ຍສໝ - ຕອນເຊົ້າວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ເລຮ່ວາຍຈູງ ໄດ້ມີການໂອ້ລົມທາງໂທລະສັບທາງອິນເຕີເນັດກັບ ທ່ານກຳມະການສູນກາງພັກ, ລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ.
ຍສໝ - ຫ້ອງຮຽນພາສາຫວຽດນາມໂດຍບໍ່ເສຍຄ່າດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາຄູອາຈານສາສະໝັກ ໄດ້ກາຍເປັນຫຼັກຖານພະຍານຢ່າງມີຊີວິດຊີວາໃຫ້ນ້ຳໃຈແບ່ງປັນ ແລະ ອຸທິດສ່ວນ.
ຍສໝ - 63 ປີກ່ອນ, ໃນວັນທີ 5 ກັນຍາ 1962, ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນີ້ບໍ່ພຽງແຕ່ແມ່ນຂີດໝາຍປະຫວັດສາດອັນສຳຄັນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອທົບທວນຄືນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ປະຊາຊົນຫວຽດນາມ ແລະ ລາວ ໄດ້ເພີ່ມພູນຄູນສ້າງໃນຕະຫຼອດຄວາມຍາວປະຫວັດສາດ.
ຍສໝ - ຕອນເຊົ້າວັນທີ 6 ກັນຍານີ້, ຢູ່ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ - ເປັນວັດຂອງຊາວຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານບຸນ ວູລານ ຕອບແທນບຸນຄຸນ ຢ່າງສະຫງ່າຜ່າເຜີຍ.
ຍສໝ - ວັນທີ 3 ກັນຍາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດຕະພາບ ລາວ - ຫວຽດນາມ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງໂຄງການແລກປ່ຽນ “ບັນດາອະດີດນັກຊ່ຽວຊານ, ອະດີດທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ”.
ຍສໝ - ໂດຍເຂົ້າຮ່ວມພິທີສວນສະໜາມ, ສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ໃນຕອນເຊົ້າວັນທີ 2 ກັນຍາ ຢູ່ສະໜາມຫຼວງປະຫວັດສາດ ບາດິ່ງ, ທ່ານ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈ ແລະ ຄວາມປະທັບໃຈຕໍ່ການເຕີບໂຕ, ເອກະລັກວັດທະນະທຳທີ່ອຸດົມສົມບູນ ແລະ ຈິດໃຈຄວາມສາມັກຄີຂອງຊາວ ຫວຽດນາມ.
ຍສໝ - ນັບແຕ່ໄວໜຸ່ມເຂົ້າຮ່ວມການເຄື່ອນໄຫວຕ້ານສົງຄາມຢູ່ ອາເມລິກາ ມາຮອດປະຈຸບັນ, ທ່ານ Rad Kivette, ຫົວໜ້າຫ້ອງການຜູ້ຕາງໜ້າມູນນິທິ VinaCapital Foundation (VCF) ປະຈຳ ຫວຽດນາມ ໄດ້ຕັດສິນໃຈຂາຍທຸລະກິດ ແລະ ເລືອກຫວຽດນາມ ເປັນບ້ານເກີດເມືອງນອນແຫ່ງທີສອງຂອງລາວ. ເປັນເວລາຫຼາຍກວ່າສອງທົດສະວັດ, ລາວໄດ້ອຸທິດຕົນເອງໃຫ້ແກ່ໂຄງການມະນຸດສະທໍາ, ພິຈາລະນາການຍຶດຫມັ້ນກັບປະເທດທີ່ມີຮູບຊົງ S ເປັນພາລະກິດຂອງຊີວິດຂອງລາວ.
ຍສໝ - ເນື່ອງໃນໂອກາດຄົບຮອບ 80 ປີ ວັນຊາດຂອງປະເທດຫວຽດນາມ, ທ່ານເອກອັກຄະລັດຖະທູດຈີນ ແຮເວິຍ ໄດ້ມີການພົບປະກັບສື່ມວນຊົນ ໃນວັນທີ 28 ສິງຫາ. ທ່ານໄດ້ສົ່ງຄໍາອວຍພອນໄປຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ທ່ານໄດ້ຕີລາຄາສູງ ບັນດາຜົນສໍາເລັດອັນຍິ່ງໃຫຍ່ ທີ່ຫວຽດນາມໄດ້ບັນລຸ. ທ່ານໄດ້ຢືນຢັນ ຄວາມສຳພັນສອງຝ່າຍພວມເຂົ້າສູ່ໄລຍະການພັດທະນາໃໝ່, ຢ່າງເລິກຊຶ້ງ ແລະ ຮອບດ້ານ.
ຍສໝ - ກັບຄືນຫວຽດນາມ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງ 80 ປີແຫ່ງວັນຊາດ ຕາມຄຳເຊີນຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ທ່ານ ພົນຈັດຕະວາ ສົມພອນ ແກ້ວມີໄຊ, ອະດີດປະທານສະມາຄົມນັກຮົບເກົ່າແຫ່ງຊາດລາວ ໄດ້ນຳເອົາຄວາມຊົງຈຳທີ່ບໍ່ອາດລືມໄດ້ຄື: ເວລາທີ່ທ່ານໄດ້ພົບປະກັບລຸງໂຮ່ ຢູ່ ໄທງວຽນ, ການປ້ອງປົກຈາກປະຊາຊົນ ຮ່າໂນ້ຍ ທ່າມກາງລູກລະເບີດ, ແລະ ຄວາມໄວ້ເນື້ອເຊື່ອໃຈທີ່ສົ່ງໃຫ້ຊາວໜຸ່ມ ຫວຽດນາມ ໃນປະຈຸບັນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ທ່ານ ສົມມາດ ພົນເສນາ, ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການ ແລະ ສາມັກຄີລາວ ໄດ້ສົ່ງສານອວຍພອນເຖິງທ່ານ ອວງຈູ່ລືວ, ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ. ໃນສານ, ທ່ານຢືນຢັນວ່າ ບັນດາຜົນງານທີ່ປະຊາຊົນຫວຽດນາມບັນລຸໄດ້ແມ່ນກຳລັງໜູນອັນໃຫຍ່ຫຼວງໃຫ້ແກ່ລາວ ແລະ ເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງ ຫວຽດນາມ - ລາວ ຈະຄົງຕົວຕະຫຼອດໄປ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ, ໃນການໃຫ້ສໍາພາດກັບວາລະສານ ຍຸກສະໄໝ, ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ຢືນຢັນວ່າ ການເດີນທາງພັດທະນາຂອງ ຫວຽດນາມ ໃນໄລຍະ 8 ທົດສະວັດຜ່ານມາ ໄດ້ສະແດງໃຫ້ເຫັນເຖິງກຳລັງແຮງ ແລະ ຄວາມມຸ່ງມາດປາດຖະໜາຂອງສາກົນນັບມື້ນັບເພີ່ມຂຶ້ນ.
ຍສໝ - ວັນທີ 22 ສິງຫານີ້, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີຮັບຮອງ “ເສັ້ນທາງເຈື່ອງເຊີນ-ເສັ້ນທາງໂຮ່ຈິມິນ ບົນດິນລາວ” ເປັນຮ່ອງຮອຍປະຫວັດສາດແຫ່ງຊາດ. ເຫດການມີຄວາມໝາຍຄວາມໝາຍພິເສດ, ສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະລະອັນໃຫຍ່ຫຼວງໃນປະຫວັດສາດ ແລະ ເປັນສັນຍາລັກອັນເປັນນິດຂອງນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ.
ຍສໝ - ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງລາວ ຢືນຢັນວ່າ: ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງປະຊາຊົນຫວຽດນາມເທົ່ານັ້ນ ຫາກຍັງແມ່ນຄວາມຜາສຸກທົ່ວປວງຊົນຂອງປະຊາຊົນລາວ.
ຍສໝ - ຕອນຄ່ຳວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ຕອນຝຶກແອບສວນສະໜາມຄັ້ງທຳອິດ ເພື່ອມຸ່ງໄປເຖີງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ໄຂຂຶ້ນ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນາຍ, ທະຫານ, ຕຳຫຼວດ, ພ້ອມກັບກຳລັງທະຫານທີ່ມາຈາກສ.ລັດເຊຍ, ລາວ, ກຳປູເຈຍ 16.300 ຄົນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ຫງວຽນແມິງເຕີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ແລະ ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ບຸນສະດີ ທະນາມມວງ, ຄະນະກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ. ພ້ອມກັບການເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ນາມມະຍົດທູດພາສາຫວຽດນາມ 2025 ໄດ້ໃຫ້ກຽດແກ່ທ່ານນາງ ຫງວຽນທິແທງເຮື່ອງ ແລະ ປະຊາຄົມຊາວຫວຽດນາມ ຢູ່ລາວ ໃນການປົກປັກຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ ກໍ່ຄືການປັບປຸງຄວາມສາມັກຄີ ຫວຽດນາມ - ລາວ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຕອນເຊົ້າວັນທີ 16 ສິງຫາ, ຢູ່ແຂວງສະຫວັນນະເຂດ, ພາກກາງຂອງລາວ, ກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ຈັດການແຂ່ງຂັນບານເຕະນັກຮຽນນະຄອນ ໄກສອນ ພົມວິຫານ.
ຍສໝ - ຕອນບ່າຍວັນທີ 14 ສິງຫາ 2025, ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບກະຊວງຕຳຫຼວດລາວ ຈັດຕັ້ງການພົບປະກັບບັນດາການນຳ, ພະນັກງານ, ນັກຮົບຕຳຫຼວດ ປະຊາຊົນ ລາວ ທີ່ເຄີຍຮຽນຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 - 19 ສິງຫາ 2025) ແລະ 20 ປີແຫ່ງວັນບຸນທົ່ວປະຊາຊົນປົກປັກຮັກສາຄວາມປອດໄພແຫ່ງຊາດ (19 ສິງຫາ 2005 – 19 ສິງຫາ 2025).