ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ.
ຍສໝ - ດ້ວຍຫົວຄິດປະດິດສ້າງ ແລະ ວິໄສທັດຍຸດທະສາດ, ແຂວງກວາງນິງ ພວມຜັນຂະຫຍາຍມະຕິເລກທີ 80-NQ/TW ຂອງກົມການເມືອງ ກ່ຽວກັບການພັດທະນາວັດທະນະທຳຫວຽດນາມ ຜ່ານການກະທຳຕົວຈິງ. ການຫັນປ່ຽນລາຍການສິລະປະຂະໜາດໃຫຍ່ (concert) ໃຫ້ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ບໍ່ພຽງແຕ່ເປັນວິທີແກ້ໄຂທາງດ້ານເສດຖະກິດເທົ່ານັ້ນ ແຕ່ຍັງເປັນບາດກ້າວທີ່ໜັກແໜ້ນເພື່ອຢືນຢັນຖານະຂອງແຂວງໃນຖານະເປັນສູນກາງອຸດສາຫະກຳວັດທະນະທຳ ຕິດພັນກັບມໍລະດົກ.
ຍສໝ - ນັກຂ່າວຈາກສຳນັກຂ່າວຫວຽດນາມ (VNA) ໄດ້ໃຫ້ສຳພາດທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ກ່ຽວກັບການຢ້ຽມຢາມຢ່າງເປັນທາງການຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການ.
ໃນຊຸມປີມໍ່ໆມານີ້, ຊຸດອາພອນບູຮານບໍ່ພຽງແຕ່ແມ່ນແຟຊັນເທົ່ານັ້ນ ຫາກຍັງໄດ້ກາຍເປັນການຄົ້ນຫາຕົວຈິງນຳຄວາມງາມດ້ານວັດທະນະທຳພື້ນເມືອງຍັບເຂົ້າໃກ້ກັບມວນຊົນ. ດ້ວຍຄວາມເມົາມົວ ແລະ ຄວາມເອກອ້າງທະນົງໃຈ, ມີນັກອອກແບບໜຸ່ມຫຼາຍຄົນພວມເລີ່ມຕົ້ນທຸລະກິດ ດ້ວຍການເຊີດຊູຄວາມງາມ ແລະ ໂຄສະນາຊຸດອາພອນບັນດາເຜົ່າ. ບໍລິສັດ ວ້ານທຽນອີ ດ້ວຍການນຳພາຂອງນັກອອແບບໜຸ່ມ ຫງວຽນທິງາ ພ້ອມກັບສະມາຊິກ 20 ຄົນ ພວມມານະພະຍາຍາມແຜ່ກະຈາຍຄວາມງາມຊຸດອາພອນພື້ນເມືອງ ເຖິງມວນຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເມື່ອກ່າວຄຳເຫັນໃນວາລະໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ໃນຕອນເຊົ້າວັນທີ 06 ເມສາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນວ່າ ຄຳຮຽກຮ້ອງຕ້ອງການຂອງໄລຍະພັດທະນາໃໝ່ຮຽກຮ້ອງໃຫ້ສະພາແຫ່ງຊາດ ຕ້ອງມີການປ່ຽນແປງໃໝ່ຢ່າງແຮງກວ່າ, ແທດຈິງກວ່າ, ມີປະສິດທິຜົນກວ່າ ເພື່ອປະຕິບັດຢ່າງຄົບຖ້ວນ ແລະ ສົມກັບ ພາລະສຳຄັນເຊິ່ງລັດຖະທຳມະນູນໄດ້ກຳນົດ.
ທ່ານນາງ ຫວໍທິແອັງຊວັນເກີດວັນທີ 8 ມັງກອນ 1970, ບ້ານເກີດຢູ່ຕາແສງ ເທີ້ຍເຊີນ, ແຂວງອານຢາງ, ທ່ານແມ່ນເລຂາສູນກາງພັກສະໄໝທີ XIV, ກຳມະການທາງການສູນກາງພັກສະໄໝທີ XII, XIII, XIV;ກຳມະການສຳຮອງສູນກາງພັກຊຸດທີ XI, ສະມາຊິກສະພາແຫ່ງຊ່າດສະໄໝທີ XIV, XV, XVI.
ແຕ່ລະສີສັນວັດທະນະທຳລ້ວນແຕ່ສ້າງເປັນຈຸດຄວາມງາມຂອງໝູ່ບ້ານ, ບ້ານເກີດເມືອງນອນ, ປະເທດຊາດ.
ສະພາແຫ່ງຊາດຊຸດທີ XVI ຮັບຮອງເອົາມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031 ສຳລັບທ່ານເລມິຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ XVI.
ເວລາຜ່ານມາ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ໄດ້ຊີ້ນຳນຳພາ, ປະກາດໃຊ້ຫຼາຍນະໂຍບາຍຊີ້ຂາດໃຫຍ່, ວາງເປົ້າໝາຍຮອດປີ 2030 ຫວຽດນາມ ກາຍເປັນປະເທດພວມພັດທະນາ ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ; ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ມີໝູ່ບ້ານແຫ່ງໜຶ່ງຕັ້ງຢູ່ຕີນພູ ໄຕກົນລີ້ງ (ຈອມພູສູງກວ່າໝູ່ຢູ່ເຂດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ) ໄດ້ດຶງດູດແຂກທ່ອງທ່ຽມມາຢ້ຽມຢາມຕາມແຕ່ລະວັນ. ເຖິງວ່າບໍ່ມີບັນດາເຮືອນເກົ່າແກ່ຂອງເຂດພູສູງ, ບໍ່ມີທິວທັດທຳມະຊາດພິເສດຕະຫຼອດປີຄື: ດອກຄາຍ, ດອກໝາກສາລີ້, ດອກຜັກກາດ, ດອກບັກວິດເບັ່ງບານອວດອ້າງສີສັນກໍ່ຕາມ ແຕ່ໝູ່ບ້ານແຫ່ງນີ້ພັດແມ່ນໜຶ່ງໃນບັນດາຈຸດນັດພົບຂອງ Ha Giang Loop (ເສັ້ນທາງຂຸດຄົ້ນ ຮ່າຢາງ ທີ່ມີຊື່ສຽງ). ນັ້ນແມ່ນໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ, ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ ແຫ່ງທີ່ແມ່ຍິງຊາວເຜົ່າມົ້ງ ໄດ້ແນະນຳອາຊີບພື້ນເມືອງອອກສູ່ໂລກ.
ບ້ານ ຟຸ້ມຊວ່າຍ, ຕາແສງ ຟອງເຈົາ, ແຂວງ ອານຢາງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຕ່ຳແຜ່ນແພພື້ນເມືອງທີ່ມີຊື່ສຽງຂອງຊາວເຜົ່າຈຳ. ການອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ ຕິດພັນກັບການທ່ອງທ່ຽວ ພວມແມ່ນທິດເດີນທີ່ຖືກຕ້ອງ, ຊ່ວຍໃຫ້ອາຊີບນີ້ພັດທະນາແບບຍືນຍົງ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳ Moskva, ວັນທີ 6 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ແລະ ພັນລະຍາ ທ່ານນາງ ເລລິງລານ ໄດ້ນຳພາຄະນະຜູ້ແທນຈາກສະຖານທູດຫວຽດນາມ ປະຈຳລັດເຊຍ ມາຢ້ຽມຢາມສະຖານທູດລາວ ເພື່ອອວຍພອນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ.
ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄຊສົມພອນ ພົວວິຫານ ປາດຖະໜາຢາກສືບຕໍ່ຮ່ວມມືກັບປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ.
ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.
ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.
ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569).
ຍສໝ - ໃນຂະນະທີ່ການທ່ອງທ່ຽວທົ່ວໂລກກຳລັງໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທາງພູມິສາດການເມືອງ, ຂະແໜງການທ່ອງທ່ຽວຂອງຫວຽດນາມຍັງສືບຕໍ່ສະແດງໃຫ້ເຫັນການເຕີບໂຕໃນທາງບວກ.
ຍສໝ - ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ໃຫ້ແຂວງສາລະວັນ (ລາວ)ໃນວັນທີ 2 ເມສາ, ທີ່ເມືອງຄົງເຊໂດນ, ແຂວງສາລະວັນ (ລາວ), ຄະນະຜູ້ແທນຈາກນະຄອນດານັງໄດ້ເຂົ້າຮ່ວມພິທີເປີດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ - ໂຄງການທີ່ມີຄວາມໝາຍຕົວຈິງໃນການຮ່ວມມືດ້ານການສຶກສາລະຫວ່າງສອງທ້ອງຖິ່ນ.
ຍສໝ - ຕອນເຊົ້າວັນທີ 3 ເມສາ ທີ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມປະຈຳລາວ ສົມທົບກັບຄະນະກຳມະການພາສາຫວຽດນາມ ສະມາຄົມຊາວຫວຽດນາມປະຈຳລາວ ໄດ້ຈັດການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ຄັ້ງທຳອິດ ສຳລັບນັກຮຽນຈາກສະຖາບັນການສຶກສາຕ່າງໆໃນບໍລິເວນດັ່ງກ່າວ.