ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ສະຫະພັນລັດເຊຍ

14:38 | 24/05/2019

ຍສໝ - ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຈັດຂຶ້ນໃນວັນທີ 22 ພຶດສະພາ ຢູ່ນະຄອນຫລວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ສະແດງໃຫ້ເຫັນຄວາມມຸ່ງຫວັງຕໍ່ການຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືກັບສະຫະພັນລັດເຊຍໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.

ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດ ຫວຽດນາມ ແລະ ສະຫະພັນລັດເຊຍ

ບັນຍາກາດທີ່ເວທີປາໄສວິສາຫະກິດຫວຽດນາມ - ສະຫະພັນລັດເຊຍ.(ພາບ:baochinhphu.vn)

ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຖືວ່າ: ວົງເງິນການຄ້າສອງສົ້ນບັນລຸເກືອບ 6 ຕື້ໂດລາສະຫະລັດ, ແມ່ນລະດັບຕ່ຳເມື່ອທຽບໃສ່ຄວາມສາມາດບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ. ສະນັ້ນ, ກອງປະຊຸມນີ້ໄດ້ເປີດໜ້າປະຫວັດສາດໃໝ່ ເພື່ອໃຫ້ການຮ່ວມມືລະຫວ່າງ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ ພັດທະນາຮອບດ້ານ, ກ່ອນອື່ນໝົດແມ່ນການຄ້າ, ການລົງທຶນ, ການທ່ອງທ່ຽວ, ການບໍລິການທີ່ດີກ່ວາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ກໍ່ໄດ້ສະແດງໃຫ້ເຫັນຄວາມມຸ່ງຫວັງໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດແຮງກ່ວາ, ໄວກ່ວາ ແລະ ເຂົ້າສູ່ລວງເລິກ, ມີປະສິດທິຜົນໃນໄລຍະຈະມາເຖິງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.