ໃນເດືອນມັງກອນ, ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ ແມ່ນ 280.000 ໂຕນດ້ວຍມູນຄ່າ 154 ລ້ານໂດລາສະຫະລັດ

10:58 | 08/02/2021

ຍສໝ -  ບັນດາຕະຫຼາດສົ່ງອອກເຂົ້າສານຕົ້ນຕໍຂອງຫວຽດນາມ ເປັນຕົ້ນຄື: ຟີລິບປິນ, ອາຟະລິກາ... ສືບຕໍ່ລົງນາມສັນຍາຊື້ເຂົ້າສານຂອງຫວຽດນາມ ດ້ວຍລາຄາສົ່ງອອກດີສົມຄວນ.

ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ ຄາດວ່າ ທັງປີ 2020 ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດອິດສະລະແອນ ບັນລຸປະມານ 700 ລ້ານໂດລາສະຫະລັດ, ໃນຂະນະທີ່ການນຳເຂົ້າບັນລຸປະມານ 850 ລ້ານໂດລາສະຫະລັດ
ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້
ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ
ພາບປະກອບ

ຕາມກົມປຸງແຕ່ງ ແລະພັດທະນາຕະຫຼາດຜະລິດຕະພັນກະເສດ, ກະຊວງກະສິກໍາ ແລະພັດທະນາຊົນນະບົດ, ໃນເດືອນມັງກອນ 2021, ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ສືບຕໍ່ເພີ່ມຂຶ້ນ 3 ໂດລາສະຫະລັດ/ໂຕນ ເມື່ອທຽບໃສ່ທ້າຍເດືອນທັນວາ 2020, ຂຶ້ນເຖິງ 503 ໂດລາສະຫະລັດ/ໂຕນ. ປະລິມານເຂົ້າສານສົ່ງອອກຂອງຫວຽດນາມ ແມ່ນ 280.000 ໂຕນດ້ວຍມູນຄ່າ 154 ລ້ານໂດລາສະຫະລັດ. ບັນດາຕະຫຼາດສົ່ງອອກເຂົ້າສານຕົ້ນຕໍຂອງຫວຽດນາມ ເປັນຕົ້ນຄື: ຟີລິບປິນ, ອາຟະລິກາ... ສືບຕໍ່ລົງນາມສັນຍາຊື້ເຂົ້າສານຂອງຫວຽດນາມ ດ້ວຍລາຄາສົ່ງອອກດີສົມຄວນ.

ປີ 2020 ໃນແຕ່ລະລະດູການ, ເຂດທົ່ງພຽງແມ່ນ້ຳຂອງ ໄດ້ປູກເຂົ້າໃນເນື້ອທີ່ກວ່າ 1,5 ລ້ານເຮັກຕາ, ສະມັດຕະພາບສະເລ່ຍແມ່ນ 6 ໂຕນ/ເຮັກຕາ. ປະລິມານການຜະລິດເຂົ້າທັງປີຄາດວ່າບັນລຸກວ່າ 24 ລ້ານໂຕນ, ໃນນັ້ນ ລະດູການ ລະດູຫນາວຕໍ່ໃສ່ລະດູບານໃຫມ່ 2020-2021 ຄາດວ່າຈະບັນລຸກວ່າ 10 ລ້ານໂຕນ. ເຖິງວ່າຖືກຜົນສະທ້ອນຈາກໄພແຫ້ງແລ້ງ ນ້ຳເຄັມຊຶມກໍ່ຕາມ ແຕ່ເບິ່ງລວມແລ້ວ ສະມັດຕະພາບການປູກເຂົ້າຢູ່ເຂດນີ້ກໍຍັງບັນລຸໝາກຜົນດີພໍສົມຄວນ. ພິເສດ ເມື່ອທຽບໃສ່ຊຸມປີກ່ອນນີ້ ປີ 2020 ລາຄາເຂົ້າແມ່ນຢູ່ໃນລະດັບສູງພໍສົມຄວນ. ໂດຍອີງຕາມແຕ່ລະບໍລິເວນ, ເຂດ ຊາວກະສິກອນ ມີກຳໄລແຕ່30-40% ຊ້ຳບໍ່ໜຳຍັງສູງກວ່ານັ້ນ.

ໄລຍະຜ່ານມາ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸລະດັບເຕີບໂຕດີ, ເປັນຕົ້ນກ່ຽວກັບຄຸນນະພາບ, ກາຍເປັນຈຸດເດັ່ນໃນການເຄື່ອນໄຫວສົ່ງອອກ. ພິເສດ ປະເພດສິນຄ້າຜະລິດຕະພັນກະເສດນີ້ ໄດ້ປະສົບຜົນສຳເລັດໃນການສຳຜັດກັບຫລາຍຕະຫລາດທີ່ເຄັ່ງຄັດທາງດ້ານຄຸນນະພາບ, ເຊິ່ງເປັນການຢັ້ງຢືນເຄື່ອງໝາຍການຄ້າຂອງເຂົ້າສານຫວຽດນາມ ເທື່ອລະກ້າວ.

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ການສົ່ງອອກເຂົ້າສານຂອງຫວຽດນາມ ບັນລຸມູນຄ່າສູງສຸດໃນ 10 ປີມານີ້ ແມ່ນໝາກຜົນຂອງວິວັດການປ່ຽນແປງຈີນຕະນາການໃນການຜະລິດ, ສຸມໃສ່ເຂົ້າແນວພັນທີ່ມີຄຸນນະພາບສູງ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫລາດເຄັ່ງຄັດທາງດ້ານຄຸນນະພາບຄື: ອາເມລິກາ, ອີຢູ, ຍີ່ປຸ່ນ… ສະຫະສະມາຄົມສະບຽງອາຫານຫວຽດນາມ ກໍ່ຖືວ່າ ລາຄາເຂົ້າສານຫວຽດນາມ ສູງກວ່າເມື່ອທຽບໃສ່ເຂົ້າສານຂອງໄທໃນໄລຍະຜ່ານມາ ຍ້ອນວ່າ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງອົງປະກອບແນວພັນເຂົ້າ.

ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ ທະນາຄານພັດທະນາອາຊີ ຊ່ວຍເຫຼືອຫວຽດນາມ 2,5 ລ້ານໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຍ້ອນພະຍຸນ້ຳຖ້ວມກໍ່ຂຶ້ນຢູ່ບາງແຂວງພາກກາງ

ຍສໝ - ບ້ວງເງິນນີ້ແມ່ນໄດ້ຫັກຈາກກອງທຶນຮັບມືກັບໄພພິບັດອາຊີ-ປາຊີຟິກ ຂອງ ADB, ໄດ້ສ້າງຕັ້ງເພື່ອໜູນຊ່ວຍໃຫ້ບັນດາປະເທດສະມາຊິກທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຍ້ອນໄພທຳມະຊາດກໍ່ຂຶ້ນ.

ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນຈາກເອີຣົບ, ອາເມລິກາລາຕິນ ແລະ ອາຟຼິກກາ ກັບຄືນປະເທດ

ຍສໝ - ໃນເວລາ 2 ມື້ ວັນທີ 11 - 12 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ເອີຣົບ, ອາເມລິກາແລະອາຟຼິກາ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 280 ຄົນ ໄດ້ກັບຄືນປະເທດບ້ານຢ່າງປອດໄພ.

ໃນເດ ອນມ ງກອນ ປະລ ມານເຂ າສານສ ງອອກຂອງຫວຽດນາມ ແມ ນ 280 000 ໂຕນດ ວຍມ ນຄ າ 154 ລ ານໂດລາສະຫະລ ດ ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ບັນລຸເກືອບ 740 ລ້ານໂດລາສະຫະລັດ

ຍສໝ - ໃນປີນີ້ສອງປະເທດກໍາລັງມານະພະຍາຍາມຊຸກຍູ້ການຄ້າສອງຝ່າຍໃຫ້ເພີ່ມຂຶ້ນແຕ່ 10-15% ເມື່ອທຽບໃສ່ປີກາຍ, ອາດຈະບັນລຸ 1 ຕື້ໂດລາສະຫະລັດ ຕາມແຜນການທີ່ວາງອອກ.

ໄຊພອນ

ເຫດການ
302 Found

Found

The document has moved here.