ວັນທີ 16 ທັນວາ 2020 ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດ ຖະບານ ໄດ້ໄຂກອງປະຊຸມ ສະມາຊິກພັກຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະພັກຄະ ນະ ກວດກາສູນກາງພັກ, ອົງການກວດກາລັດຖະບານ ແລະ ອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ, ມີຄະນະປະຈໍາພັກ, ຄະນະພັກ, ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທົ່ວອົງຄະນະພັກເຂົ້າຮ່ວມ.
ສະຫາຍ ແສງນວນ ໄຊຍະລາດ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໂດຍຕາງໜ້າໃຫ້ກົມ ການເມືອງສູນ ກາງພັກ ແລະ ຄະນະເລຂາທິການສູນກາງພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ແລະ ໝາກຜົນ ທີ່ຄະນະບໍລິຫານງານ ສູນກາງ ສະຫະພັນ ກຳມະບານລາວ ສະໄໝທີ VII ຍາດມາໄດ້ ຕະຫລອດໄລຍະ 5 ປີຜ່ານມາ ເຊິ່ງໄດ້ກາຍເປັນພື້ນຖານອັນສຳຄັນ ໃນການສືບຕໍ່ພັດທະນາ ວຽກງານກຳມະບານລາວ ໃນຕໍ່ໜ້າ.
ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບ ປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານ ສູນກາງພັກ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານ ປະເທດ ແຫ່ງ ສປປ ລາວ, ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມບັນດາເຈົ້າຄອງ ນະຄອນຫລວງວຽງຈັນ.
ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ຟ້າມ ບິ່ງ ມິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.
ຍສໝ - ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ນຳພາໂດຍທ່ານ ຫງວຽນແມັ້ງເກືອງ - ຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ, ກຳມະການຄະນະປະຈຳ ICAPP ທີ່ໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມ.
ຍສໝ - ໃນວັນທີ 25 ພະຈິກ, ທີ່ສຳນັກງານໃຫຍ່ຂອງສະຖານທູດຫວຽດນາມ ປະຈຳ Berlin (ເຢຍລະມັນ), ທ່ານເອກອັກຄະລັດຖະທູດ ຫງວຽນມິງວູ້ ໄດ້ມີການຕ້ອນຮັບ ທ່ານ Patrik Köbele - ປະທານພັກກອມມູນິດເຢຍລະມັນ (DKP) ແລະ ທ່ານ Stefan Kühner - ສະມາຊິກພັກກອມມູນິດເຢຍລະມັນ ເຊິ່ງມາບໍລິຈາກເງິນເພື່ອສະໜັບສະໜູນປະຊາຊົນ ໃນເຂດພາກກາງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ດິນເຈື່ອນພັງ.
ຄະນະພັກ ໄດ້ເອົາໃຈໃສ່ຊີ້ນໍາ ວຽກງານສະຫວັດດີການ ສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ໄດ້ເຮັດໃຫ້ລະບອບປະກັນສັງຄົມ ມີການພັດທະນາ ເປັນທັນສະໄໝ, ຮັບປະກັນຄວາມວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ຄວາມຍືນຍົງ, ລະບົບການອຸດໜູນ ປະກັນສັງຄົມປະເພດຕ່າງໆ ໄດ້ຮັບການປັບປຸງ ມີຄວາມເຂັ້ມແຂງ, ມີປະສິດ ທິພາບສູງຂື້ນ
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ.
ໂດຍອີງຕາມແຜນການຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ປະຈໍາປີ 2020 ໃນວັນທີ 19 ພະຈິກ 2020, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວ ພັນ ຕ່າງປະເທດສູນກາງພັກ ພ້ອມກັບພະນັກງານຫລັກແຫລ່ງ ຈາກບັນດາກະຊວງ- ອົງການ ຂັ້ນສູນກາງ ຂອງລາວ ໄດ້ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນທາງໄກ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູ ນິດຈີນ.
ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ...
ຍສໝ - ສອງຝ່າຍຢັ້ງຢືນວ່າ ຈະພ້ອມກັນມານະພະຍາຍາມເພື່ອສາມາດດຳເນີນການເຈລະຈາທິດສະດີ ຄັ້ງທີ 7 ລະຫວ່າງສອງພັກໃນປີ 2021; ຖືການເຈລະຈາທິດສະດີແມ່ນກົນໄກສຳຄັນ ແນໃສ່ຊຸກຍູ້ປະສິດທິຜົນຂອງການພົວພັນຮ່ວມມືລະຫວ່າງສອງພັກໃນຊຸມປີຜ່ານມາ ແລະ ພິເສດແມ່ນໃນໄລຍະຈະມາເຖິງ.
ຍສໝ - ໃນສະພາບການໂລກລະບາດ ໂຄວິດ - 19 ພວມສືບຕໍ່ສືບຕໍ່ສ້າງຜົນກະທົບຢ່າງຫຍໍ່ທໍ່ໃນປັດຈຸບັນ, ຂອງຂວັນນີ້ຂອງຄະນະການພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມເພື່ອແນໃສ່ຮ່ວມແຮງຮ່ວມໃຈກັບ ພັກ ແລະ ປະຊາຊົນ ກຳປູເຈຍຮັບມືກັບບັນດາສິ່ງທ້າທາຍໂດຍໂລກລະບາດ ກໍ່ຂຶ້ນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ, ພັກ, ລັດຖະບານ ຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຕ່າງໆ ຕັດສິນໃຈບໍ່ປະໃຫ້ຜູ້ໃດຖືກຕົກຢູ່ໃນສະພາບອຶດຫິວ ແລະ ເຈັບເປັນ ຍ້ອນໄພທຳມະຊາດ
ກອງປະຊຸມໄດ້ພ້ອມກັນປຶກສາຫາລື ແລະ ລົງເລິກຄົ້ນຄວ້າເອກະສານທີ່ມີຄວາມສຳຄັນຍຸດທະສາດຈໍານວນໜຶ່ງດັ່ງນີ້: ຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈຳປີ 2020 ແລະ ທິດທາງແຜນການວຽກງານ ປະຈໍາ ປີ 2021.
ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້.
ກອງປະຊຸມຄົບຄະນະຄັ້ງທີ 11 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ ໄດ້ດຳເນີນຢ່າງເປັນທາງການ ແຕ່ວັນທີ 12 ເຖິງວັນທີ 16 ຕຸລາ 2020 ຢູ່ສຳນັກງານ ສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ. ໃນກອງປະຊຸມຄັ້ງນີ້ ມີບັນດາສະຫາຍ ກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ທີ່ປຶກສາຄະນະບໍລິຫານ ງານສູນກາງພັກ, ບັນ ດາສະຫາຍກຳມະການສູນກາງພັກ ສົມບູນ ແລະ ສຳຮອງ ພ້ອມທັງເລຂາ ຄະນະພັກ ກະຊວງ-ອົງການ ແລະ ເລຂາພັກແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ຍສໝ - ຕອນບ່າຍວັນທີ 15 ຕຸລາ, ທີ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງຄະນະພັກແຂວງຮ່າຕິ້ງ ອາຍຸການ 2020-2025, ທ່ານ ຮ່ວາງຈຸງຢຸງ - ຮອງເລຂາຜູ້ປະຈໍາການຄະນະພັກແຂວງຮ່າຕິ້ງ, ຊຸດທີ XVIII, ອາຍຸການ 2015-2020 ໄດ້ຮັບການເລືອກຕັ້ງເປັນເລຂາຄະນະພັກແຂວງຮ່າຕິງ ສຳລັບອາຍຸການໃໝ່.
ໃນໂອກາດທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດກອງປະຊຸມ ສໍາມະນາສາກົນທາງໄກ ພາຍໃຕ້ຫົວຂໍ້: “ການຫລຸດພົ້ນຈາກຄວາມທຸກຍາກ ແລະ ພາລະໜ້າທີ່ ຂອງພັກການເມືອງ” ຢູ່ ແຂວງຟູ ຈ້ຽນ, ສປ ຈີນ ໃນວັນທີ 12-13 ຕຸລາ 2020, ໂດຍມີຜູ້ຕາງໜ້າພັກການ ເມືອງຈຳນວນ 400 ກວ່າທ່ານ ຈາກ 100 ກວ່າປະເທດໃນໂລກ. ນອກນັ້ນ, ຍັງມີສະຖານທູດຕ່າງປະເທດ ປະຈຳ ສປ ຈີນ, ຜູ້ຕາງໜ້າຂອງອົງການຈັດຕັ້ງສາກົນ ປະຈຳ ສປ ຈີນ, ສື່ມວນຊົນບັນດາ ປະເທດກໍາລັງພັດທະນາ ແລະ ຜູ້ຊ່ຽວຊານຕ່າງໆ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ແລະ ເຂົ້າຮ່ວມຢູ່ສະຖານທີ່ຕົວຈິງ.
ຍສໝ - ທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງພັກກອມມູນິດຫວຽດນາມແລະພັກແຮງງານ ສປປ.ເກົາຫຼີ ສືບຕໍ່ພັດທະນາເປັນຢ່າງດີ, ສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືແລະການພັດທະນາໃນພາກພື້ນ ແລະໃນໂລກ.