ມອບຜ້າອັດປາກ - ດັງໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ການາດາ
ຍສໝ - ວັນທີ 17 ກໍລະກົດ (ຕາມເວລາທ້ອງຖິ່ນ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ໄດ້ມອບຜ້າອັດປາກ - ດັງໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ແຂວງລັດ British Columbia.
ຍສໝ - ວັນທີ 17 ກໍລະກົດ (ຕາມເວລາທ້ອງຖິ່ນ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ໄດ້ມອບຜ້າອັດປາກ - ດັງໃຫ້ແກ່ປະຊາຄົມຊາວຫວຽດນາມ ຢູ່ແຂວງລັດ British Columbia.
ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.
ຍສໝ - ວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຈະມີການພົບປະເຈລະຈາຂັ້ນສຸດຍອດທາງອອນລາຍກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacida Ardern.
ຍສໝ - ສ່ວນທ່ານ ຢັ້ງຢືນວ່າຜົນສຳເລັດຂອງຫວຽດນາມຕໍ່ໂລກລະບາດ Covid – 19 ໄດ້ສະແດງໃຫ້ເຫັນລັກສະນະສຸດຍອດຂອງລັດຖິສັງຄົມໃນການຕໍ່ສູ້ປ້ອງກັນ, ຕ້ານໂລກລະບາດ , ທ່ານສະແດງຄວາມຂອບໃຈຕໍ່ບັນດາການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ກ່ຽວກັບການໜູນຊ່ວຍຢ່າງທັນການໃຫ້ແກ່ກູບາ ໃນວຽກງານປ້ອງກັນສະກັດກັ້ນໂລກລະບາດ Covid – 19 ກໍ່ຄືບັນດາຂົງເຂດທັງໝົດ.
ຍສໝ - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຊຸດທີ VI (2019 - 2024). ແບ່ງປັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວນ ຫົວໜ້າຄະນະການພົວພັນທາງການທູດສູນກາງ ໄດ້ເວົ້າວ່າ: “ຄຳສັ່ງເລກທີ 38 – CT/TW ໃນວັນທີ 19 ກັນຍາ 2019 ຂອງຄະນະເລຂາກ່ຽວກັບການປ່ຽນແປງໃໝ່, ເສີມຂະຫຍາຍບົດບາດ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມໃນສະພາບການໃໝ່ຊີ້ແຈ້ງວ່າ: ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ໄດ້ຈັດຕັ້ງຢ່າງແໜ້ນແຟ້ນ, ຮັບປະກັນລັດຖະກອນ, ບັນດາລະບອບນະໂຍບາຍຕໍ່ພະນັກງານ, ງົບປະມານ ແລະ ເງື່ອນໄຂໃນການເຮັດວຽກ”.
ຍສໝ - ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບແບ່ງປັນບົດຮຽນປະສົບການ, ບັນດາຂໍ້ມູນການແພດ, ບັນດາຮູບພາບຄາດຄະເນ, ແນະນຳເຕັກນິກ ແລະ ບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ຮັບມືກັບໂລກລະບາດ Covid – 19.
ຍສໝ - ເວັບໄຊ Times of India ຂອງອິນເດຍ ຫາກໍ່ມີບົດຂຽນໃນນັ້ນໄດ້ຕີລາຄາຫວຽດນາມ ຄືດວງດາວທີ່ພົ້ນເດັ່ນຂຶ້ນ, ເຕົ້າໂຮມບັນດາປັດໄຈເພື່ອຍົກສູງພາບພົດເສດຖະກິດ, ເຮັດໃຫ້ບັນດານັກລົງທຶນຈາກຕ່າງປະເທດມີຄວາມອຸ່ນອ່ຽງໃຈ.
ຍສໝ - ນິ້ີ້ແມ່ນການແລກປ່ຽນຄັ້ງທຳອິດລະຫວ່າງທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຕ່າງປະເທດ ຫວຽດນາມ ກັບລັດຖະມົນຕີກະຊວງການຕ່າງປະເທດ ກູເວດນັບແຕ່ເວລາດຳລົງຕຳແໜ່ງໃນທ້າຍປີ 2019.
ຍສໝ - ນັກຂ່າວ Dana Kenedy ໄດ້ຫວນຄືນຈຸດເວລາຫວຽດນາມປະກາດໂລກລະບາດໃນທົ່ວປະເທດໃນວັນທີ 1 ກຸມພາ, ເຖິງວ່າໃນຈຸດເວລານັ້ນ, ຫວຽດນາມໄດ້ຢັ້ງຢືນຜູ້ຕິດເຊື້ອພະຍາດ Covid – 19 ພຽງແຕ່ 6 ຄົນ. ບັນດາຖ້ຽວບິນທັງໝົດລະຫວ່າງ ຫວຽດນາມ ແລະ ຈີນຕ້ອງຢຸດຊົ່ວຄາວຢ່າງທັນທີ.
ຍສໝ - ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຮັບຜ້າອັດປາກ - ດັງ 50.000 ອັນ ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສົ່ງໄປຍັງປະຊາຄົມຊາວຫວຽດນາມອາໄສຢູ່ອາເມລິກາ ທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19.
ຍສໝ - ຕອນບ່າຍວັນທີ 18 ພຶດສະພາ, ຢູ່ສຳນັກງານສະມາຄົມ ຂະແມ - ຫວຽດນາມ ຢູ່ນະຄອນຫຼວງ Phnom penh ປະເທດກຳປູເຈຍ, ລາຊະອານາຈັກກຳປູເຈຍໄດ້ດຳເນີນການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020).
ຍສໝ - ນີ້ແມ່ນການເຄື່ອນໄຫວທຳອິດຂອງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປເຖິງກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019 ທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ.
ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບການນໍາ, ພະນັກງານ, ຄູອາຈານສະຖາບັນການຕ່າງປະເທດຫວຽດນາມ.
ຍສໝ - ວັນທີ 13 ພະຈິກ 2019, ໃຫ້ສຳພາດຕໍ່ນັກຂ່າວທີ່ກ່ຽວຂ້ອງເຖິງຄຳກ່າວປາໄສຂອງໂຄສົກກະຊວງການຕ່າງປະເທດ ຈີນໃນວັນທີ 8 ພະຈິກ 2019, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມເນັ້ນໜັກວ່າ: ຫວຽດນາມປະຕິເສດບັນດາເນື້ອໃນຂອງຄຳກ່າວປາໄສທີ່ກ່ຽວຂ້ອງເຖິງຫວຽດນາມຂອງ ໂຄສົກກະຊວງການຕ່າງປະເທດຈີນໃນວັນທີ 8 ພະຈິກ 2019 ກ່ຽວກັບບັນຫາອະທິປະໄຕກັບໝູ່ເກາະເຈື່ອງຊາ.
ຍສໝ - ວັນທີ 29 ຕຸລາ 2019, ຢູ່ຮ່າໂນ້ຍ, ທ່ານ ຮ່ວາງບິ່ງກວນ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານນາງສູນທອນ ໄຊຍະຈັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ (01 ພະຈິກ 1949 – 01 ພະຈິກ 2019).
ຍສໝ - ໃນຕອນບ່າຍວັນທີ 23 ສິງຫາ 2019, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ແລະ ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຂອງ ຊຸດຝຶກອົບຮົມການສອນພາສາຫວຽດ ໃຫ້ແກ່ຄູອາຈານຊາວຫວຽດນາມອາໄສຢູ່ຕ່າງປະເທດ.
ຍສໝ - ໃນວັນທີ 17 ສິງຫາ 2019, ກອງປະຊຸມຄັ້ງທີ 7 ກໍາມາທິການການຕ່າງປະເທດຂອງສະພາແຫ່ງຊາດສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ ດ້ວຍຫົວຂໍ້ວ່າ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ໄດ້ໄຂຂຶ້ນຢູ່ນະຄອນຮ້າລອງ, ແຂວງກ໋ວາງນິງ.
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 (AMM 52) ເຊິ່ງດຳເນີນໃນວັນທີ 31 ກໍລະກົດ, ຢູ່ບາງກອກ, ປະເທດໄທ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ປຶກສາຫາລືຫຼາຍເນື້ອໃນກ່ຽວກັບສະພາບສ້າງປະຊາຄົມ, ການພົວພັນທາງການທູດ ແລະ ກວດກາຄືນການກະກຽມໃຫ້ບັນດາກອງປະຊຸມຂັ້ນສູງໃນທ້າຍປີ, ກໍຄືແລກປ່ຽນຄຳເຫັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ໃນວັນທີ 16 ກໍລະກົດ, ທ່ານ ຫງວຽນວັນຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກ ກັບ ທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.