ຍສໝ - ຄະນະປະຕິບັດງານ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ປະເທດໄທ ຫາກໍໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວຊາວຫວຽດນາມຕ່າງດ້າວ ທີ່ມີການປະກອບສ່ວນໃຫ້ແກ່ການປະຕິວັດ ແລະ ພົບປະກັບຊຸມຊົນຊາວຫວຽດນາມ ຢູ່ທີ່ ພູເກັດ. ທ່ານເອກອັກຄະລັດຖະທູດ ຟາມຫວຽດຮຸ່ງ ມຸ່ງຫວັງວ່າ ພໍ່ແມ່ປະຊາຊົນຈະສືບຕໍ່ຮັກສາເອກະລັກວັດທະນະທຳ, ຮັດແໜ້ນຄວາມສາມັກຄີ ແລະ ປະກອບສ່ວນເຂົ້າໃນສາຍພົວພັນ ຫວຽດນາມ - ໄທ
ຍສໝ - ໃນວັນທີ 9 ກໍລະກົດ, ຫວຽດນາມ ໄດ້ສ້າງຕັ້ງສະຖານກົງສຸນກິດຕິມະສັກ ແຫ່ງທຳອິດ ຢູ່ທີ່ Phuket, ປະເທດໄທ. ເຫດການດັ່ງກ່າວ ໄດ້ປະກອບສ່ວນຂະຫຍາຍການມີໜ້າຂອງ ຫວຽດນາມ ຢູ່ທີ່ ປະເທດໄທ, ເພີ່ມທະວີການຊ່ວຍເຫຼືອພົນລະເມືອງ ພ້ອມທັງຊຸກຍູ້ການຮ່ວມມື ກັບເຂດເສດຖະກິດທີ່ຂະຫຍາຍຕົວຢ່າງຟົດຟື້ນ ຢູ່ແຄມຝັ່ງທະເລ Andaman.
ຍສໝ - ວັນທີ 17 ມິຖຸນາ, ຢູ່ພາຍໃດຂອບເຂດແຜນງານການເຊື່ອມຕໍ່ ໄທ ຢູ່ທີ່ ແຂວງ ຝູທໍ 2026, ບໍລິສັດ ມະຫາຊົນ Amata ຫວຽດນາມ ຈຳກັດ, ຊຶ່ງແມ່ນຜູ້ພັດທະນາເຂດອຸດສາຫະກຳນຳໜ້າ ທີ່ມາຈາກ ປະເທດ ໄທ, ໄດ້ສ້າງຂີດໝາຍອັນສຳຄັນ ພາຍໃດວິວັດທະນາການແຫ່ງການເຄື່ອນໄຫວ 3 ທົດສະວັດ ຢູ່ທີ່ ປະເທດ ຫວຽດນາມ ດ້ວຍພິທີກົດປຸ່ມຜັນຂະຫຍາຍໂຄງການ Amata City ຝູທໍ (ຫຼື ເອີ້ນອີກຊື່ໜຶ່ງວ່າ ເຂດອຸດສາຫະກຳ ດວານຮຸ່ງ).
ຍສໝ - ສາຍການບິນ Vietjet ແລະ ການທ່ອງທ່ຽວແຫ່ງປະເທດໄທ (TAT) ຫາກໍໄດ້ຮ່ວມກັນລົງນາມໃນຂໍ້ຕົກລົງຄວາມຮ່ວມມືຍຸດທະສາດ ແນໃສ່ຊຸກຍູ້ການທ່ອງທ່ຽວ, ເພີ່ມທະວີການເຊື່ອມຕໍ່ທາງອາກາດ ແລະ ການແລກປ່ຽນວັດທະນະທຳສາກົນ.
ຍສໝ - ພາຍຫຼັງການເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເລັ່ງຂຸ້ນຂ້ຽວຜັນຂະຫຍາຍຫຼາກຫຼາຍເນື້ອໃນການຮ່ວມມືຮ່ວມກັບ ຫວຽດນາມ, ແນໃສ່ຫັນບັນດາຂໍ້ຕົກລົງທີ່ບັນລຸໄດ້ໃຫ້ເປັນຮູບປະທຳ ແລະ ສືບຕໍ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດທີ່ໄດ້ຮັບການເພີ່ມທະວີລະຫວ່າງສອງປະເທດ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.
ຍສໝ - ພາຍໃດໄລຍະບໍ່ກີ່ວັນຜ່ານມານີ້, ສື່ມວນຊົນໄທ ໄດ້ລົງຂ່າວຢ່າງໜາແໜ້ນ ກ່ຽວກັບການເດີນທາງມາຢ້ຽມຢາມ ປະເທດ ຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມເວທີປາໄສອະນາຄົດ ASEAN ຄັ້ງທີສາມ, ເຊິ່ງໄດ້ດຳເນີນໄປໃນວັນທີ 8-9 ມິຖຸນາ 2026 ຂອງ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul, ໂດຍໄດ້ເນັ້ນໜັກເຖິງຄວາມໝາຍອັນສຳຄັນຂອງການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຕໍ່ກັບສາຍພົວພັນ ປະເທດ ຫວຽດນາມ - ປະເທດ ໄທ ກໍຄືການຮ່ວມມືພາຍໃດພາກພື້ນ.
ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ເຂົ້າຕ້ອນຮັບ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ທີ່ພວມເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3.
ຍສໝ - ພາຍໃຕ້ຂອບເຂດໂຄງການເພີ່ມທະວີການເຊື່ອມຕໍ່ທ້ອງຖິ່ນ ຫວຽດນາມ - ໄທ, ແຕ່ວັນທີ 5-6/6/2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຮ່ວມກັບການນຳແຂວງ ຮ້ອຍເອັດ, ພ້ອມທັງເຂົ້າຮ່ວມບັນດາກິດຈະກຳທາງດ້ານວັດທະນະທຳຢູ່ພາຍໃດທ້ອງຖິ່ນ.
ຍສໝ - ໃນວັນທີ 08/6, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ດຳເນີນວາລະການເຈລະຈາ.
ຍສໝ - ພິທີຕ້ອນຮັບຢ່າງເປັນທາງການ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ທີ່ທຳນຽບລັດຖະບານ ໄທ ພາຍໃນນະຄອນຫຼວງ ບາງກອກ (Bangkok).
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ສະຫາຍກໍາມະການສູນກາງພັກ, ຮອງເລຂາທິການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ອນການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.
ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານาຈັກໄທ ອະນຸທິນ ຊານວີຣະກູນ ແລະ ພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດືອນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ພຶດສະພາ 2026.
ຍສໝ - ຕາມການໃຫ້ຮູ້ຂອງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ (Nguyễn Mạnh Cường) ວ່າ, ດ້ວຍຮາກຖານແຫ່ງສາຍພົວພັນມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງໃນລະດັບສູງ ແລະ ທ່າແຮງບົ່ມຊ້ອນແຫ່ງການຮ່ວມມືອັນກວ້າງຂວາງຫຼາກຫຼາຍ, ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຈະສ້າງກຳລັງດັນໃໝ່ຕື່ມອີກ ເພື່ອນຳພາສາຍພົວພັນ ຫວຽດນາມ - ໄທ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງຍິ່ງໆຂຶ້ນກວ່າເກົ່າ, ມຸ່ງໄປສູ່ລະດັບສູງໃໝ່ໃນຊ່ວງໄລຍະຕໍ່ໜ້າ.
ຍສໝ - ການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໃນຕອນທ້າຍເດືອນ ພຶດສະພາ ນີ້ ແມ່ນໄດ້ຮັບຄວາມຫວັງວ່າ ຈະສ້າງແຮງຊຸກຍູ້ໃໝ່ ໃຫ້ແກ່ສາຍພົວພັນສອງຝ່າຍ ເນື່ອງໃນໂອກາດທີ່ສອງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຢູ່ນະຄອນ ໂຮ່ຈີມິນ ບໍ່ພຽງແຕ່ໄດ້ຈຳລອງບັນດາຈຸດພິເສດທາງດ້ານວັດທະນະທຳຂອງພາກພື້ນເທົ່ານັ້ນ, ແຕ່ຍັງກາຍເປັນຂົວຕໍ່ແຫ່ງຄວາມສາມັກຄີຂອງຊຸມຊົນ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃກ້ຄຽງ.
ຍສໝ - ວັນທີ 11 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ປະສານງານຈັດງານບຸນປີໃໝ່ປະຈຳຊາດ ກຳປູເຈຍ, ລາວ, ແລະ ໄທ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງບັນດາພິທີກຳພື້ນເມືອງຢ່າງມີຊີວິດຊີວາ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ.
ຍສໝ - ງານບຸນເຮັດຈາຂອງຊາວເຜົ່າໄທຢູ່ແຂວງເຊີນລາບໍ່ພຽງແຕ່ເປັນກິດຈະກຳທາງສາສະໜາພື້ນເມືອງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ວັດທະນະທຳທີ່ເປັນເອກະລັກ, ຮັກສາຄຸນຄ່າພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການຮັກສາເອກະລັກຂອງຊົນເຜົ່າໃນຊີວິດສະໄໝໃໝ່.
ຍສໝ - ຕອນເຊົ້າວັນທີ 31 ມີນາ, ທີ່ນະຄອນຫຼວງ Bangkok, ສະຖານທູດຫວຽດນາມປະຈຳໄທ ຮ່ວມມືກັບມະຫາວິທະຍາໄລ Srinakharinwirot ໄດ້ຈັດການແຂ່ງຂັນສິລະປະການເວົ້າ ແລະ ການສະແດງພາສາຫວຽດນາມຮອບສຸດທ້າຍດ້ວຍຫົວຂໍ້ "ເລື່ອງລາວຫວຽດນາມຂອງຂາ້ພະເຈົ້າ" (My Viet Nam Story).