ຫວ່າງແລ້ວນີ້, ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມຊ່ວຍການປະຕິວັດລາວ ນຳໂດຍ ສະຫາຍ ພົນຈັດຕະວາ ຮີ່ງດັກເຮືອງ ຫົວໜ້າຄະນະ ປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດລາວ ເປັນຫົວໜ້າຄະນະ, ມີຄະນະບໍລິສັດສາຍພູຫລວງ ເຕີຍເຈືອງເຊີນ, ຄະນະກອງພົນ 968, ຄະນະກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກອງ 83 ໄດ້ເຂົ້າອວຍພອນ ຄະນະນຳສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເນື່ອງໃນໂອກາດວັນ ສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ (20/01/1949-20/01/2021).
ຍສໝ - ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຖືວ່າ ໃນສະພາບປະສົບກັບຄວາມຫຍຸ້ງຍາກຂອງປະເທດໃນປີ 2020, ກຳລັງທະຫານປ້ອງກັນຊາຍແດນໄດ້ປົກປັກຮັກສາຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືຢູ່ຕາມເສັ້ນຊາຍແດນ.
ຍສໝ - ກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊິວິດທະຫານເຂດ II ໄດ້ພົບເຫັນອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວ 14 ອັດຖິ.
ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ.
ຍສໝ - ວັນທີ 31 ທັນວາ, ທີ່ດ່ານສາກົນເລະແທງ ແຂວງຢາລາຍ ສສ.ຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ເຂົ້າສານ 1,4 ໂຕນ, ນ້ຳຕານ 1,1 ໂຕນ ແລະອຸປະກອນການແພດ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19, ດ້ວຍມູນຄ່າກ່ວາ 200 ລ້ານດົ່ງ.
ໃນຕອນແລງຂອງ ວັນທີ 25 ທັນວາ 2020 ຢູ່ນະຄອນຫຼວງ ວຽງຈັນ ໄດ້ຈັດຂຶ້ນພິທີເຊັນສັນຍາໂຄງການ ກໍ່ສ້າງຕຶກອາຄານກອງບັນຊາ ການທະຫານອາກາດ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ບໍລິສັດ (Fron tier Services Group Co, Ltd).
ໃນວັນທີ 15 ທັນວານີ້, ຢູ່ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງບໍລິໂພກປະ ເພດເຂົ້າສານ(ເຂົ້າຈ້າວ) ຈຳນວນ 25 ໂຕນ.
ຍສໝ - ໃນໄລຍະທີ່ຜ່ານມາ, ສະພາບການຝົນຕົກນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຢູ່ບັນດາແຂວງຢູ່ເຂດພາກກາງ ແລະ ພາກໃຕ້ຂອງລາວ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກໍ່ຄືກຳລັງທີ່ມີໜ້າທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ປົກປັກຮັກສາຊາຍ ແດນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.
ຕອນບ່າຍວັນທີ 23 ພະຈິກ, ວິທະຍາຄານປ້ອງກັນຊາດ ໄດ້ຈັດຕັ້ງພິທີໄຂຊຸດບໍາລຸງສ້າງບັນຊາ-ເສນາທິການ ໄລຍະສັ້ນ ຂັ້ນບັ້ນຮົບ-ຍຸດທະສາດ ໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 3.
ຍສໝ - ໃນວຽກງານຄຸ້ມຄອງຊາຍແດນ, ກໍາລັງປ້ອງກັນຊາຍແດນສອງປະເທດຫວຽດນາມ-ລາວ ໄດ້ເປັນເຈົ້າການປະຕິບັດບັນດາສັນຍາກ່ຽວກັບຊາຍແດນຢ່າງເຂັ້ມງວດ. ສອງຝ່າຍກໍ່ສົມທົບກັນໃນການເຄື່ອນໄຫວປັກຫຼັກໝາຍຖີ່, ບູລະນະລະບົບຫຼັກໝາຍຊາຍແດນ; ຜັນຂະຫຍາຍການທົດລອງຮູບແບບ “ໜຶ່ງປະຕູ, ໜຶ່ງຄັ້ງຢຸດ”, ຕອບສະໜອງຄວາມຮຽກຮ້ອງຕ້ອງການປະຕິຮູບລະບຽບການບໍລິຫານດ່ານຊາຍແດນຕາມທິດເຊື່ອມໂຍງ ແລະທັນສະໄໝ.
ຍສໝ - ການນໍາກອງບັນຊາການທະຫານແຂວງກວ໋າງຫງາຍ ໄດ້ມອບເງິນຈໍານວນ 1 ຕື້ດົ່ງໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ເພື່ອໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020.
ຍສໝ - ເມື່ອບໍ່ດົນມານີ້, ທີ່ນະຄອນ ເຊີນລາ, ຄະນະຕິດຕໍ່ທະຫານອາສະສາໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ ແຂວງເຊີນລາ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານ ການທະຫານຫວຽດນາມ ຢູ່ລາວ ຄົບຮອບ 71 ປີ.
ຍສໝ - ການມອບຂອງຂວັນໃນຄັ້ງນີ້ມີຄວາມໝາຍຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມສາມັກຄີຢ່າງແໜ້ນແຟ້ນລະຫວ່າງກອງທັບຂອງສອງປະເທດຫວຽດນາມ - ລາວ, ຜ່ານນັ້ນປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ - ລາວ ເລິກເຊິ່ງກວ່າອີກ.
ຍສໝ - ທີ່ການເຮັດວຽກ, ທູດການທະຫານບັນດາປະເທດ ແລະທະຫານຊາຍແດນແຂວງດ້ຽນບຽນ ໄດ້ແລກປ່ຽນຊອກຮູ້ ແລະເຮັດແຈ້ງບັນດາເນື້ອໃນກ່ຽວກັບ: ວຽກງານຄວບຄຸມການເຂົ້າ-ອອກເມືອງຜິດກົດໝາຍຢູ່ຊາຍແດນຂອງທະຫານຊາຍແດນແຂວງດ້ຽນບຽນ ໃນໄລຍະເກີດພະຍາດໂຄວິດ-19...
ຍສໝ - ລະດູແລ້ງ 2020-2021, ກອງທ້ອນໂຮມອັດຖິ 192 ຈະສືບຕໍ່ປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິທະຫານອາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼຊີວິດໃນປາງສົງຄາມຢູ່ລາວ ໃນບໍລິເວນສອງແຂວງ ສາລະວັນ ແລະເຊກອງ.
ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.
ຍສໝ - ທີ່ການພົບປະສັງສັນ, ຄະນະຕິດຕໍ່ໄດ້ມອບຂອງຂວັນ 13 ພູດໃຫ້ແກ່ບັນດາສະມາຊິກທີ່ປະສົບກັບຄວາມຫຍຸ້ງຍາກ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ...
ຍສໝ - ທີ່ການແລກປ່ຽນ, ບັນດາຊ່ຽວຊານແພດທະຫານສອງປະເທດໄດ້ແລກປ່ຽນເນື້ອໃນທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ - 19.
ຍສໝ - ທ່ານ Vadym Nozdria ຜູ້ອຳນວຍການໃຫຍ່ບໍລິສັດ Ukrspecexport ໃຫ້ຮູ້ວ່າການເປີດກວ້າງແລະພັດທະນາການຮ່ວມມືກັບຫວຽດນາມແມ່ນໜຶ່ງໃນບັນດາບຸລິມະສິດຂອງບໍລິສັດ.
ຍສໝ - , ບັນດາຫົວໜ່ວຍໄດ້ມອບເຮືອນເອື້ອອາທອນ 1 ຫຼັງ ມີມູນຄ່າ 40 ລ້ານດົ່ງ ໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ; ໄດ້ຈັດຕັ້ງການຢ້ຽມຢາມ, ໃຫ້ກໍາລັງໃຈ ແລະມອບຂອງຂວັນ 100 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ...