ຍສໝ - ຕອນເຊົ້າວັນທີ 20 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ“ໂຄງການໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມດຳເນີນທຸລະກິດຮອດປີ 2025” ແລະ ໄຂເປີດດຳເນີນທຸລະກິດແຫ່ງຊາດຂອງນັກຮຽນ, ນັກສຶກສາ (SV.STARTUP) ຄັ້ງທີ 7 ໃນປີ 2025.
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ)ໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງການສຳມະນາວິທະຍາສາດສາກົນກ່ຽວກັບນະວັດຕະກໍາ, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ປີ 2025: “ພັດທະນາເສດຖະກິດ ແລະ ການຄ້າ Halal ຫວຽດນາມ”.
ຍສໝ - ນັ້ນແມ່ນສານທີ່ທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນການຕ້ອນຮັບຄະນະຜູ້ແທນກອງທຶນໄກ່ເກ່ຍ ແລະ ພັດທະນາ (FRD) ແລະ ສະພາແຫ່ງຊາດຜູ້ອາຍຸສູງ ອາເມລິກາ (NCOE) ໃນວັນທີ 17 ເມສາ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 3 ເມສາ, ຢູ່ແຂວງສະຫວັນນະເຂດ (ລາວ), ຄະນະກຳມະການຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ສົມທົບກັບສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມ “ການເຄື່ອນໄຫວພັດທະນາບັນດາຊ່ອງທາງຈຳໜ່າຍສິນຄ້ານະຄອນ ໂຮ່ຈີມິນໄປຍັງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຜ່ານສະມາຄົມວິສາຫະກິດຫວຽດນາມ ຢູ່ຕ່າງປະເທດ”.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສ.ເກົາຫຼີ (VSAK) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນນັກສຶກສາ ຫວຽດນາມ ຢູ່ ສ.ເກົາຫຼີ ຊຸດທີ 10 ອາຍຸການ 2025-2028; ກຳນົດເປົ້າໝາຍສືບຕໍ່ສ້າງພື້ນຖານກໍ່ສ້າງປະຊາຄົມນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ສາມັກຄີ, ເຂັ້ມແຂງ, ຍົກສູງຮູບພາບ ແລະ ທີ່ຕັ້ງຂອງນັກສຶກສາ ຫວຽດນາມ.
ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).
ຍສໝ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ ເຖາະ ແລະ ຕວຽນກວ່າງ.
ຍສໝ - ທ່ານປະທານ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາການນຳລາວ ທີ່ມີການພົວພັນສະໜິດຕິດພັນ, ສະໜິດສະໜົມກັບບັນດາການນຳຫວຽດນາມ ໃນທຸກໄລຍະ, ແລະ ເປັນຜູ້ຍາມໃດກໍ່ມີຄວາມສົນໃຈໃນການເພີ່ມພຸນຄຸນສ້າງສາຍພົວພັນລາວ - ຫວຽດນາມ.
ຍສໝ - ພາຍຫຼັງເຫດແຜ່ນດິນໄຫວຢູ່ໄທໃນວັນທີ 28 ມີນາ, ຕາມແຫຼ່ງຂ່າວຈາກປະຊາຄົມຊາວຫວຽດນາມ ຢູ່ ໄທ, ກ່ຽວກັບບັນດາກຸ່ມຊຸມຊົນ, ຊາວຫວຽດນາມ ຫຼາຍຄົນໄດ້ແບ່ງປັນສະພາບການ, ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແລະ ຮຽກຮ້ອງຊ່ວຍເຫຼືອ, ສະແດງໃຫ້ເຫັນຈິດໃຈສາມັກຄີ, ເຊື່ອມໂຍງເຂົ້າກັບຄວາມຫຍຸ້ງຍາກ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ເມື່ອບໍ່ດົນມານີ້, ກົງສຸນໃຫຍ່ຫວຽດນາມ ປະຈໍາ Ekaterinburg ສົມທົບກັບອຳນາດການປົກຄອງແຂວງ Tyumen (ສະຫະພັນລັດເຊຍ) ໄດ້ຈັດຕັ້ງເຫດການ “ວັນວັດທະນະທໍາຫວຽດນາມ ຢູ່ Tyumen” ເປັນຄັ້ງທຳອິດຢູ່ຫໍສາກົນ - ສູນປະຊຸມຂອງສວນເຕັກໂນໂລຢີ Tuymen. ນີ້ແມ່ນຂີດໝາຍສຳຄັນໃນການເຄື່ອນໄຫວໂຄສະນາວັດທະນະທຳຫວຽດນາມ ຢູ່ລັດເຊຍ.
ຍສໝ - ຄູສອນ, ອາຈານສອນໃນເຄື່ອງແບບທະຫານຫຼາຍຮ້ອຍຄົນໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວຊີວິດໂດຍການຝຶກຝົນຫຼໍ່ຫຼອມໄວໜຸ່ມນັບພັນຄົນຈາກດີຈົນເກັ່ງໃນອາຊີບຂອງຕົນ, ຕອບສະໜອງຄວາມຕ້ອງການຂອງແຮງງານ ແລະ ຄວາມຮຽກຮ້ອງຕ້ອງການພັດທະນາຂອງສັງຄົມ.
ຍສໝ - ໂດຍສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໃນຂົງເຂດຕຳຫຼວດປະຊາຊົນ ໄດ້ມີຫຼາຍການປະກອບສວນຢ່າງແທດຈິງ ແລະ ມີຄວາມໝາຍ, ປະກອບເພີ່ມພຸນຄຸນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ຍສໝ - ຊາວຫວຽດນາມ ມັກດື່ມຊາດ້ວຍວິທີທີ່ເປັນເອກະລັກສະເພາະ. ວິທີການດື່ມຊາຂອງຫວຽດນາມ ແມ່ນແບບບໍ່ຕົບແຕ່ງ ແລະ ລຽບງ່າຍ, ແຕ່ຍັງສະແດງໃຫ້ເຫັນຄວາມລະອຽດອ່ອນໃນແຕ່ລະການດື່ມຊາ.
ຍສໝ - ຕອນຄ່ຳວັນທີ 15 ມີນານີ້, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານລະຫວ່າງໜ່ວຍຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດພິທີເປີດງານແຂ່ງຂັນບານເຕະນັກສຶກສາ.
ຍສໝ - ວັນທີ 14 ມີນາ, ສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ (HUFO) ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນ ໂຮ່ຈີມິນ, ສະຖາບັນບັນຊີທະບຽນສານສິງກະໂປ (ISCA) ແລະ ອົງການບັນຊີແຫ່ງຊາດ ສິງກະໂປ ໄດ້ຈັດຕັ້ງເວທີປາໄສພັດທະນາແບບຍືນຍົງ ຫວຽດນາມ - ສິງກະໂປ.
ຍສໝ - ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຕິດພັນ, ວຽກງານການທູດມີໜ້າທີ່ປັບປຸງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ.
ຍສໝ - ຕອນບ່າຍວັນທີ 11 ມີນາ, ຢູ່ຫໍສະພາແຫ່ງຊາດ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານ Tsutomu Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທ່ານເລຂາທິການໃຫຍ່ ສະເໜີໃຫ້ປະຊາຊົນສືບຕໍ່ສາມັກຄີ, ຮ່ວມມືກໍ່ສ້າງປະຊາຄົມພັດທະນາ, ໂຄສະນາຄວາມງາມຂອງຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ເປັນຂົວຕໍ່ທີ່ໝັ້ນຄົງໃນການພົວພັນຫວຽດນາມ - ສິງກະໂປ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດໄປຍັງສາທາລະນະລັດ ອິນໂດເນເຊຍ, ການຢ້ຽມຢາມຢ່າງເປັນທາງການຄະນະເລຂາ ອາຊຽນ ແຕ່ວັນທີ 9-11 ມີນາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບ ພະນັກງານບັນດາອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ປະຈຳ ອິນໂດເນເຊຍ