ພິທີມອບ-ຮັບເງິນຊ່ວຍເຫລືອ ຈຳນວນ 10.000 ໂດລາສະຫະລັດ ຫລື ປະມານ 90 ລ້ານກີບ ຈາກອົງການປົກຄອງ ແຂວງຫລວງພະບາງ ໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບ ໄພພິບັດທາງທຳມະຊາດຢູ່ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2020 ຢູ່ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ແຂວງຫລວງພະບາງ.
ພາຍຫຼັງການຄົ້ນຄວ້າລັກສະນະເປັນໄປໄດ້ ເປັນເວລາ 2 ປີ, ບໍລິສັດພັດ ທະນາເຂດໃໝ່ວາງວຽງ ໃຫ້ຮູ້ວ່າກໍາລັງດໍາເນີນການເຈລະຈາກ່ຽວກັບການ ໂອນກໍາມະສິດທີ່ດິນກັບລັດຖະບານ ເພື່ອຜັນຂະຫຍາຍໂຄງການພັທະນາ ເຂດທ່ອງທ່ຽວແຖວໜ້າຂອງລາວ.
ຍສໝ - ຕອນເຊົ້າວັນທີ 28 ຕຸລາ 2020, ທີ່ຫໍຮັບແຂກຂອງກະຊວງປ້ອງກັນຄວາມສະຫງົບ, ຄະນະທະຫານອາສາສະໝັກ ແລະ ຊ່ຽວຊານທະຫານຫວຽດນາມ ປະຈຳລາວ, ນະຄອນຫຼວງຮ່າໂນ້ຍ ໄດ້ຈັດກອງປະຊຸມປິດອາຍຸປະຈຳການ 2015-2020 ແລະ ເປີດສະມາຄົມມິດຕະພາບ ຫວຽດນາມ - ລາວ ອະດີດນັກທະຫານອາສາສະໝັກຮ່າໂນ້ຍ.
ກົມການບິນພົນລະເຮືອນ, ກະຊວງໂຍທາທິການ ແລະຂົນສົ່ງລາວ ຫາກໍ່ອອກແຈ້ງການກ່ຽວກັບການຈົດທະບຽນ ແລະຂໍໃບອະນຸຍາດນຳໃຊ້ອຸປະກອນເຮືອບິນບໍ່ມີຄົນຂັບ (Drone).
ຍສໝ - ຕອນບ່າຍວັນທີ 29 ຕຸລາ, ທ່ານ ຫງວຽນກວກຢູ້ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ເປັນປະທານການປຶກສາຫາລືດ້ານການເມືອງຄັ້ງທີ 5 ລະຫວ່າງກະຊວງການຕ່າງປະເທດສອງປະເທດຫວຽດນາມ ແລະ ລາວດ້ວຍຮູບແບບຖ່າຍທອດສົດ.
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ດໍາເນີນ ໃນວັນທີ 29 ຕຸລາ 2020 ນີ້, ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ເຊິ່ງແມ່ນວາລະ ຂອງການປະກອບຄໍາເຫັນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃສ່ຮ່າງບົດລາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາສົກປີ 2020 ແລະ ທິດທາງແຜນການປະຈໍາປີ 2021.
ໃນວັນທີ 29 ຕຸລາ 2020 ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງບາງບັນຫາ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ຮ່າງແຜນງົບປະມານ ປະຈໍາປີ 2021 ຢູ່ກອງປະຊຸມ ສະພາສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII.
ໃນວັນທີ 29 ກັນຍາ 2020, ທີ່ຫ້ອງປະຊຸມຊັ້ນ 2 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ກົມແຜນການ ແລະ ຮ່ວມມື ໄດ້ເຂົ້າຮ່ວມ ກອງປະຊຸມ ສໍາມະນາທາງໄກ ຄັ້ງທີ 10 ໃນຫົວຂໍ້ “ປະສົບການຂອງ ສປປ ລາວ ໃນການຄວບຄຸມ ແລະ ຕອບໂຕ້ພະຍາດ ອັກເສບປອດ ຈາກເຊື້ອຈຸລະໂຣກ ສາຍພັນໃໝ່” (Lao PDR's Experiences in COVID-19 Control & Response), ຊຶ່ງຈັດຂຶ້ນ ໂດຍ ສູນດີເລີດດ້ານເຄມີ, ຊີວະ, ລັງສີ ແລະ ນິວເຄຼຍ ປະຈຳພາກພື້ນອາຊີ ຕາເວັນອອກສ່ຽງໃຕ້.
ສະມາຄົມນັກທຸລະກິດໝຸ່ມ ແຫ່ງຊາດລາວ (ສທໜຊ) ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ໃນວັນທີ 29 ຕຸລາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມນັກທຸລະກິດໝຸ່ມແຫ່ງຊາດລາວ, ມີ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະ ມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ເພື່ອສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ, ພ້ອມທັງໄດ້ເລືອກຄະນະ ບໍລິຫານສະມາຄົມ ຊຸດໃໝ່ ຈຳນວນ 43 ທ່ານ, ໃນນັ້ນ, ກອງປະຊຸມໄດ້ເລືອກຕັ້ງ ທ່ານ ຄຳແສນ ສີສະວົງ ເປັນປະທານ ສທໜຊ ອີກໜຶ່ງໃໝ່ ແລະ ແຕ່ງຕັ້ງຮອງປະທານ ຈຳນວນ 12 ທ່ານ.
ແທັງຮວ໋າ ມີເສັ້ນຊາຍແດນຕິດກັບປະເທດລາວ 213,6 ກິໂລແມັດ, ດ້ວຍຫຼັກໝາຍຊາຍແດນ 92 ຫຼັກ/ 88 ຈຸດທີ່ຕັ້ງ, ຜ່ານ 5 ເມືອງພູດອຍທາງທິດຕາເວັນຕົກຂອງແຂວງ, ມີທີ່ຕັ້ງຍຸດທະສາດສໍາຄັນກ່ຽວກັບດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນທາງການທູດ.
ມາຮອດປະຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດແມ່ນ 1.173 ຄົນ, ໃນນັ້ນ ມີ 1.062 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 29 ຕຸລາ 2020 ນີ້ວ່າ: ປັດຈຸບັນ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຖິງຢ່າງໃດກໍຕາມ ໃຫ້ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິລະວັງໂຕ ພ້ອມກັນປະຕິບັດມາດຕະການ ທີ່ທາງຄະນະສະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ ແນໃສ່ເພື່ອປ້ອງກັນຕົນເອງ, ຄອບຄົວ ແລະ ເພື່ອຄົນທີ່ທ່ານຮັກ.
ໃນຊຸມວັນຜ່ານມາ, ບັນດາແຂວງພາກພາງຂອງຫວຽດນາມ ຖືກເສຍຫາຍ ຢ່າງໜັກໜ່ວງກ່ຽວກັບຊັບສິນອີນຊີ. ເມື່ອນໍ້າຖ້ວມຫຼຸດລົງແລ້ວ, ປະຊາຊົນ ໄດ້ເລີ່ມເຮັດອະນາໄມເຮືອນຊານເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ ໂດຍໄວ. ນອກຈາກທະຫານລາດ, ທະຫານ, ກຸ່ມນັກສຶກສາລາວ ກໍ່ເຂົ້າຮ່ວມຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ທີ່ນີ້ຢ່າງສຸດຈິດສຸດໃຈ.
ປະຕິຮູບໂຄງສ້າງເສດຖະກິດເພື່ອຍູ້ເສດຖະກິດໃຫ້ສືບຕໍ່ຂະຫຍາຍຕົວດ້ວຍຄຸນນະພາບທີ່ດີຂຶ້ນດ້ວຍການ ປະຕິຮູບໂຄງສ້າງເສດຖະກິດໃຫ້ມີຄວາມ ສົມດຸນຕາມຂົງເຂດ, ຂະແໜງການ ແລະ ທ້ອງຖິ່ນ...
ຫຼັງຈາກນໍ້າຖ້ວມຖອຍລົງ, ນັກສຶກສາລາວໄດ້ຊວນກັນໄປສະຖານທີ່ທີ່ຢູ່ອາໄສຂອງປະຊາຊົນພາກກາງທີ່ຖືກເຄາະຮ້າຍຈາກໄພທໍາມະຊາດ ເພື່ອພ້ອມກັນເກັບມ້ຽນ, ທໍາຄວາມສະອາດ ແລະສະໜັບສະໜູນທຸກໆຄົນບັນດາໜ້າວຽກທີ່ສາມາດເຮັດໄດ້.
ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດ ລາຍຈາຍສ່ວນໃຫຍ່ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ.
ສະຖານີວິທະຍຸໂທລະພາບນີ້ໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານ ສສ ຫວຽດນາມ 118 ຕື້ດົງ, ໃນນີ້ລັດຖະ ບານລາວສົມທົບທຶນ 1,8 ຕື້ກີບໂດຍບໍລິສັດໂກເອໂກຫວຽດນາມຮັບເໝົາກໍ່ສ້າງແຕ່ເດືອນກຸມພາເປັນຕົ້ນມາ.
ບັນດາດ່ານຊາຍແດນໄດ້ເລີ່ມເປີດບໍລິການ ຂຶ້ນກັບແຂວງ ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ຫລວງພະບາງຄືນໃໝ່.
ໃນນີ້ຂະແໜງກະສິກໍາຂະຫຍາຍຕົວຕາມແຜນດັດແກ້ 2,3% ກວມເອົາ 16,6% ຂອງ GDP; ຂະແໜງອຸດສາຫະກຳ ຂະຫຍາຍຕົວ 9,8% ກວມເອົາ 33% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 6,8%); ແລະ ຂະແໜງ ບໍລິການແມ່ນຕິດລົບ 1,6% ກວມເອົາ 39,5% ຂອງ GDP (ແຜນດັດແກ້ຂະຫຍາຍຕົວ 1,7%).
ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາ ຮັບຮອງເອົາບັນດາເນື້ອໃນສຳຄັນ ຄື: ພິຈາລະນາຮັບຮອງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນເງິນຕາ ປະຈໍາ ປີ 2020 ແລະ ແຜນການປີ 2021...