ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ ແລະ ການ​ຮ່ວມ​ມື​ຮອບດ້ານ ​ຫວຽດນາມ - ລາວ

ຍສໝ - ວັນ​ທີ 24 ມິຖຸນາ 2024, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ​ເລືອງ​ຕ່າມກວາງ, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ໄດ້​ມີ​ການ​ພົບ​ປະ​ກັບ ທ່ານນາງ ຄຳເພົາ ເອີນ​ທະ​ວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ ຫວຽດນາມ, ເຂົ້າພົບປະຢ້ຽມຢາມເນື່ອງ​ໃນ​ໂອ​ກາດ​ເລີ່ມອາຍຸການປະຕິບັດງານຢູ່ ​ຫວຽດ​ນາມ.

ຄະນະຜູ້ແທນແຂວງ ບິ່ງທ້ວນ ໄດ້ສຳຫຼວດ ແລະ ສຶກສາຕະຫຼາດລາວ

ຄະນະຜູ້ແທນແຂວງ ບິ່ງທ້ວນ ໄດ້ສຳຫຼວດ ແລະ ສຶກສາຕະຫຼາດລາວ

ຍສໝ - ໃນ​ຂະ​ນະ​ທີ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ​ຂອງ​ລາວ, ຄະ​ນະ​ຜູ້​ແທນ​ແຂວງ ບິ່ງ​ທ້ວນ ນຳ​ໂດຍ​ທ່ານ ຟານວັນ​ດັງ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ໄປ​ຢ້ຽມ​ຢາມ​ບັນ​ດາ​ສູນ​ການ​ຄ້າ ແລະ ຕະຫຼາດຂາຍ​ສົ່ງໃນນະຄອນຫຼວງວຽງຈັນ.

ຜົ້ງສາລີ ເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈລາວ-ຫວຽດນາມ-ຈີນຄັ້ງທີ VIII

ຜົ້ງສາລີ ເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈລາວ-ຫວຽດນາມ-ຈີນຄັ້ງທີ VIII

ຍສໝ -​ ແຂວງຜົ້ງສາລີໄດ້ຮັບກຽດເປັນເຈົ້າພາບຈັດງານມະຫະກໍາກິລາໂຍນໝາກຄອນ 3 ແຈປະເທດລາວ-ຫວຽດນາມ-ຈີນຄັ້ງທີ VIII ຂຶ້ນໃນວັນທີ 12ທັນວານີ້

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໄທຫງວຽນ

ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໄທຫງວຽນ

ຍສໝ - ໃນ 2 ວັນ (ວັນທີ 10 ແລະ 11 ທັນວາ), ໂຮງຮຽນການເມືອງແຂວງ ໄທຫງວຽນ ໄດ້ຈັດຕັ້ງລາຍການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ.

ງານມະໂຫລານອາຫານສາກົນ 2024: ເລື່ອງລາວກ່ຽວກັບປະຫວັດສາດ ແລະຄຸນຄ່າມູມເຊື້ອຂອງບັນດາຊາດໃນທົ່ວໂລກ

ງານມະໂຫລານອາຫານສາກົນ 2024: ເລື່ອງລາວກ່ຽວກັບປະຫວັດສາດ ແລະຄຸນຄ່າມູມເຊື້ອຂອງບັນດາຊາດໃນທົ່ວໂລກ

ຍສໝ - ງານມະໂຫລານ​ອາຫານ​ສາກົນ​ 2024 ຢູ່ ​ຮ່າ​ໂນ້ຍ ​ໄດ້​ໄຂ​ຂຶ້ນ​ດ້ວຍ 130 ກວ່າ​ຮ້ານ​ວາງສະ​ແດງ​ທີ່​ມາ​ຈາກ 40 ສະຖານທູດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ຜ່ານນັ້ນ ກໍ່ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ກະສິກຳ ​ແລະ ສະບຽງ​ອາຫານ​ແບບ​ຍືນ​ຍົງ.

ກວາງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ເພີ່ມທະວີການສົມທົບໃນວຽກງານຄຸ້ມຄອງຊາຍແດນ

ກວາງຈິ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ເພີ່ມທະວີການສົມທົບໃນວຽກງານຄຸ້ມຄອງຊາຍແດນ

ຍສໝ - ແຂວງກວາງຈິ (ຫວຽດນາມ) ແລະ ແຂວງສະຫວັນນະເຂດ (ລາວ) ເຫັນດີສືບຕໍ່ຊີ້ນໍາບັນດາກໍາລັງຄຸ້ມຄອງ, ປ້ອງກັນຊາຍແດນ ພ້ອມດ້ວຍບັນດາອົງການທີ່ກ່ຽວຂ້ອງ, ທ້ອງຖິ່ນສົມທົບກັນຢ່າງແໜ້ນແຟ້ນໃນແລກປ່ຽນປະສົບການ, ແບ່ງປັນຂໍ້ມູນຂ່າວສານໃນວຽກງານການທະຫານ-ການປ້ອງກັນຄວາມສະຫງົບ ແລະ ຊາຍແດນ.

ສປປ.ລາວ ໄດ້ເພີ່ມທະວີການປະຕິບັດມາດຕະການ ເພື່ອເຮັດໃຫ້ລາຄາໃນຕະຫຼາດ ສະຫງົບປົກກະຕິ

ສປປ.ລາວ ໄດ້ເພີ່ມທະວີການປະຕິບັດມາດຕະການ ເພື່ອເຮັດໃຫ້ລາຄາໃນຕະຫຼາດ ສະຫງົບປົກກະຕິ

ຍສໝ - ການຫຼຸດລົງຂອງເງິນກີບ (ລາວ) ໃນໄລຍະຍາວເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ຊີວິດປະຈໍາວັນຂອງປະຊາຊົນໃນປະເທດນີ້. ດັ່ງນັ້ນ, ລັດຖະບານລາວ ຈຶ່ງໄດ້ຕົກລົງ ທີ່ຈະປະຕິບັດ​ມາດ​ຕະການເພື່ອແກ້ໄຂບັນຫາລາຄາ.

ລາວ​ພວມ​ກະກຽມ​ປັບປຸງ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳມະນູນປີ 2015

ລາວ​ພວມ​ກະກຽມ​ປັບປຸງ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳມະນູນປີ 2015

ຍສໝ - ​ຄະນະ​ປະຈຳ​​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ເລີ່​ມກະກຽມ​ບັນດາດ້ານປະຕິບັດງານຢ່າງຮອບດ້ານ​ ໃຫ້ການປັບປຸງ​ບາງ​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ປີ 2015, ເຊິ່ງຄາດ​ວ່າ​ຈະ​ເຮັດສຳ​ເລັດ​ໃນ​ກາງ​ປີ 2025 ​ແລະ ສາມາດຍື່ນສະເໜີຕໍ່​ສະພາ​ແຫ່ງ​ຊາດ​ລາວ​ ​ຊຸດ​ທີ 9 ທີ່ພິຈາລະນາໃນ​ການປະຊຸມປະຈຳ ຄັ້ງ​ທີ 9 ທີ່​ຈະ​ມາ​ເຖິງ.

ແມ່ທັບນ້ອຍ 15 ມອບ-ຮັບນັກຮຽນການທະຫານຂອງລາວ ທີ່ຝຶກອົບຮົມຢູ່ວິທະຍາໄລເຕັກນິກວິຊາຊີບເລກ 21

ແມ່ທັບນ້ອຍ 15 ມອບ-ຮັບນັກຮຽນການທະຫານຂອງລາວ ທີ່ຝຶກອົບຮົມຢູ່ວິທະຍາໄລເຕັກນິກວິຊາຊີບເລກ 21

ຫວ່າງແລ້ວນີ້, ຢູ່ແມ່ທັບນ້ອຍ 15 ໄດ້ຈັດພິທີມອບ-ຮັບນັກຮຽນການທະຫານຂອງລາວ ທີ່ຝຶກອົບຮົມຢູ່ວິທະຍາໄລເຕັກນິກວິຊາຊີບເລກ 21 (ຂຶ້ນກັບແມ່ທັບນ້ອຍ 15).

ເພີ່ມທະວີການຮ່ວມມືບໍາລຸງສ້າງລະຫວ່າງສອງໂຮງຮຽນການເມືອງ ຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືບໍາລຸງສ້າງລະຫວ່າງສອງໂຮງຮຽນການເມືອງ ຫວຽດນາມ-ລາວ

ຫວ້າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ສະຖາບັນການເມືອງ ເຂດ II ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ສ້າງຕັ້ງ, ເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງຝ່າຍ.

ມອບຂອງຂວັນໃຫ້ປະຊາຊົນບ້ານ ເຊຊັບ

ມອບຂອງຂວັນໃຫ້ປະຊາຊົນບ້ານ ເຊຊັບ

ຍສໝ - ວັນ​ທີ 7 ທັນວາ, ຢູ່ຄ້າຍກວດກາຊາຍແດນ​ ຮົ່ງ​ໄທ, ປ້ອມປ້ອງກັນຊາຍແດນ ເຍີມ, ຄະນະ​ປະຈຳ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເມືອງ ອາເລື໋ອຍ ​ໄດ້​ສົມທົບ​ກັບ​ຄະນະຄຸ້ມຄອງບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງ, ​ແນວ​ໂຮມ​ປະ​ເທດ​ຊາດຕາແສງ ກວາງເຍີມ ແລະ ປ້ອມປ້ອງກັນຊາຍແດນ ເຍີມ ຈັດຕັ້ງໂຄງການມອບຂອງຂວັນໃຫ້ປະຊາຊົນ ບ້ານ ເຊຊັບ ເມືອງ ກະລຶມ, ແຂວງເຊກອງ, ສປປ ລາວ.

ບັນດາໄວໜຸ່ມລາວ ສົ່ງແຮງບັນດານໃຈກ່ຽວກັບວັດທະນະທຳຫວຽດນາມ

ບັນດາໄວໜຸ່ມລາວ ສົ່ງແຮງບັນດານໃຈກ່ຽວກັບວັດທະນະທຳຫວຽດນາມ

ຍສໝ -​ ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ວັດທະນະທຳ​ຫວຽດນາມ, ບັນດາໄວໜຸ່ມລາວ ​ຄື​ທ່ານນາງ ເມສາ ບົວວອນ ​ແລະ ທ່ານ ພູມພິທັດ ອຸປະເສີດ ພວມ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ອັນ​ດີງາມກ່ຽວກັບວັດທະນະທຳ​ຂອງ​ສອງ​ປະ​ເທດ. ໂດຍຜ່ານ​ແຕ່ລະ​ວິ​ດີ​ໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່​ພຽງ​ແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.

ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ

ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ

ຍສໝ - ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ຢູ່​ໂຮງໝໍ​ການແພດທະຫານ 103 ຫວຽດນາມ, ໂຮງໝໍ​ສູນ​ກາງ 103 ກອງທັບ​ປະຊາຊົນ​ລາວ ​ໄດ້ເປັນເຈົ້າເຕັກ​ນິກ​ການ​ປ່ຽນຖ່າຍ​ໝາກ​ໄຂ່​ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ຄວາມ​ກ້າວໜ້າ​ດ້ານ​ວິຊາສະເພາະເທົ່ານັ້ນ ຫາກ​ຍັງ​ເປັນ​ສັນຍາ​ລັກ​ໃຫ້​ແກ່ນ້ຳໃຈມິດຕະພາບແບບ​ພິ​ເສດ ​ຫວຽດນາມ - ລາວ.

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ

ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ

ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.

ສື່​ມວນ​ຊົນ​ລາວ-ຫວຽດນາມ: ການສື່ສານເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ

ສື່​ມວນ​ຊົນ​ລາວ-ຫວຽດນາມ: ການສື່ສານເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ

ຍສໝ - ບໍ່​ພຽງ​ແຕ່​ອອກອາກາດບັນດາຜະລິດ​ຕະພັນ​ສື່ມວນຊົນກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ, ສື່​ມວນ​ຊົນ​ຂອງ​ສອງ​ປະ​ເທດ​ຍັງ​ໄດ້​ເປີດ​ຕົວ​ບັນດາໜ້າເວັບ, ການຮ່ວມ​ມື ​ແລະ ໜູນ​ຊ່ວຍເຊິ່ງກັນ ​ແລະ ກັນເພື່ອພ້ອມກັນພັດ​ທະ​ນາ​.

ພິທີປິດຊຸດຝຶກອົບຮົມຫົວເລື່ອງສະເພາະວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ພິທີປິດຊຸດຝຶກອົບຮົມຫົວເລື່ອງສະເພາະວຽກງານຕ້ານການເຄື່ອນໄຫວສວຍໃຊ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດເພື່ອລ່ວງລະເມີດຄວາມໝັ້ນຄົງແຫ່ງຊາດ ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ຫວ່າງ​ມໍ່ໆ​ນີ້, ວິທະຍາຄານ​ສັນຕິບານ​ປະຊາຊົນ ​​ໄດ້​ຈັດ​ພິທີ​ປິດ​ຊຸດ​ອົບຮົມຫົວຂໍ້ສະເພາະ​ກ່ຽວ​ກັບ​ວຽກງານ​ຕ້ານ​ການ​ເຄື່ອນ​ໄຫວ​ສວຍ​ໃຊ້​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ​ເພື່ອລ່ວງລະເມີດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ໃຫ້​ແກ່​ພະນັກງານ​ກະຊວງ​ປ້ອງກັນຄວາມສະຫງົບ ​ລາວ. ທ່ານ ສາດສະດາຈານ, ປະລິນຍາເອກ, ພັນເອກ ຫງວຽນເຈືອງທໍ້, ຮອງຫົວໜ້າວິທະຍາຄານສັນຕິບານປະຊາຊົນ ເປັນປະທານພິທີ.

ຫວຽດນາມ-ລາວ ລາດຕະເວນສອງຝ່າຍຢູ່ເຂດຊາຍແດນ

ຫວຽດນາມ-ລາວ ລາດຕະເວນສອງຝ່າຍຢູ່ເຂດຊາຍແດນ

ກອງບັນຊາການທະຫານຊາຍແດນແຂວງກວາງຈິ ໄດ້ສົມທົບກັບກອງບັນຊາການທະຫານແຂວງສາລະວັນ ດໍາເນີນການລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ, ແຕ່ຫຼັກໝາຍຊາຍແດນແຫ່ງຊາດທີ 634 ເຖິງ 636.

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ - ລາວ

ສືບຕໍ່ມູນເຊື້ອອັນດີງາມລະຫວ່າງກອງທັບປະຊາຊົນ ຫວຽດນາມ - ລາວ

ຍສໝ - ຕອນບ່າຍວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ກ່ຽວກັບວິຊາສະເພາະວຽກງານກຳມະບານໃນກອງທັບ ປີ 2024.

ງານຕະຫຼາດນັດ​ສິນຄ້າ: ຂົວ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ງານຕະຫຼາດນັດ​ສິນຄ້າ: ຂົວ​ເຊື່ອມຕໍ່​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ລາວ

ຍສໝ - ການຈັດ​ງານຕະຫຼາດນັດການຄ້າ​ລະຫວ່າງ​ຫວຽດນາມ - ລາວ ​ເປັນ​ປະຈຳ ​ບໍ່​ພຽງ​ແຕ່ມີບົດບາດເປັນ​ຂົວ​ຕໍ່ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ໄດ້​ພົບ​ປະ, ​ແລກປ່ຽນປະສົບການ, ຖ່າຍທອດ​ເຕັກ​ໂນ​ໂລຢີ, ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ, ຮ່ວມທຸລະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ການ​ເມືອງ, ​ເສດຖະກິດ - ສັງຄົມ​ທີ່​ມີ​ຄວາມ​ໝາຍ ເພື່ອປະກອບສ່ວນປັບປຸງສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ - ລາວ.

ຫວຽດນາມ ແລະຄວາມຮັບຜິດຊອບສາກົນໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພຢູ່ ລາວ ແລະກຳປູເຈຍ

ຫວຽດນາມ ແລະຄວາມຮັບຜິດຊອບສາກົນໃນວຽກງານປ້ອງກັນອັກຄີໄພ ແລະ ກູ້ຊີບກູ້ໄພຢູ່ ລາວ ແລະກຳປູເຈຍ

ຍສໝ - ໃນ​ວຽກ​ງານ​ປ້ອງ​ກັນອັກຄີໄພ ​ແລະ ກູ້ຊີບກູ້​ໄພ, 3 ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ ​ໄດ້​ມີ​ການ​ຮ່ວມ​ມື​ທີ່ລະອຽດ ​ແລະ ​ແທດ​ຈິງ​ໃນ​ການ​ຝຶກ​ອົບຮົມ ​ແລະ ສົມທົບ​ກັນ, ໜູນ​ຊ່ວຍ​ວຽກ​ງານ​ດັບ​ເພີງ ​ແລະ ກູ້ຊີບກູ້​ໄພ​ຢູ່​ເຂດ​ຊາຍ​ແດນ ເຮັດໃຫ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ 3 ປະ​ເທດເລິກເຊິ່ງກວ່າ.