ຍສໝ - ກອງປະຊຸມເຄິ່ງຊັກນຳໄຟຟ້າຫວຽດນາມ - ຍີ່ປຸ່ນ ຄັ້ງທີ 1 (Viet Nam-Japan Semiconductor Symposium – VJSS 2025) ໄດ້ຮັບການຮ່ວມມືໂດຍສະມາຄົມນັກປັນຍາຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Osaka ສົມທົບກັບສະມາຄົມນັກປັນຍາຜູ້ຍິງຫວຽດນາມ - ຍີ່ປຸ່ນ ແລະ ເຄືອຂ່າຍນັກຮຽນຮູ້ຊາວຫວຽດນາມ ປະຈຳ ຍີ່ປຸ່ນ (VANJ). ງານມະໂຫລານໄດ້ເຕົ້າໂຮມຜູ້ແທນເກືອບ 100 ຄົນ, ໃນນັ້ນມີບັນດານັກວິທະຍາສາດ, ນັກວິສາຫະກິດ, ນັກຊ່ຽວຊານຫວຽດນາມ, ຍີ່ປຸ່ນ ແລະ ບັນດາຄູ່ຮ່ວມມືສາກົນ, ພ້ອມກັບຜູ້ຊົມທາງອອນລາຍນັບຮ້ອຍຄົນ.
ຍສໝ - ວັນທີ 13 ຕຸລາ, ສິນຄ້າຊ່ວຍເຫຼືອດ່ວນຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ສຳລັບປະຊາຊົນຫວຽດນາມທີ່ໄດ້ຮັບຜົນກະທົບຈາກພາວະພາຍຸນ້ຳຖ້ວມ ໄດ້ມາຮອດສະໜາມບິນນານາຊາດໂນ້ຍບາຍ, ພ້ອມສົ່ງຕໍ່ໄປທີ່ແຂວງບັກນິງ. ນີ້ແມ່ນຂະໜົມສິນຄ້າຊ່ວຍເຫຼືອສາກົນຊຸດທຳອິດໃນໄພພິບັດທີ່ຮ້າຍແຮງເທື່ອນີ້, ຊຶ່ງສະທ້ອນໃຫ້ເຫັນເຖິງມິດຕະພາບແລະການຊ່ວຍເຫຼືອທີ່ທັນເວລາຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນຕໍ່ຫວຽດນາມ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ ໂຕກຽວ ແລ້ວ, ວັນທີ 2 ຕຸລາ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ສົມທົບກັບ FPT ຍີ່ປຸ່ນ ແລະ ສະມາຄົມຫັນປ່ຽນດີຈີຕອນ ຫວຽດນາມ ປະຈຳ ຍີ່ປຸ່ນ (VADX) ຈັດຕັ້ງກອງປະຊຸມສຳມະນາ “ການຮ່ວມມືລັດ - ນັກວິທະຍາສາດ - ວິສາຫະກິດ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີຍຸດທະສາດ - Chip Edge AI”.
ຍສໝ - ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ: ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ມີຄວາມໝາຍສຳຄັນໃນການເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ.
ຍສໝ - ວັນທີ 10 ສິງຫາ 2025, ຢູ່ສະໜາມກິລາ Kashihara, ນະຄອນຫຼວງເກົ່າ Nara, ປະເທດ ຍີ່ປຸ່ນ, ໄດ້ດຳເນີນການແຂ່ງຂັນກິລາບານເຕະຊາວ ຫວຽດນາມ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ “FAVIJA KANSAI CUP 2025”.
ຍສໝ - ຊຸກຍູ້ການຮ່ວມມືຫັນເປັນສີຂຽວ ແລະ ດິຈິຕອນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ ແມ່ນຫົວຂໍ້ຫຼັກຂອງເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ - ແຂວງ Hyogo (ຍີ່ປຸ່ນ) ຄັ້ງທີ 7 ປີ 2025. ເຫດການໂດຍສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ (ITPC) ສົມທົບກັບລັດຖະບານແຂວງ Hyogo ຢູ່ນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 5 ສິງຫາ.
ຍສໝ - ແຕ່ວັນທີ 2-6 ສິງຫາ 2025, ຜູ້ຕາງໜ້າຄະນະກຳມະການສັນຕິພາບຫວຽດນາມ (ອົງການສະມາຊິກສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ເຂົ້າຮ່ວມກອງປະຊຸມໂລກຕ້ານລະເບີດປະລະມານູ ແລະ ອາຍຮີໂດຣແຊນ (World Conference against A&H Bombs 2025) ຢູ່ Hiroshima (ຍີ່ປຸ່ນ). ນະທີ່ນີ້, ຫວຽດນາມ ສືບຕໍ່ຢືນຢັນຫຼັກໝັ້ນຂອງຕົນໃນການສະໜັບສະໜູນການປົດອາວຸດປະລະມານູ, ເພື່ອໂລກສັນຕິພາບ, ຍຸຕິທຳ ແລະ ບໍ່ມີສົງຄາມ.
ຍສໝ - ວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ສະຖານທູດຍີ່ປຸ່ນ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ຍີ່ປຸ່ນ - ຫວຽດນາມ ໃນປີ 2025. ກອງປະຊຸມສຳມະນາ ເພື່ອອັບເດັດບັນດາຂໍ້ມູນໃໝ່ກ່ຽວກັບໂຄງການ "ການຈ້າງງານເພື່ອພັດທະນາທັກສະ" (ESD) ຄາດວ່າຈະຜັນຂະຫຍາຍຢ່າງເປັນທາງການໃນປີ 2027, ແທນທີ່ໂຄງການຝຶກງານດ້ານວິຊາການໃນປະຈຸບັນຢ່າງສົມບູນ. ຄາດວ່າໂຄງການຈະເປີດກາລະໂອກາດໃຫ້ຄົນງານຫວຽດນາມ ໄປເຮັດວຽກແບບຍືນຍົງ, ໝັ້ນຄົງ ແລະ ມີເສັ້ນທາງພັດທະນາອາຊີບທີ່ຈະແຈ້ງຢູ່ຍີ່ປຸ່ນ.
ຍສໝ - ພາຍຫຼັງການຄົ້ນຄ້ວາ ແລະ ເຮັດວຽກຢູ່ຍີ່ປຸ່ນເປັນເວລາຫຼາຍປີ, ທ່ານປອ. ດິງຮຸ່ງເກືອງ ໄດ້ນຳເອົາຜົນງານທີ່ຕົນບັນລຸໄດ້ກັບຄືນສູ່ບ້ານເກີດເມືອງນອນ, ຟື້ນຟູຜືນແຜ່ນດິນອັນແຫ້ງແລ້ງ ແລະ ສ້າງກະສິກຳສີຂຽວໃຫ້ແກ່ຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ກ່ອນເຫດການ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນກັບວາລະສານ ຍຸກສະໄໝ ບັນດາຂໍ້ສະເໜີຢ່າງແທດຈິງເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງຫວຽດນາມ.
ຍສໝ - ທ່ານ ຜູ້ອຳນວຍການໃຫຍ່ Masayuki Omoto ເນັ້ນໜັກວ່າ ກຸ່ມບໍລິສັດ Marubeni ປາດຖະໜາຢາກຊຸກຍູ້ການພັດທະນາ, ເປີດກວ້າງບັນດາຂົງເຂດອຸດສາຫະກຳ ຫວຽດນາມ.
ຍສໝ - ເປັນຄັ້ງທຳອິດ, ດົນຕີມູນເຊື້ອຂອງ ຫວຽດນາມ ແລະ ອາຣັບບີ ຊາອູດິ ໄດ້ພ້ອມກັນດັງອອກຢູ່ ຍີ່ປຸ່ນ ໃນລາຍການພົບປະແລກປ່ຽນທີ່ດີເດັ່ນພິເສດ ເຊິ່ງໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ EXPO 2025 Osaka, Kansai, ໄດ້ດຶງດູດຄວາມສົນໃຈຈາກໝູ່ປະຊາຊົນສາກົນ.
ຍສໝ - ທີ່ການພົບປະກັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນວັນທີ 4 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ພ້ອມກັບ ຫວຽດນາມ ໃນການຝຶກອົບຮົມ ແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂົງເຂດຍຸດທະສາດຄື: ເຕັກໂນໂລຢີສູງ, ເຄິ່ງຊັກນຳໄຟຟ້າ, ທາງລົດໄຟຄວາມໄວສູງ...
ຍສໝ - ໃນວັນທີ 31 ພຶດສະພາ - 1 ມິຖຸນານີ້, ການສຳມະນາສາກົນດ້ວຍຫົວຂໍ້ “ຄວາມສຳຄັນຂອງການສິດສອນ, ການປົກປັກຮັກສາພາສາຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ສຳລັບປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ” ໄດ້ໄຂຂຶ້ນຢູ່ນະຄອນ Fukuoka ປະເທດ ຍີ່ປຸ່ນ.ເຫດການດັ່ງກ່າວໂດຍກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ສົມທົບກັບສະມາຄົມຫວຽດນາມ ປະຈໍາ Fukuoka ຈັດຕັ້ງ, ນອນໃນບັນດາການເຄື່ອນໄຫວຕອບສະໜອງໂຄງການ “ວັນເຊີດຊູພາສາຫວຽດນາມ ໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດໄລຍະ 2023-2030” ແລະ ແຜນການຜັນຂະຫຍາຍວັນເຊີດຊູພາສາຫວຽດນາມ ປີ 2025 ຂອງກະຊວງການຕ່າງປະເທດ.
ຍສໝ - ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ໂຕກຽວ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງການພົບປະກັບຄະນະຜູ້ແທນສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ (ສະຫະພັນ) ໂດຍທ່ານປະທານ Obuchi Yuko ນຳໜ້າ, ພ້ອມກັບຄະນະການນຳ ແລະ ບັນດາສະມາຊິກຂອງສະຫະພັນ. ທີ່ການພົບປະ, ທ່ານນາງ Obuchi Yuko ຢືນຢັນວ່າ ສະຫະພັນ ຈະຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນແລກປ່ຽນກັບ ຫວຽດນາມ, ປະກອບສ່ວນກປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ຍສໝ - ວັນທີ 19 ເມສາ, ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈໍາ ຍີ່ປຸ່ນ (VYSA) ພາຍໃຕ້ການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງວັນບຸນວຽກເຮັດງານທໍາຄັ້ງທີ 18 (VYSA JOB FAIR 2025). ເຫດການສຳລັບບັນດານັກຮຽນ, ນັກສຶກສາ ແລະ ຊາວໜຸ່ມຫວຽດນາມ ທີ່ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຍີ່ປຸ່ນ.
ຍສໝ - ວັນທີ 6 ເມສາ, ສະຫະພັນສະມາຄົມບັນດາສະມາຄົມຫວຽດນາມ ຢູ່ຍີ່ປຸ່ນ (ສະຫະພັນສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອາຍຸການ 2025 – 2028, ປຶກສາຫາລື ແລະ ສະເໜີບັນດາທິດທາງການເຄື່ອນໄຫວໃນອາຍຸການໃຫມ່ ເພື່ອແນໃສ່ເພີ່ມທະວີການພົວພັນ, ຊຸກຍູ້ການພັດທະນາປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ.
ຍສໝ - ຕອນເຊົ້າວັນທີ 4 ເມສາ, ສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນ ໂຮ່ຈີມິນ ໄດ້ມອບປື້ມອ້າງອີງເຖິງໂຮງຮຽນຢູ່ ຫວຽດນາມ 11 ແຫ່ງ ດ້ວຍຫຼາຍຫົວປື້ມ.
ຍສໝ - ງານບຸນວັດທະນະທຳ ຫວຽດນາມ ປີ 2025 ຢູ່ Osaka ບໍ່ພຽງແຕ່ແມ່ນໂອກາດເພື່ອປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ເພື່ອນຳພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ເຂົ້າໃກ້ເພື່ອນມິດ ຍີ່ປຸ່ນ ກ່ວາອີກ.
ຍສໝ - ແຕ່ວັນທີ 29-30 ມີນາ, “ວັນບຸນວັດທະນະທຳ ຫວຽດນາມ 2025” ຈະດຳເນີນຢູ່ ຍີ່ປຸ່ນ. ນີ້ແມ່ນເຫດການ ໄດ້ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 - 30 ເມສາ 2025), ຄົບຮອບ 80 ປີແຫ່ງວັນສ້າງຕັ້ງສາທາລະນະລັດສັງຄົມນິຍົມ ຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).