກມັນຕົ້ນ ເປັນບັນຫາແຜ່ລາມຮ້າຍແຮງ

ເນື້ອທີ່ປ່າໄມ້ ຢູ່ແຂວງຈຳປາສັກຖືກບຸກລຸກ ເພື່ອປູກມັນຕົ້ນ ເປັນບັນຫາແຜ່ລາມຮ້າຍແຮງ

ໃນໄລຍະ 2 ປີຜ່ານມາ ສະພາບບຸກລຸກປ່າໄມ້ ຢູ່ແຂວງຈຳປາສັກ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນ ໂດຍສະເພາະແມ່ນການບຸກລຸກດິນປ່າໄມ້ ເພື່ອການປູກມັນຕົ້ນ, ໜັກໜ່ວງກວ່າໝູ່ໝົດແມ່ນໃນເຂດປ່າສະຫງວນດົງຫົວສາວ,ເຂດປ່າຜະລິດເມືອງປະທຸມພອນ,ເຂດປ່າຜະລິດສິລິວັງເວີນເຂດເມືອງບາຈຽງ ແລະ ເມືອງຊະນະສົມບູນ,ເຂດປ່າຜະລິດໜອງຕາໂຫງກ ແລະ ເຂດປ່າປ້ອງກັນຊາຍແດນເມືອງຈຳປາສັກ ແລະ ເມືອງສຸຂຸມາອີກຈຳນວນໜຶ່ງ.

ທ້າຍເດືອນເມສາ ງານມະຫະກຳຊັບສິນທາງປັນຍາຈະຈັດຂຶ້ນ ທີ່ແຂວງຈຳປາສັກ

ທ້າຍເດືອນເມສາ ງານມະຫະກຳຊັບສິນທາງປັນຍາຈະຈັດຂຶ້ນ ທີ່ແຂວງຈຳປາສັກ

ລະຫວ່າງວັນທີ 24-28 ເມສາທີ່ຈະມາເຖິງນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບອຳນາດການປົກຄອງແຂວງຈຳປາສັກຈະເປັນເຈົ້າພາບຈັດງານມະຫະກຳຊັບສິນທາງປັນຍາ ຄັ້ງທີ 5 ຂຶ້ນຢູ່ທີ່ຕະຫຼາດສູນການຄ້າ (ຊັ້ນ3) ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ຄຳຂວັນ "ເສີມສ້າງຊັບສິນທາງປັນຍາ ເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງ" ແລະ ຈະຈັດພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 19 ປີ, ໃນວັນທີ 26 ເມສາ ພາຍໃຕ້ຄຳ ຂວັນ "ຊັບສິນທາງປັນຍາແລະກິລາ: ກ້າວຂຶ້ນສູ່ຫຼຽນຄຳ".

ຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ຢ້ຽມຢາມອວຍພອນປີໃໝ່ລາວຢູ່ແຂວງຈຳປາສັກ.

ຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ຢ້ຽມຢາມອວຍພອນປີໃໝ່ລາວຢູ່ແຂວງຈຳປາສັກ.

ສະຫາຍ ນາງ ອີເມີ້ຍ ຮອງເລຂາ,ຜູ້ປະຈຳການພັກແຂວງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ໄດ້ເດີນທາງມາອວຍພອນການນຳແຂວງຈໍາປາສັກ ໃນໂອກາດບຸນປີໃໝ່ລາວ ພສ 2562 ໃຫ້ກຽດຕ້ອນຮັບການອວຍພອນຄັ້ງນີ້ໂດຍ ສະຫາຍ ປອ ບຸນຖອງ ດີວິໄຊ ກຳມະການສູນກສງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ,ສະຫາຍເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມຄະນະ ພິທີຈັດຂຶ້ນທີ້ຫ້ອງວ່າການແຂວງ ໃນວັນທີ 4 ເມສາ 2019.

ຄະນະປະຕິບັດງານພະແນກຍຸຕິທຳແຂວງຈຳປາສັກ ມາຢ້ຽມຢາມ ແລະເຮັດວຽກກັບພະແນກຍຸຕິທຳແຂວງແຄ໊ງຮວ່າ

ຄະນະປະຕິບັດງານພະແນກຍຸຕິທຳແຂວງຈຳປາສັກ ມາຢ້ຽມຢາມ ແລະເຮັດວຽກກັບພະແນກຍຸຕິທຳແຂວງແຄ໊ງຮວ່າ

ຕອນເຊົ້າວັນທີ 2 ເມສາ, ຄະນະປະຕິບັດງານພະແນກຍຸຕິທຳແຂວງຈຳປາສັກ (ສປປ ລາວ) ໂດຍທ່ານ ບົວສອນ ວົງຮາຈັກ, ຜູ້ຮັກສາການຫົວໜ້າພະແນກຍຸຕິທຳແຂວງຈຳປາສັກ ນຳໜ້າ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບພະແນກຍຸຕິທຳແຂວງແຄ໊ງຮວ່າ.

ຄະນະພະນັກງານ ແຂວງຈຳປາສັກ ເຮັດວຽກກັບເມືອງ ລົກຮ່າ ແຂວງຮ່າຕິ໋ງ ສສ ຫວຽດນາມ

ຄະນະພະນັກງານ ແຂວງຈຳປາສັກ ເຮັດວຽກກັບເມືອງ ລົກຮ່າ ແຂວງຮ່າຕິ໋ງ ສສ ຫວຽດນາມ

ຍສໝ - ຄະນະປະຕິບັດງານ ແຂວງ ຈຳປາສັກ ຫາກໍ່ໄປຢ້ຽມຢາມ ແລະ ເຮັດວຽກກັບ ເມືອງ ລົກຮ່າ ແຂວງຮ່າຕິ໋ງ ສສ ຫວຽດນາມ ດ້ານການພັດທະນາກະສິກຳ, ປູກຝັງ ແລະ ລ້ຽງສັດ.

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ​ປີ​ທ່ອງ​ທ່ຽວ​ລາວ ປີ 2018 ແຂວງ ຈຳ​ປາ​ສັກ ໄດ້​ເປີດງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຢູ່​ເມືອງ ບາງ​ຈຽງ ແຕ່ວັນທີ 15 - 17 ກຸມພາ 2018.

ເຫດການ