ຍສໝ - ວັນທີ 3 ເມສາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຣູມານີ ແລະ ສະຖານທູດ ຣູມານີ ປະຈໍາ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບ ຣູມານີ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (3 ກຸມພາ 1950 – 3 ກຸມພາ 2025).
ຍສໝ - ວັດທະນະທໍາແມ່ນພື້ນຖານທາງຈິດໃຈ, ກຳລັງຜັກດັນ ແລະ ເປົ້າຫມາຍຂອງການພັດທະນາ. ໃນຊຸມປີມໍ່ໆມານີ້, ອານຢາງ ໄດ້ຜັນຂະຫຍາຍບັນດາແຜນນະໂຍບາຍຂອງພັກໃນຂົງເຂດວັດທະນະທຳ ແລະ ສິລະປະ ຢ່າງຕັ້ງໜ້າ, ພ້ອມກັນນັ້ນ ກໍ່ເພີ່ມທະວີການແກ້ໄຂເພື່ອອະນຸລັກ ແລະ ເສີມຂະຫຍາຍທ່າແຮງ, ຄຸນລັກສະນະລັກສະນະພິເສດທາງວັດທະນະທຳຂອງ ອານຢາງ.
ຍສໝ - ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ເພື່ອໃຫ້ ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບ 3 ໃນໂລກຕ້ອງມີຄວາມສາມັກຄີ, ຈິນຕະນາການບຸກທະລຸ, ຍຸດທະສາດຢ່າງແຫຼມຄົມ, ເສັ້ນທາງທີ່ສາມາດເປັນໄປໄດ້, ການກະທຳທີ່ຂ້ຽວຂາດ.
ຍສໝ - ທ່ານນາງ ຫງວຽນທິກິມຕວຽນ, ຮອງປະທານສະຫະພັນບັນດາອົງການມິດຕະພາບນະຄອນ ດ່າໜັງ, ຫວ່າງມໍ່ໆມານີ້ ໄດ້ມີການຕ້ອນຮັບ ທ່ານ ສາດສະດາຈານ Roland G. Simbulan, ສັງກັດມະຫາວິທະຍາໄລ ຟີລິບປິນ, ປະທານສູນກາງມອບສິດໃຫ້ປະຊາຊົນໃນປົກຄອງບໍລິຫານ (CenPeg) ແລະ ພັນລະຍາ ເນື່ອງໃນການຢ້ຽມຢາມນະຄອນ ດ່າໜັງ. 2 ຝ່າຍໄດ້ປຶກສາຫາລືບັນດາຂໍ້ລິເລີ່ມເຊື່ອມຕໍ່ລະຫວ່າງນະຄອນ ດ່າໜັງ ແລະ ຟີລິບປິນ, ມຸ່ງໄປເຖິງເພີ່ມທະວີການແລກປ່ຽນວັດທະນະທຳ, ການສຶກສາ ແລະ ການຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ທ່ານນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ແບ່ງປັນປະສົບການ ແລະ ຍົກອອກບັນດາຄຳແນະນຳ ເພື່ອ C4IR ແລະ ສູນການເງິນສາກົນນະຄອນ ໂຮ່ຈີມິນ ເລັ່ງຄວາມໄວ ແລະ ພັດທະນາບາດກ້າວບຸກທະລຸ.
ຍສໝ - ຕາມບົດລາຍງານຂອງຄະນະປະສານງານການອຸປະຖຳປະຊາຊົນ (ພາຍໃຕ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ), ໃນປີ 2024, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສືບຕໍ່ຕັ້ງໜ້າໜູນຊ່ວຍ, ຊ່ວຍເຫຼືອ ຫວຽດນາມ ບັນລຸບັນດາຜົນງານອັນໃຫຍ່ຫຼວງໃນຂະບວນການຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ. ບັນດາລາຍການ, ໂຄງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄດ້ກວມເອົາຫລາຍຂົງເຂດເຊັ່ນ: ການແພດ, ການສຶກສາ, ການພັດທະນາເສດຖະກິດ, ການແກ້ໄຂບັນຫາສັງຄົມ, ຊັບພະຍາກອນ, ສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ... ແລະ ໄດ້ຜັນຂະຫຍາຍໃນທົ່ວ 63 ແຂວງ, ນະຄອນໃນທົ່ວປະເທດ. ຄາດຄະເນມູນຄ່າປ່ອຍເງິນຈາກບັນດາລາຍການ ແລະ ໂຄງການໂດຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຜັນຂະຫຍາຍ ບັນລຸປະມານ 230 ລ້ານ USD. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໃນສະພາບທີ່ໂລກພວມປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ໄດ້ປ່ຽນແປງບັນດາຍຸດທະສາດ ແລະ ບຸລິມະສິດຂອງບັນດາຜູ້ອຸປະຖຳຫຼາຍຢ່າງ.
ຍສໝ - ຫວ່າງມໍ່ໆມານີ້, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ແລະ ຄະນະກຳມະການແຫ່ງລັດກ່ຽວກັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍທ່ານຮອງລັດຖະມົນຕີ ນາງ ເລທິທູຮັ່ງ, ຫົວໜ້າຄະນະກຳມະການ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ New Caledonia - ຜືນແຜ່ນດິນຂອງ ຝະລັ່ງ ຢູ່ພາກພື້ນປາຊີຟິກ ຕາເວັນຕົກສຽງໃຕ້.
ຍສໝ - ຕາມການຈັດອັນດັບກ່ຽວກັບປະສິດທິພາບຂອງບັນດາການບໍລິການສາທາລະນະ ແລະ ອົງການບໍລິຫານລັດໂດຍມະຫາວິທະຍາໄລ Oxford (ອັງກິດ) ແລ້ວ, ສິງກະໂປ ຢືນອັນດັບຫນຶ່ງໃນໂລກ.
ຍສໝ - ໄລຍະ 2021-2025, ຫຼາຍໂຄງການໜູນຊ່ວຍ ຫວຽດນາມ ໄດ້ດຳເນີນການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢ່າງຕັ້ງໜ້າ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບໃຫ້ຄົນງານນັບພັນຄົນ, ເພີ່ມເຕີມແຫຼ່ງລາຍຮັບໃຫ້ງົບປະມານແຫ່ງລັດ ລາວ...
ຍສໝ - ຕອນຄ່ຳວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ພາຍຫຼັງເດີນທາງໄປຮອດນະຄອນ Rio de Janeiro, ປະເທດ ບຣາຊິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ແຫ່ງນີ້.
ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ ແຮ່ເວີຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ກ່າວວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ຍສໝ - ຕອນເຊົ້າວັນທີ 21 ຕຸລາ ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຊຸດທີ 15, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝີນ ຢືນຢັນວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ, ສະພາແຫ່ງຊາດຈະປຶກສາຫາລື ແລະ ຕັດສິນຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງກ່ຽວກັບລະບອບລະບຽບການ, ນະໂຍບາຍ... ຢ່າງທັນການ.
ຍສໝ - ວັນທີ 15 ຕຸລາ, ສະຖານທູດກາຊັກສະຖານ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ກ່ຽວກັບສານປະຈຳປີ 2024 ຂອງປະທານາທິບໍດີ ກາຊັກສະຖານ Kassym-Jomart Tokaev. ກ່າວຄຳປາໄສທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ກາຊັກສະຖານ ປະຈຳ ຫວຽດນາມ Kanat Tumysh ເນັ້ນໜັກວ່າ ກາຊັກສະຖານ ຈະແມ່ນປະຕູເພື່ອຊ່ວຍ ຫວຽດນາມ ເຂົ້າສູ່ຕະຫຼາດອາຊີກາງ.
ຍສໝ - ແຕ່ວັນທີ 7-9 ຕຸລາ, ຢູ່ສຳນັກງານສະຫະປະຊາຊາດ (ສປຊ) ທີ່ນິວຢອກ ໄດ້ໄຂກອງປະຊຸມຄະນະກຳມະການເສດຖະກິດ - ການເງິນ (ຄະນະກຳມະການ 2) ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79.
ຍສໝ - ການສຳມະນາດ້ານການທ່ອງທ່ຽວລະຫວ່າງ ຫວຽດນາມ -ຍີ່ປຸ່ນ ຄັ້ງທີ 2 ໂດຍມີຫົວຂໍ້ວ່າ “ການສົມດຸນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການອະນຸລັກມໍລະດົກວັດທະນະທໍາ ຫວຽດນາມ - ຍີ່ປຸ່ນ ຮ່ວມມືມຸ່ງໄປເຖິງການທ່ອງທ່ຽວແບບຍືນຍົງ” ຈັດຂຶ້ນໃນວັນທີ 2 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ.
ຍສໝ - ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແບ່ງປັນກັບໜັງສືພິມໂລກ ແລະຫວຽດນາມ ກ່ຽວກັບຄວາມໝາຍ ແລະການເຄື່ອນໄຫວ, ເນື້ອໃນພົ້ນເດັ່ນໃນຂອບເຂດການຢ້ຽມຢາມສຳຄັນຄັ້ງນີ້.
ຍສໝ - ທ່ານປະທານາທິບໍດີ Michael D. Higgins ຕີລາຄາສູງຕໍ່ແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ; ໂດຍຢືນຢັນການຖືເປັນສໍາຄັນຕໍ່ທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນອາຊີ-ປາຊີຟິກ.
ຍສໝ - ສະຖາບັນ ຝະຣັ່ງ ປະຈຳຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ການພັດທະນາເລື່ອງພາບ (comic) ຢູ່ຫວຽດນາມ.
ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍຂອງການພົບປະຂອງທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ພ້ອມກັບຜູ້ຕາງໜ້າເວທີປາໄສກາເຟໂລກ (GCP), ໃນວັນທີ 10 ພຶດສະພາ ຢູ່ ຮ່າໂນ້ຍ.
ຍສໝ - ເຕັກໂນໂລຢີສະກັດບັນຈຸແບບປອດເຊື້ອ ໂດຍ GEA Procomac ສະໜອງຊ່ວຍໃຫ້ວິສາຫະກິດຜະລິດສາມາດປະຢັດພະລັງງານ, ຈຳກັດການປ່ອຍອາຍພິດກາກບອນໃນຂະບວນການຫຸ້ມຫໍ່ຜະລິດຕະພັນ.