
ກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ
ຍສໝ - ໃນຕອນເຊົ້າ ຂອງວັນທີ 27 ມີຖຸນາ 2018 ທີ່ ໂຮງແຮມ ລາວພຣາຊາ, ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ ແລະ ເຜີຍແຜ່ຜັນຂະຫຍາຍແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016 – 2020.