ຫວຽດ​ນາມ - 24 ປີ ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ

ຫວຽດ​ນາມ - 24 ປີ ​ແຫ່ງ​ການ​ຮ່ວມ​ເດີນ​ທາງ​ໃນ​ຊາຍ​ຄາ​ຮ່ວມ​ຂອງ ອາ​ຊຽນ

ວັນທີ 28 ກໍລະກົດ 2019, ເປັນຂີດໝາຍເຫດການສະເຫຼີມສະຫຼອງ 24 ປີແຫ່ງວັນ ຫວຽດນາມເຂົ້າຮ່ວມເປັນສະມາຊີກຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢ່າງເປັນທາງການ. ພາຍຫຼັງກ່ວາ 2 ທົດຕະວັດ ແຫ່ງການເຊື່ອມໂຍງເຂົ້າກັບພາກພື້ນ, ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ມີຄວາມເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີຜົນສະທ້ອນອັນໃຫຍ່ຫຼວງເຖິງໂຄງປະກອບທີ່ເປັນເອກະພາບຂອງ ອາຊຽນ ກໍ່ຄືການຮັກສາສັນຕິພາບ, ວັດທະນາຖາວອນໃນພາກພື້ນ, ສ້າງຕັ້ງ ອາຊຽນ ກາຍເປັນປະຊາຄົມລວມທີ່ສົມບູນແບບ, ຖືປະຊາຊົນເປັນໃຈກາງ.

ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

ຜູ້​ເຂົ້າ​ຮ່ວມ​ງານ​ປະ​ກວດ “ສຽງ​ເພງ​ອາ​ຊຽນ+3” ໄປ​ທ່ອງ​ທ່ຽວ​ຢູ່​ອ່າວ​ຮ້າ​ລອງ

ໃນຂອບເຂດບັນດາການເຄື່ອນໄຫວຂອງງານປະກວດ “ສຽງເພງອາຊຽນ+3” ໂດຍວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຂຶ້ນ, ຕອນເຊົ້າວັນທີ 27 ກໍລະກົດ, ບັນດາຜູ້ເຂົ້າຮ່ວມງານປະກວດ ແລະ ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ໄປທ່ອງທ່ຽວຢູ່ອ່າວຮ້າລອງ ແລະ ຕອບສະໜອງບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ເພື່ອແນໃສ່ແຜ່ຂະຫຍາຍສານທີ່ວ່າ “ທ່ອງທ່ຽວຂຽວ” ໄປສູ່ວົງຄະນາຍາດ.

ນັກ​ຮ້ອງ​ ຫວຽດນາມ ແລະ ລາວ ​​ໄດ້ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ “ງານ​ປະ​ກວດສຽງເພງອາ​ຊຽນ + 3” ປີ 2019

ນັກ​ຮ້ອງ​ ຫວຽດນາມ ແລະ ລາວ ​​ໄດ້ເຂົ້າ​ຮອບ​ຊິງ​ຊະ​ນະ​ເລີດ “ງານ​ປະ​ກວດສຽງເພງອາ​ຊຽນ + 3” ປີ 2019

ງານປະກວດ “ສຽງເພງອາຊຽນ +3” ໄດ້ຈັດຂຶ້ນໃນວັນທີ 26 - 28 ກໍລະກົດ 2019 ຢູ່ ນະຄອນຫ້າລອງແຂວງກວ໋າງນີງ ສສ ຫວຽດນາມ.

ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III

ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III

ລັດຖະບານ ລາວ ກໍຄື ​ມະຫາວິທະຍາ​ໄລ​ ແຫ່ງ​ຊາດ, ໂຮງຮຽນ​ ພອນ​ສະຫວັນ, ຊົນ​ເຜົ່າ ແລະ ໂຮ​ງຮຽນ​ກຽດຕິ​ສັກ​ ນາໆ​ຊາດ ໄດ້ສຳເລັດການເປັນເຈົ້າພາບ ຈັດ​ກິດຈະກຳ​ ເປີດ​ຄ້າຍ​ ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​ແລ້ງ ຄັ້ງ​ທີ III ຢູ່ນະຄອນຫລວງວຽງຈັນ ໃນວັນທີີ 6 ມິຖຸນາ 2019 ແລະ ມອບຕໍ່ ໃຫ້ປະເທດຫວຽດນາມ ເປັນເຈົ້າພາບຈັດງານໃນຄັ້ງຕໍ່ໄປ ໃນປີ 2020.

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ປະ­ເທດສະ­ມາ­ຊິກ​ອາ​ຊຽນທີ່​ມີ​ບຸນ­ປີ­ໃໝ່ ຄື​ກັນ

ເດືອນເມສາແລ້ວເຊິ່ງເປັນເດືອນແຫ່ງການສະເຫລີມສະຫລອງບຸນປະເພນີທີ່ສຳຄັນຂອງປະຊາຊົນລາວນັ້ນກໍຄືປະເພນີບຸນກຸດສົງການ ຫລື ບຸນປີໃໝ່ລາວໃນພາກພື້ນອາຊຽນນີ້ການສະຫລອງບຸນກຸດສົງການບໍ່ມີຢູ່ແຕ່ງປະເທດລາວປະເທດດຽວເທົ່ານັ້ນຍັງມີປະເທດທີ່ຖືສາດສະໜາພຸດຮ່ວມກັນ 5 ປະ ເທດເຊັ່ນ: ລາວ, ໄທ, ມຽນມາ, ກຳປູເຈຍ ເຊິ່ງກໍມີການສະຫລອງບຸນກຸດສົງການປີໃໝ່ຄືກັນ.

ຖະ​ແຫລ​ງຂ່າວ  ​ການຈັດງານ​ວາງສະ​ແດງ​ສິນຄ້າ  ASEAN FAIR 2018

ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າ ASEAN FAIR 2018

ຍສໝ - ໃນ​ວັນ​ທີ 13 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ​ສະພາ​ການ​ຄ້າ ​ແລະ ອຸດສາ ຫະກຳ​ແຫ່ງ​ຊາດ​ລາວ ຮ່ວມ​ກັບ ບໍລິສັດ​ເທັນ​​ໂຊ ​ແຫ່ງ​ປະ​ເທດ​ໄທ ໄດ້ຈັດ​ພິທີ​ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າອາ​ຊຽນ 2018 ຫລື ASEAN FAIR 2018, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20-23 ກັນຍາ 2018 ທີ່​ ແຂວງສະຫວັນ​ນະ​ເຂດ, ​ໂດຍຈະ​ມີ​ຜູ້​ປະກອບ​ການ​ຈາກ​ບັນດາ​ປະ​ເທດ​ອາຊຽນ ​ເຂົ້າ​ຮ່ວມ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້.

ເຫດການ