ສື່ມວນຊົນຟີລິບປິນ: ຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

07:54 | 25/03/2021

ເວບໄຊ The Manila Times ຂອງຟີລິບປິນ ສະບັບອອກວັນທີ 23 ມີນາ ໄດ້ລົງບົດຂຽນຕີລາຄາເລື່ອງຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ.

ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍປະເທດໃນໂລກຫັນກະແສເງິນລົງທຶນເຂົ້າຫວຽດນາມ
ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະໃນໂລກ
ສື່ມວນຊົນຟີລິບປິນ: ຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ

ບົດຂຽນຕີລາຄາເລື່ອງຫວຽດນາມ ໄດ້ສ້າງ “ສູດ” ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ (ພາບ: TTXVN)

ຕາມບົດຂຽນແລ້ວ, ບັນດາມາດຕະການເຊິ່ງຫວຽດນາມ ນຳໃຊ້ເພື່ອຮັບມືກັບໂລກລະບາດໂຄວິດ-19 ໂດຍອີງໃສ່ບົດຮຽນແກ້ໄຂພະຍາດປອດບວມມໍລະນະ (SARS) ເມື່ອປີ 2003. ທາງດ້ານພື້ນຖານ, “ສູດ” ສະກັດກັ້ນໂລກລະບາດຂອງຫວຽດນາມ ລວມມີ 4 ຈຸດຄື:

ທີ 1, ພາຍຫຼັງສັງເກດເກີດຄວາມສຽງກ່ຽວກັບໂລກລະບາດ, ລັດຖະບານໄດ້ໜູນຊ່ວຍວຽກງານຄົ້ນຄວ້າ ແລະ ພັດທະນາບັນດາວິທີການປິ່ນປົ່ວ ກໍຄືວັດຖຸອຸປະກອບການແພດພາຍໃນປະເທດ. ບັນດານັກວິທະຍາສາດຫວຽດນາມ ກໍ່ຄົ້ນຄວ້າ ແລະ ທົດລອງວັກຊິນກັນພະຍາດໂຄວິດ-19 ເອງ.

ທີ 2, ຫວຽດນາມ ນຳໃຊ້ມາດຕະການປິດປະຕູດ່ານຊາຍແດນໃນໄລຍະສັ້ນ, ຈຳກັດການໄປມາເພື່ອສະກັດກັ້ນໂລກລະບາດໂຄວິດ-19 ແຜ່ລະບາດ. ລັດຖະບານກໍ່ເພີ່ມບັນດາບ້ວງເງິນໜູນຊ່ວຍສັງຄົມ, ແຈກຢ່າຍທັນຍາຫານເຖິງແຕ່ລະຄອບຕົວໃນເຂດຖືກປິດລ້ອມ.

ທີ 3, ຫວຽດນາມ ໄດ້ສ້າງ ແລະ ຜັນຂະຫຍາຍລະບົບຊອກຫາຜູ້ທີ່ສຳພັດກັບຄົນເຈັບໂດຍລວມສູນ, ຊັດເຈນ ແລະ ເຖິງທອງໂດຍທັນທີ.

ທີ 4, ອຳນາດການປົກຄອງກໍ່ດຳເນີນການແຍກຕົວບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ຢ່າງເຖິງທອງ ເພື່ອຕິດຕາມ ແລະ ປິ່ນປົ່ວຢູ່ບັນດາຮາກຖານສາທາລະນະສຸກຂອງລັດ. ບັນດາກໍລະນີ F1 ກໍ່ຮຽກຮ້ອງໃຫ້ແຍກຕົວ.

ຕາມບົດຂຽນແລ້ວ, ເຖິງວ່າຫວຽດນາມ ຍັງຈຳກັດການເຂົ້າເມືອງກໍ່ຕາມ, ແຕ່ຢູ່ພາຍໃນປະເທດ, ບັນດາການເຄື່ອນໄຫວທາງດ້ານເສດຖະກິດ ແລະ ການໄປມາຂອງປະຊາຊົນຍັງດຳເນີນໄປເປັນປົກກະຕິ. ລັດຖະບານຫວຽດນາມ ໄດ້ດຳເນີນບັ້ນໂຄສະນາຢ່າງຕັ້ງໜ້າເພື່ອໂຄສະນາການທ່ອງທ່ຽວຢູ່ພາຍໃນປະເທດ ແນໃສ່ຊຸກຍູ້ພື້ນຖານເສດຖະກິດ.

ຜົນສຳເລັດໃນການຄວບຄຸມໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ຫຼາຍປະເທດໃນໂລກຫັນກະແສເງິນລົງທຶນເຂົ້າຫວຽດນາມ

ຍສໝ - ເດືອນ ກຸມພາ 2021, ຫວຽດນາມ ດຶງດູດທຶນ FDI 3,4 ຕື້ ໂດລາສະຫະລັດ, ສູງກວ່າ 70% ເມື່ອທຽບໃສ່ເດືອນ ມັງກອນ 2021.

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະໃນໂລກ

ນັບແຕ່ເວລາ 18 ໂມງຂອງວັນທີ 20 ມີນາ ຫາເວລາ 6 ໂມງຂອງວັນທີ 21 ມີນາ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ.

ບັນດາສູນທ່ອງທ່ຽວຫວຽດນາມ ເລີ່ມເຄື່ອນໄຫວຄືນໃໝ່ພາຍຫຼັງໂລກລະບາດໂຄວິດ-19

ຂະແໜງທ່ອງທ່ຽວຂອງແຂວງພວມມີສັນຍານຕັ້ງໜ້າຫຼາຍຢ່າງ ນັບແຕ່ເມື່ອສ້າງສະພາບເປັນປົກກະຕິໃໝ່.

vovworld.vn

ເຫດການ
302 Found

Found

The document has moved here.