ໃນວັນທີ 12 ທັນວາ 2018 ທີ່ທຳນຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງຄະນະຜູ້ແທນ ປະທານສະຫະພັນນັກຮົບເກົ່າ ບັນດາປະເທດອາຊຽນ ຈຳນວນ 9 ປະເທດ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະມາພັນນັກຮົບເກົ່າອາຊຽນ ຄັ້ງທີ 18 ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-14 ທັນວາ 2018.
ມື້ນີ້ 13 ທັນວາ 2018 ກໍ່ຄົບຮອບອີກວາລະໜຶ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ເພິ່ນເກີດໃນປີ 1920 ທີ່ບ້ານນາເຊັງ, ເມືອງຄັນທະບູລີ (ປັດຈຸບັນແມ່ນ ເມືອງໄກສອນພົມວິຫານ), ແຂວງສະຫວັນນະເຂດ, ເພິ່ນກຳເນີດໃນຄອບຄົວທີ່ ພໍ່ເປັນຂ້າລາຊະການ ແລະ ແມ່ເປັນ ຊາວນາ ທີ່ຢຶດໝັ້ນໃນຫລັກທຳຄຳສອນຂອງ ພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ເປັນລູກຊາຍ ກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ.
ຍສໝ - ຕອນເຊົ້າຂອງວັນທີ 11 ທັນວານີ້, ຢູ່ທີ່ສຳນັກງານປະທານປະເທດ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບ ບັນດາກົດໝາຍທີ່ສະພາແຫ່ງຊາດຫາຮັບຮອງເອົາ.
ໃນວັນທີ 5 ທັນວາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-6 ທັນວາ 2018 ນີ້.
ຍສໝ - ນີ້ແມ່ນສິ່ງປຸກລະດົມອັນຍິ່ງໃຫຍ່ໃຫ້ແກ່ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ເທື່ອທຽນ ເຫວ້ ໃນການສືບຕໍ່ເຮັດວຽກຢ່າງສຸດຄວາມສາມາດ ແກ່ການເສີມສ້າງຄວາມສາມັກຄີ, ສາຍພົວພັນມິດຕະພາບ ອັນສັດຊື່ ຕິດພັນກັບສອງປະເທດ ແລະ ທ້ອງຖິ່ນທັງສອງໃນອານາຄົດ.
ຍສໝ - ຕອນເຊົ້າຂອງວັນທີ 28 ພະຈິກ ຢູ່ ຫ້ອງວ່າການ ນະຄອນດ່າໜັງ ຕ່າງໜ້າຂອງປະທານປະເທດ ແຫ່ງ ສປປ ລາວ ທ່ານ ສັນຕິພາບ ພົວວິຫານ ເລຂາພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ປະດັບຫຼຽນໄຊ ຂອງ ປະທານປະເທດ ແຫ່ງ ສປປ ລາວ ໃຫ້ ໝູ່ຄະນະ ແລ ະ ບຸກຄົນ ຂອງ ນະຄອນດ່າໜັງ.
ວັນທີ 24 ພະຈິກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກ 1, ໄດ້ມີບັນດາການພົບປະກັບຜູ້ມີສິດເລືອກຕັ້ງເມືອງບາດິ່ງ, ໄຕໂຮ່ ແລະ ຮ່ວານກຽມ.
ຕອນຄ່ຳວັນທີ 14 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນ ເລກທີ 6, ຕາແສງ ຫງວຽນຢູ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ.
ຍສໝ - ວັນທີ 12 ພະຈິກ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບຄະນະຜູ້ແທນ ອົງການພຸດທະສາສະໜາ ສສ ຫວຽດນາມ ນຳໂດຍ ພະອາຈານ ທິກທຽນ ເຢີນ ປະທານສູນກາງອົງການພຸດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ອົງການພຸດສະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫລວງວຽງຈັນ.
ພາຍຫຼັງດໍາເນີນການກໍ່ສ້າງຢ່າງຮີບດ່ວນມາເປັນເວລາ 01 ປີ, ໂຮງຮຽນມັດທະຍົມຕອນປາຍສິທ່ານາໄຊ, ຢູ່ແຂວງບໍລີຄໍາໄຊ, ລາວ ໄດ້ເປີດສະຫຼອງຢ່າງເປັນທາງການ ແລະ ນໍາເຂົ້າເຄື່ອນໄຫວນັບແຕ່ຕອນເຊົ້າວັນທີ 11 ພະຈິກເປັນຕົ້ນໄປ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງຮອບດ້ານ, ເຂັ້ມແຂງ, ແທດຈິງໃນບັນດາຂົງເຂດ ຂອງການພົວພັນ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ ຫວຽດນາມ - ຍີ່ປຸ່ນ
ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາຊົນ ຈີນ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ງານວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 1(China International Import - Expo) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 5-10 ພະຈິກ 2018, ທີ່ ນະຄອນຊຽງໄຮ້, ສປ ຈີນ.
ຕອນບ່າຍວັນທີ 03 ພະຈິກ, ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ມີການພົບປະກັບຄະນະນັກຮຽນ, ນັກສຶກສາດີ່ເດັ່ນ ສົກຮຽນ 2017 – 2018
ວັນທີ 23 ຕຸລາ 2018 ນີ້, ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍເຖິງ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໃນໂອກາດທີ່ສະຫາຍ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ຍສໝ - ຕອນບ່າຍວັນທີ 23 ຕຸລາ ພາຍຫຼັງ ການຖະແຫຼງການຜົນການນັບບັດ, ສະພາແຫ່ງຊາດໄດ້ປ່ອນບັດຜ່ານ ຂໍ້ຕົກລົງ ແຕ່ງຕັ້ງ ປະທານປະເທດ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ສະໄໝ 2016-2020 ສານບານຕົນເຂົ້າຮັບຕຳແໜ່ງ.
ວັນທີ 9 ຕຸລາ 2018 ນີ້, ສະຫາຍ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ, ກຳມະການກົມການເມືອງ,ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 8-10 ຕຸລາ 2018.
ວັນທີ 8 ຕຸລາ 2018 ນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ສະຫາຍ ເຈິ່ນກວັກ ເວືອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 8-10 ຕຸລາ 2018 ນີ້.
ຍສໝ - ໃນວັນທີ 26 ກັນຍາ 2018 ຢູ່ທີ່ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຄະນະນຳ ແຂວງສະຫວັນນະເຂດ ໄດ້ເຂົ້າວາງພວງມາລາເພື່ອ ໄຫວ້ອາໄລເຖິງດວງວິນຍານ ຂອງສະຫາຍ ເຈີ່ນດ້າຍ ກວາງ ປະທານປະເທດ ສສ ຫວຽດນາມເຊິ່ງເສຍຊີວິດໃນວັນທີ 22 ກັນຍາ 2018.
ໃນວັນທີ 27 ກັນຍາ 2018, ຄະນະພັກ, ຄະນະນຳ ບັນດາກະຊວງ, ອົງການ, ສະ ມາຄົມ, ກົມກອງຕ່າງໆ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຢູ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິ່ນ ດ໋າຍ ກວາງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.
ຍສໝ - ໃນວັນທີ 27 ກັນຍາ 2018, ຮອງປະທານ ອົງການກາແດງລາວ ໄດ້ເຂົ້າຮ່ວມວາງພວງມາລາໄວ້ອາໄລ ຕໍ່ການຈາກໄປ ຂອງ ທ່ານ ເຈີ່ນ ດ໋າຍກວາງ ອະດີດ ປະທານປະເທດ ສສ ຫວຽດນາມ, ອາດິດ ປະທານກິດຕິມະສັກ ສະພາກາແດງ ສສ ຫວຽດນາມ ທີ່ສະຖາທູດ ສສ ຫວຽດ ນາມ ປະຈຳ ສປປ ລາວ ນະຄອນຫລວງວຽງຈັນ.