ຂະແຫນງກະສິກຳ ຫວຽດນາມ ຕັ້ງຄວາມຫວັງປີ 2021 ຈະບັນລຸການເຕີບໂຕດີ

08:15 | 28/03/2021

ຍສໝ - ກວ່າ 41 ຕື້  ໂດລາສະຫະລັດ ແມ່ນຕົວເລກທີ່ເຕັມໄປດ້ວຍຫນ້າປະທັບໃຈກ່ຽວກັບວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງຫວຽດນາມ ໃນປີ 2020. ໃນປີ 2021 ຂະແຫນງກະສິກຳ ຫວຽດນາມ ສູ້ຊົນ ບັນລຸວົງເງິນສົ່ງອອກ 44 ຕື້ ໂດລາສະຫະລັດ.

ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ ຫໍສະພາແຫ່ງຊາດລາວ ເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ ລາວ - ຫວຽດນາມ
ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ ທ່ານ ​ເຈືອງວີ້ງຈ້ອງ ​ເປັນ​ເພື່ອນ​ສະໜິດສະໜົມທີ່​​ໃກ້​ຊິດ​ຂອງ​ພັກ, ລັດ ​ແລະປະຊາຊົນ​ລາວ
ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ
ພາບປະກອບ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸມູນຄ່າສູງສຸດໃນ 10 ປີມານີ້ ແມ່ນໝາກຜົນຂອງວິວັດການປ່ຽນແປງຈີນຕະນາການໃນການຜະລິດ, ສຸມໃສ່ເຂົ້າແນວພັນທີ່ມີຄຸນນະພາບສູງ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດເຄັ່ງຄັດທາງດ້ານຄຸນນະພາບຄື: ຍີ່ປຸ່ນ,ອາເມລິກາ, ອີຢູ ແລະ ອື່ນໆ, ສະຫະສະມາຄົມສະບຽງອາຫານຫວຽດນາມ ກໍ່ຖືວ່າ ລາຄາເຂົ້າສານຫວຽດນາມ ສູງກວ່າເມື່ອທຽບໃສ່ເຂົ້າສານຂອງໄທໃນໄລຍະຜ່ານມາ ຍ້ອນວ່າ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງອົງປະກອບແນວພັນເຂົ້າ.

ເປັນຫນ້າສົນໃຈ ນັ້ນແມ່ນ ໃນປີ 2020 ຍອດວົງເງິນສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸກວ່າ 3 ຕື້ ໂດລາສະຫະລັດ, ໃນນັ້ນ ມີໃບສັ່ງຊຶ້ສິນຄ້າຫລາຍໃບບັນລຸລະດັບສູງກວ່າ ແຕ່ 680 ໂດລາສະຫະລັດ/ໂຕນ – 1000 ໂດລາສະຫະລັດ/ໂຕນ. ກ້າວເຂົ້າສູ່ປີ 2021, ການເຄື່ອນໄຫວສົ່ງອອກເຂົ້າສານສືບຕໍ່ຮັກສາໄດ້ເປັນຢ່າງດີ. ກວ່າ 41 ຕື້ ໂດລາສະຫະລັດ ແມ່ນຕົວເລກທີ່ເຕັມໄປດ້ວຍຫນ້າປະທັບໃຈກ່ຽວກັບວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງຫວຽດນາມ ໃນປີ 2020. ໃນປີ 2021 ຂະແຫນງກະສິກຳ ຫວຽດນາມ ສູ້ຊົນ ບັນລຸວົງເງິນສົ່ງອອກ 44 ຕື້ ໂດລາສະຫະລັດ. ເພື່ອຜ່ານຜ່າສິ່ງທ້າທາຍນັ້ນ, ຂະແຫນງກະສິກຳ ວາງອອກສອງມາດຕະການ, ທັງຮັບປະກັນ ແລະ ທັງສືບຕໍ່ບັນລຸການເຕີບໂຕ.

ດ້ວຍທິດນຳທີ່ວ່າ “ລັດຖະບານຊຸກຍູ້, ວິສາຫະກິດກະທຳ, ປະຊາຊົນຕອບສະໜອງ” ຂອງລັດຖະບານເມື່ອລົງທຶນໃສ່ແຫຼ່ງກຳລັງ, ການຜັນຂະຫຍາຍມະຕິສະບັບເລກທີ 120 ກໍ່ໄດ້ປະຕິບັດດ້ວຍຫຼາຍໂຄງການທີ່ມີລັກສະນະເປັນ “ແນວພັນ”, ບັນດານະໂຍບາຍບູລິມະສິດໄດ້ປະກາດໃຊ້, ເປີດກາລະໂອກາດ, ນຳວິສາຫະກິດກາຍເປັນແກ່ນສານໃຫ້ແກ່ວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດທັນສະໄໝຄືນໃໝ່, ຍົກສູງມູນຄ່າເພີ່ມ ແລະກຳລັງແກ່ງແຍ້ງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ບົນພື້ນຖານນັ້ນ, ໄດ້ມີຫຼາຍວິສາຫະກິດພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນຜັນຂະຫຍາຍບັນດາໂຄງການດ້ານກະສິກຳເຮັດໃຫ້ໂສມໜ້າຂອງເຂດມີການປ່ຽນແປງ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດໃນທົ່ວປະເທດ.

ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ ຜູ້ນຳຫວຽດນາມ ສົງສານອວຍພອນວັນຊາດບຣູໄນ

ຍສໝ - ໃນວັນທີ 23 ກຸມພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຈົ້າຊີວິດ ທັງເປັນນາຍົກລັດຖະມົນຕີ ບຣູໄນ Hassanal Bolkiah.

ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025

ຍສໝ - ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ຂະແຫນງກະສ ກຳ ຫວຽດນາມ ຕ ງຄວາມຫວ ງປ 2021 ຈະບ ນລ ການເຕ ບໂຕດ ຫວຽດນາມ ສະໜັບສະໜູນ ໃນບັນດາຄວາມມານະພະຍາຍາມມຸ່ງໄປສູ່ເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ ໂຊມາລີ

ຍສໝ - ທ່ານ James Swan ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ ແລະ ຫົວໜ້າຄະນະປະຕິບັດງານ UNSOM, ທ່ານ Francisco Madeira ຜູ້ຕາງໜ້າພິເສດຂອງປະທານຄະນະກຳມະການສປຊ ອາຟຼິກກາ ປະຈຳ ໂຊມາລີ, ຫົວໜ້າຄະນະປະຕິບັດງານສະຫະພາບ ອາຟຼິກກາປະຈຳ ໂຊມາລີ ແລະ ທ່ານ Rita Laranjinha ຜູ້ອຳນວຍການອົງການບໍລິຫານການພົວພັນຕ່າງປະເທເອີລົບໄດ້ເຂົ້າຮ່ວມ ...

ໄຊພອນ

ເຫດການ
302 Found

Found

The document has moved here.