ຍສໝ - ນັ້ນແມ່ນການເຂົ້າຮ່ວມຂອງທ່ານປະທານສະພາສູງກຳປູເຈຍ Samdech Techo Hun Sen ໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025) ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 21 ສິງຫາ ຢູ່ນະຄອນຫຼວງ ພະນົມເປັນ. ເຫດການໂດຍສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງໂດຍມີການເຂົ້າຮ່ວມຂອງການນຳຂັ້ນສູງ ກຳປູເຈຍ, ແຂກສາກົນເປັນຈຳນວນຫຼວງຫຼາຍ, ນັກວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ພວມອາໄສ, ຮ່ຳຮຽນຢູ່ ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດ 2 ກັນຍາ ແລະ ວັນມູນເຊື້ອຂອງຂະແໜງການທາງການທູດ, ວັນທີ 20 ສິງຫາ, ການນຳຂອງພັກ, ລັດ, ແນວໂຮມ ແລະ ບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາອວຍພອນສະຖານທູດຫວຽດນາມ ປະຈຳ ລາວ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ສສ ຫວຽດນາມ ຫງວຽນແມິງເຕີມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຮູ້ບຸນຄຸນການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າ ແລະ ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນລາວ.
ຍສໝ - 'ຈຸດບາດລ້ຽວໃໝ່, ສິ່ງທ້າທາຍແຕ່ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ' - ນັ້ນແມ່ນສິ່ງທີ່ຂ້າພະເຈົ້າບອກຕົນເອງເມື່ອຮູ້ວ່າຈະໄປເຮັດວຽກຢູ່ປະເທດໄທ.
ຍສໝ - ໃນຂອບເຂດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດວັນຈ້ຽນ ນຳໜ້າ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງເຂົ້າກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ສະຖານທູດ ໂມຣັອກໂກ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງສົມກຽດ ເພື່ອສະເຫຼີມສະຫຼອງ 26 ປີແຫ່ງວັນທີ່ກະສັດ Mohammed VI ຂຶ້ນຄອງບັນລັງ (30 ກໍລະກົດ 1999 – 30 ກໍລະກົດ 2025).
ຍສໝ - ຖືວ່າການພົວພັນທາງການທູດກັບປະຊາຊົນແມ່ນໜຶ່ງໃນບັນດາຊ່ອງທາງການທູດສຳຄັນທີ່ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ຈີນ, ໃນຊຸມປີມໍ່ໆມານີ້, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້, ບຳລຸງສ້າງ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ຈີນ.
ຍສໝ - ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດຕັ້ງພາຍຫຼັງທ່ານນາຍົກລັດຖະມົນຕີ ສສ ຫວຽດນາມ ຟ້າມມິງຈິງ ໄປຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທີ່ກຳລັງເຕີບໂຕ BRICS ແຕ່ວັນທີ 4-8 ກໍລະກົດ. ນີ້ແມ່ນເຫດການສຳຄັນ, ສືບທອດບັນດາຂີດໝາຍໃນການພົວພັນລະຫວ່າງ 2 ປະເທດ: ຫວຽດນາມ - ບຣາຊິນ ໄດ້ລົງນາມໃນສັນຍາຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ (ເດືອນພະຈິກ 2024); ບຣາຊິນ ໄດ້ຮັບຮູ້ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ແລະ ການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານປະທານາທິບໍດີ Lula da Silva (ເດືອນມີນາ 2025).
ຍສໝ - ຄະນະປະຕິບັດງານສະມາຄົມມິດຕະພາບ ຫວຽດນາມ - ເນປານ (ສະມາຄົມ) ໂດຍທ່ານ ປອ ເຈີ່ນແອງຕວນ, ກໍາມະການຄະນະປະທານສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມເປັນຫົວໜ້າຄະນະ, ໄດ້ໄປເຖິງບາງກອກ (ໄທ) ເພື່ອເຮັດວຽກກັບສະຖານທູດ ເນປານ ປະຈຳ ໄທ ທັງຄວບຕຳແໜ່ງຖິ່ນຖານຫວຽດນາມ. ການຢ້ຽມຢາມເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ເຫັນດີເປັນເອກະພາບຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເນປານ.
ຍສໝ - ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເນັ້ນໜັກວ່າ: ຂໍ້ລິເລີ່ມແບ່ງປັນພະທາດຂອງພຣະພຸດທະເຈົ້າກັບ ຫວຽດນາມ ໄດ້ສ້າງປະກົດການວັດທະນະທຳ ແລະ ຈິດໃຈ, ດ້ວຍຈຳນວນຜູ້ໄປນະມັດສະການພະທາດ 15 ລ້ານກວ່າເທື່ອຄົນຢູ່ 9 ແຫ່ງຕ່າງກັນໃນທົ່ວປະເທດ ຫວຽດນາມ.
ຍສໝ - ວັນທີ 22 ມິຖຸນາ, ຢູ່ນະຄອນ ດ່າໜັງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ສັນຖະວະໄມຕີການທູດອາເມລິກາ ປະຈໍາ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງລາຍການແລກປ່ຽນມິດຕະພາບ ຫວຽດນາມ - ອາເມລິກາ. ການເຄື່ອນໄຫວນີ້ແມ່ນສ່ວນໜຶ່ງຂອງບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ, ດຶງດູດຜູ້ແທນ, ຊາວ, ແຂກທ່ອງທ່ຽວປະມານ 3.000 ຄົນທີ່ເຂົ້າຮ່ວມ.
ຍສໝ - ໃນໄລຍະເກືອບ 20 ປີແຫ່ງການດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ນອກຈາກການເຄື່ອນໄຫວດຳເນີນທຸລະກິດ, ທ່ານ Jang Chin Hyuk, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ DK ENC ຫວຽດນາມ ໄດ້ເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງທຶນ, ລາຍການກຸສົນ, ຜ່ານນັ້ນ ໜູນຊ່ວຍບັນດາຄອບຄົວທຸກຍາກ, ຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ, ໂລກລະບາດ, ພະຍາດມະເຮັງ, ຫົວໃຈແຕ່ກໍາເນີດ…ໂດຍຮັບຮູ້ການປະກອບສ່ວນຂອງທ່ານ, ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີມອບຫຼຽນກາ “ເພື່ອສັນຕິພາບ,ມິດຕະພາບລະຫວ່າງບັນດາປະຊາຊາດ” ໃຫ້ແກ່ທ່ານ Jang Chin Hyuk.
ຍສໝ - ວັນທີ 13 ມິຖຸນາ, ຢູ່ນະຄອນ Porto (ປອກຕຸຍການ), ໄດ້ດຳເນີນພິທີເປີດຕົວສະມາຄົມມິດຕະພາບ ປອກຕຸຍການ - ຫວຽດນາມ (ສະມາຄົມ) ຢ່າງເປັນທາງການ.
ຍສໝ - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຟານແອັງເຊີນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນ ເພື່ອ ເພີ່ມທະວີການແລກປ່ຽນປະຊາຊົນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.
ຍສໝ - ວັນທີ 15 ພຶດສະພາ 1975, ຫວຽດນາມ ແລະ ເນປານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ເປີດໜ້າໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. 50 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ເນປານ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແທດຈິງໃນຫລາຍຂົງເຂດ...
ຍສໝ - ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ໂຕກຽວ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງການພົບປະກັບຄະນະຜູ້ແທນສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ (ສະຫະພັນ) ໂດຍທ່ານປະທານ Obuchi Yuko ນຳໜ້າ, ພ້ອມກັບຄະນະການນຳ ແລະ ບັນດາສະມາຊິກຂອງສະຫະພັນ. ທີ່ການພົບປະ, ທ່ານນາງ Obuchi Yuko ຢືນຢັນວ່າ ສະຫະພັນ ຈະຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນແລກປ່ຽນກັບ ຫວຽດນາມ, ປະກອບສ່ວນກປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.
ຍສໝ - ເນື່ອງໃນໂອກາດທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາວ ແລກປ່ຽນກ່ຽວກັບຄວາມໝາຍ ແລະຄວາມສຳຄັນຂອງການໄປຢ້ຽມຢາມຕໍ່ກັບການພົວພັນແບບພິເສດຫວຽດນາມ-ລາວ.
ຍສໝ - ພາຍຫຼັງຜົນສຳເລັດຂອງເວທີປາໄສບັນດານະຄອນມິດຕະພາບ ແລະ ການຮ່ວມມືທີ່ດຳເນີນໃນປີ 2025, ນະຄອນ ດານັງ ສືບຕໍ່ເປີດກວ້າງການພົວພັນຮ່ວມມືກັບສາກົນ, ພິເສດແມ່ນໃນຂົງເຂດການທູດເສດຖະກິດ ແລະ ການທູດປະຊາຊົນ, ເພື່ອຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ.
ຍສໝ - ນີ້ແມ່ນເນື້ອໃນທີ່ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະພາບເອີລົບ (EU) ຫງວຽນວັນຖາວ ພິຈາລະນາເມື່ອເຮັດວຽກກັບທ່ານຮອງລັດຖະມົນຕີຜູ້ປະຈຳການ ເລຫາຍບິ່ງ ໃນວັນທີ 9 ເມສາ ຢູ່ ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 14 ເມສາ, ພາຍໃຕ້ການເປັນປະທານຂອງທ່ານ ໂຕເລິມ, ພິທີຕ້ອນຮັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໄດ້ໄຂຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ.