ຍສໝ - ເທດສະການອາຊີ ທີ່ດຳເນີນຂຶ້ນຢູ່ທີ່ ສວນສາທາລະນະທາງທິດໃຕ້ (South Park) ຂຶ້ນກັບນະຄອນຫຼວງ Sofia ແມ່ນຂົວຕໍ່ອັນສຳຄັນລະຫວ່າງປະຊາຊົນ ບູນກາຣີ ແລະ ບັນດາປະເທດອາຊີ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ.
ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ໃນວັນທີ 08/6, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ (Lê Minh Hưng) ແລະ ທ່ານນາຍົກລັດຖະມົນຕີໄທ Anutin Charnvirakul ໄດ້ດຳເນີນວາລະການເຈລະຈາ.
ຍສໝ - ວັນທີ 7 ເດືອນມິຖຸນາ ປີ 2026, ຢູ່ທີ່ນະຄອນ ກວາງຈູ, ສເກົາຫຼີ, ວັດ ກາດເຕື່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ຊຸມຊົນຄົນຫວຽດນາມ ແລະ ເພື່ອນມິດຊາວເກົາຫຼີ ຄືສາກົນຢ່າງຫຼວງຫຼາຍ.
ຍສໝ - ທ່ານນາງ ເລທິທູຮັ່ງ (Lê Thị Thu Hằng) - ຮອງລັດຖະມົນຕີກະຊວງການຕ່າງປະເທດ ຖືວ່າ APEC ແປວ່າຈຳເປັນຕ້ອງສືບຕໍ່ເສີມຂະຫຍາຍບົດບາດເປັນເວທີປາໄສການຮ່ວມມືທາງດ້ານເສດຖະກິດຊັ້ນນຳ, ໃນຂະນະດຽວກັນກໍສຸມໃສ່ 3 ບຸລິມະສິດອັນໃຫຍ່ຫຼວງ ຮອດປີ 2035.
ຍສໝ - ພາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ທ່ານ ຫງວຽນອານຕວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ; ຄະນະບໍລິຫານງານສະໄໝທີ XIV ເຊິ່ງປະກອບມີກຳມະການສົມບູນ 135 ທ່ານ ກໍໄດ້ຮັບການ ບູລະນະອົງການຈັດຕັ້ງໃຫ້ສົມບູນ.
ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.
ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ຍສໝ - ພາຍໃຕ້ຂອບເຂດແຫ່ງຖ້ຽວຢ້ຽມຢາມ ຟີລິບປິນ ຢ່າງເປັນທາງການໃນລະດັບລັດ, ໃນຕອນບ່າຍຂອງມື້ວັນທີ 31 ພຶດສະພາ, ຢູ່ທີ່ນະຄອນຫຼວງ ມານີລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີວາລະການພົບປະສັງສັນຮ່ວມກັບ ພະນັກງານ, ເຈົ້າໜ້າທີ່ສະຖານເອກອັກຄະລັດຖະທູດ ແລະ ຕາງໜ້າຊຸມຊົນ, ວິສາຫະກິດ, ຊ່ຽວຊານຊາວຫວຽດນາມ ທີ່ພວມອາໄສຢູ່ພາຍໃນປະເທດ ຟີລິບປິນ.
ຍສໝ - ການກວດຫາເຊື້ອ HIV ພາຍໃນຊຸມຊົນ, ການປິ່ນປົວປ້ອງກັນກ່ອນການສຳຜັດເຊື້ອ (PrEP), ການແຈກຢາຍຢາ ເມທາໂດນ (Methadone) ສຳລັບຫຼາຍວັນ ຫຼື ການເຂົ້າຮ່ວມຂອງບັນດາກຸ່ມຊຸມຊົນ ພວມຊ່ວຍໃຫ້ວຽກງານການປ້ອງກັນ ແລະ ຕ້ານ HIV/AIDS ເຂົ້າເຖິງໄດ້ໃກ້ຊິດກັບຜູ້ທີ່ມີຄວາມສ່ຽງ ແລະ ຜູ້ປ່ວຍກວ່າເກົ່າ. ຈາກພຶດຕິກຳຕົວຈິງຢູ່ຫຼາກຫຼາຍທ້ອງຖິ່ນ, ຂະແໜງສາທາລະນະສຸກພວມຄ່ອຍໆປັບປຸງວິທີການຈັດຕັ້ງປະຕິບັດ ໄປໃນທິດທາງທີ່ມີຄວາມຢືດຢຸ່ນ, ຫຼຸດຜ່ອນອຸປະສັກໃນການເຂົ້າເຖິງບໍລິການ ແລະ ຮັກສາການປິ່ນປົວໃນໄລຍະຍາວ.
ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ທີ່ນະຄອນຫຼວງ ດາກາ (Dhaka) ຂອງປະເທດ ບັງກະລາເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ປະສານສົມທົບກັບ ສະຖານເອກອັກຄະລັດຖະທູດ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ບັງກະລาເທດ ຈັດຕັ້ງເວທີປາໄສການຮ່ວມມືດ້ານການຄ້າ ລະຫວ່າງ ວິສາຫະກິດ ຫວຽດນາມ – ບັງກະລາເທດ ຂຶ້ນ.
ຍສໝ - ການສາຍຮູບເງົາກ່ຽວກັບເສັ້ນທາງການເຄື່ອນໄຫວປະຕິວັດຂອງເພິ່ນ, ການຈັດກິດຈະກຳເດີນທາງ “ກັບຄືນສູ່ຮາກເຫງົ້າ”, ການວາງສະແດງເອກະສານຂໍ້ມູນ ຫຼື ງານມະຫະກຳກິລາເພື່ອສືບສານຈິດໃຈແຫ່ງການອອກກຳລັງກາຍເພື່ອສຸຂະພາບ… ແມ່ນບັນດາກິດຈະກຳອັນມີຄວາມໝາຍຄວາມສຳຄັນ ເຊິ່ງຊຸມຊົນຄົນຫວຽດນາມ ປະຈຳ ໄທ, ລາວ, ເກົາຫຼີໃຕ້ ແລະ ຈີນ ໄດ້ຮ່ວມກັນຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026).
ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ 2026) ຢ່າງສົມກຽດ.
ຍສໝ - ສະມາຄົມ GCVF ໄດ້ເປີດໂຕຢ່າງເປັນທາງການຢູ່ທີ່ປະເທດ ຝຣັ່ງ ແນໃສ່ເຊື່ອມຕໍ່ຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດ ຫວຽດນາມ ຢູ່ທີ່ທະວີບເອີຣົບ, ເພື່ອຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ເຕັກໂນໂລຊີປັນຍາປະດິດ (AI).
ຍສໝ - ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ ຄົບຮອບ 115 ປີ ແຫ່ງວັນທີ່ລຸງໂຮ່ ເດີນທາງໄປຮອດ ຝຣັ່ງ ເປັນຄັ້ງທຳອິດ, ໃນວັນທີ 14 ພຶດສະພາ, ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ຕ້ອນຮັບຄະນະບໍລິຫານງານສະມາຄົມຄົນຫວຽດນາມ ປະຈຳ ຝຣັ່ງ (UGVF) ຢ່າງສະໜິດສະໜົມ.
ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ໄລຍະ 2026 – 2031 ຈະດຳເນີນແຕ່ວັນທີ 11 – 13 ພຶດສະພາ ຢູ່ຮ່າໂນ້ຍ.
ກອງປະຊມຄັ້ງທີ 2 ຂອງຄະນະປະຈຳສະພາແຫ່ງຊາດຈະໄດຳເນີນໃນຕອນເຊົ້າວັນທີ 11 ພຶດສະພາ 2026, ຢູ່ຫ້ອງປະຊຸມ ເຕິນຈ່າວ, ຫໍສະພາແຫ່ງຊາດ. ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ກ່າວໄຂກອງປະຊຸມ.