ເມື່ອບໍ່ດົນມານີ້, ທ່ານ ສະເຫຼີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ. ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກລະດັບສູງໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອ ການຮ່ວມມືສາກົນ: ການຮ່ວມ ມືກັນໃນການຮັບມືຕ້ານການ ແຜ່ລະບາດພະຍາດ COVID-19.
ໃນວັນທີ 17 ມິຖຸນາ 2020 ຢູ່ນະຄອນ ຫລວງວຽງຈັນ ໄດ້ຈັດຂຶ້ນພິທີລົງນາມສັນຍາ ວ່າດ້ວຍການປະຕິບັດ ໂຄງການປ້ອງກັນດິນຟ້າອາກາດ ໂດຍຫລີກລ້ຽງການທໍາລາຍປ່າໄມ້ (cli PAD) ແລະ ແຜນງານການສ້າງຄວາມເຂັ້ມແຂງ ໃນວຽກງານປ່າໄມ້, ຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL).
ເມື່ອບໍ່ດົນມານີ້, ທີ່ໂຮງແຮມຊຽງຂວາງວິວ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຕັ້ງພິທີສົ່ງມອບໂຄງການສະໜາມບິນ ທົ່ງໄຫຫີນຊຽງຂວາງ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນ ສົ່ງໃຫ້ກະຊວງປ້ອງກັນປະເທດ ຮັບຜິດຊອບໂດຍກົງ.
ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.
ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.
ໃນວັນທີ 12 ມິຖຸນາ 2020 ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ເປັນປະທານຮ່ວມກັບ ທ່ານ ມຽວ ເຫວີຍ (MIAO WEI) ລັດຖະມົນຕີ ກະຊວງ ອຸດສະຫະກໍາ ແລະ ໄອຊີທີ ຂອງ ສປ ຈີນ ໃນພິທີເປີດປີສົ່ງເສີມ ເສດຖະກິດດິຈິຕອນ ລະຫວ່າງອາຊຽນ ແລະ ສປ ຈີນ ໂດຍຜ່ານກອງປະຊຸມທາງໄກ.
ໃນວັນທີ 12 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກປະເທດລາວ ໄດ້ຈັດກອງປະຊຸມລາຍງານສະພາບການລະບາດຂອງພະຍາດ COVID-19 ໃນປະເທດລາວ ໂດຍ ທ່ານສີສະຫວາດ ສຸດທານີລະໄຊ - ຮອງຫົວໜ້າກົມຄວບຄຸມພະຍາດ ຕິດຕໍ່ກະຊວງສາທາລະນະສຸກ.
ຍສໝ - ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງປະເທດລາວ ໄດ້ອອກກົດລະບຽບຢ່າງບັງຄັບເຊິ່ງ ໃຫ້ຈ່າຍເງິນເດືອນ ແລະ ສະໜັບສະໜູນ ໃຫ້ແກ່ຜູ້ອອກກແຮງງານທີ່ໄດ້ຮັບຜົນກະທົບ ຍ້ອນການລະບາດຂອງພະຍາດ COVID-19.
ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.
ຍສໝ - ໃນກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີຖຸນາ ທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກປະເທດລາວ ໄດ້ກ່າວວ່າ ມາຮອດປັດຈຸບັນ, ປະເທດລາວໄດ້ຜ່ານ 52 ມື້ຕິດຕໍ່ກັນໂດຍບໍ່ໄດ້ກວດພົບກໍລະນີຕິດເຊື້ອໄວຣັດ COVID-19 ຕື່ມອີກ, ແລະ ຈຳນວນຄົນເຈັບທີ່ໄດ້ຮັບການປິ່ນປົວຍັງແມ່ນ 1 ຄົນ.
ຍສໝ - ບັນດາສະຖາບັນການສຶກສາຕັ້ງແຕ່ຊັ້ນປະຖົມ ຈົນຮອດຂັ້ນມະຫາວິທະຍາໄລ ໃນປະເທດລາວ ແມ່ນໄດ້ອະນຸຍາດໃຫ້ເປີດໃໝ່ຕັ້ງແຕ່ວັນທີ 3 ມິຖຸນາ. ລະດັບອະນຸບານແມ່ນໄດ້ລໍຖ້າ ຈົນຮອດການໄຂສົກຮຽນໃໝ່.
ໃນວັນທີ 02 ມິຖຸນາ ຢູ່ການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດ, ກະຊວງສາທາລະນະສຸກ ໄດ້ແຈ້ງຂ່າວວ່າຄະນະແພດໝໍກວດບໍ່ພົບຜູ້ຕິດເຊື້ອເພີ່ມ ຕົວເລກສະສົມຜູ້ຕິດເຊື້ອຍັງຄົງຢູ່ 19 ຄົນ ແລະ ປິ່ນປົວຫາຍດີກັບຄືນບ້ານເພື່ອຕິດຕາມອາການຈຳນວນ 16 ຄົນ.
ຍສໝ - ຫຼັງຈາກ 47 ມື້ຕິດຕໍ່ກັນທີ່ບໍ່ໄດ້ກວດພົບກໍລະນີໃໝ່ ທີ່ຕິດເຊື້ອພະຍາດ COVID-19, ໃນຕອນບ່າຍຂອງວັນທີ 30 ພຶດສະພາ, ປະເທດລາວ ໄດ້ສືບຕໍ່ຜ່ອນຄາຍຂໍ້ຈຳກັດທາງດ້ານສັງຄົມບາງຢ່າງ, ພ້ອມກັນນັ້ນ ໄດ້ສືບຕໍ່ຄຸ້ມຄອງການເຂົ້າ-ອອກເມືອງຢ່າງເຂັ້ມງວດ.
ຍສໝ - ແຕ່ວັນທີ 27 ພຶດສະພາ ຫາວັນທີ 4 ມິຖຸນາ 2020, ປະເທດລາວ ໄດ້ຈັດຕັ້ງງານວາງສະແດງຜະລິດຕະພັນກະສິກຳສະອາດ ແລະ ຈຳໜ່ວຍເບ້ຍໄມ້ ທີ່ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ.
ໃນວັນທີ 21 ພຶດສະພາ 2020 ຢູ່ກະຊວງສາທາລະນະສຸກ, ປະເທດລາວ ໄດ້ຈັດພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອ ປະເທດ ລາວ ໃນການປ້ອງກັນ ແລະ ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ COVID -19.
ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).
ວັນທີ 22 ພຶດສະພາ, ໃນນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນການລາຍງານ ສະພາບການຕິດຕາມ, ເຝົ້າລະວັງ ພະຍາດ Covid -19 ຢູ່ປະເທດລາວປະຈໍາວັນ. ທ່ານ ພູທອນ ເມືອງປາກ - ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ ເປັນ 40 ມື້ຕິດຕໍ່ກັນ, ປະເທດລາວບໍ່ໄດ້ ພົບຜູ້ຕິດເຊື້ອ Covid-19 ຜູ້ໃໝ່, ແລະ ໄດ້ເລີ່ມຕົ້ົ້ນເປີດບໍລິການທັງໝົດ ເປັນຕົ້ນ.
ຍສໝ - ລັດຖະບານລາວ ໄດ້ອະນຸມັດໂຄງການຜະລິດຜ້າບັງປາກ ໂດຍມີການເຂົ້າຮ່ວມຂອງຫຼາຍວິສາຫະກິດ.ຢຢ
ຍສໝ - ລັດຖະບານ ລາວ ໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດບາງມາດຕະການປ້ອງກັນການຕິດເຊື້ອ.
ຍສໝ - ວັນທີ 15 ພຶດສະພາ, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ແຂວງຮ່າຕິ້ງ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ຈັດຕັ້ງການມອບເຄື່ອງຊ່ວຍເຫຼືອ ປະກອບມີ: ຜ້າບັງປາກ 30.000 ແຜ່ນ, ນໍ້າຢາລ້າງມື 1.500 ຂວດ, ເຄື່ອງນຸ່ງປ້ອງກັນການລະບາດ 3,000 ຊຸດ , ເຂົ້າສານ 3 ໂຕນ ແລະ ໝີ່ສໍາເລັດຮູບຈຳນວນ 150 ກ່ອງ ສຳລັບປະເທດລາວ.