ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12

21:30 | 05/09/2018

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ທີ່ສູນປະຊຸມນາໆຊາດ-ອິມແພັກອາຣີນາ ເມືອງທອງທານີ ບາງກອກ ປະເທດໄທ ໄດ້ມີພິທີເປີດງານ ແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ12 ຢ່າງເປັນທາງການ ໂດຍເຈົ້າພາບ(ໄທ) ໄດ້ຈັດພິທີເປີດຢ່າງຍິ່ງໃຫຍ່ອະລັງການ.

ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12

ແຮງງານ ລາວ ເຂົ້າຮ່ວມໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12. (ພາບ: ເຟສບຸກ)

ໂດຍເປັນກຽດ ເຂົ້າຮ່ວມຂອງ ສົມເດດພະເທບ ມະຫາຈັກກີ ສິຣີນທອນ ເຊື້ອເຈົ້າແຫ່ງຮາຊອານາຈັກໄທ, ທ່ານ ພົນຕຳຫລວດເອກ ອາດຸນ ແສງສິງແກ້ວ ລັດຖະມົນຕີວ່າກະຊວງແຮງງານ ແຫ່ງຮາຊອານາຈັກໄທ, ທ່ານ ໄຊມອນ ເບີດລີ ປະທານການແຂ່ງຂັນສີມືແຮງງານສາກົນ(President of WorldSkills International) ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ, ຊາວໜຸ່ມ ແລະ ປະຊາຊົນປະເທດໄທທຸກຖ້ວນໜ້າ, ຄະນະຜູ້ແທນ, ຜູ້ຊ່ຽວຊານ, ນັກແຂ່ງຂັນທິມຊາດ, ຜູ້ສັງເກດການ, ແຂກຖືກເຊີນ ຈາກບັນດາປະເທດສະມາຊິກອາຊຽນ ແລະ ສື່ມວນຊົນ ເປັນຈຳນວນຫຼາຍກວ່າໜຶ່ງພັນຄົນ.

ໃນພິທີ ທ່ານ ພົນຕຳຫລວດເອກ ອາດຸນ ແສງສິງແກ້ວ ລັດຖະມົນຕີວ່າກະຊວງແຮງງານ ໄດ້ກ່າວລາຍງານຄວາມເປັນມາຂອງການແຂ່ງຂັນສີມືແຮງງານອາຊຽນໂດຍຫຍໍ້ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ ຕໍ່ຈາກນັ້ນ ທ່ານ ໄຊມອນ ເບີດລີ ປະທານການແຂ່ງຂັນສີມືແຮງງານສາກົນ ໄດ້ຂື້ນກ່າວມີຄຳເຫັນໃນພິທີເປີດດັ່ງກ່າວ, ຈຸດປະສົງຂອງການແຂ່ງຂັນສີມືແຮງງານອາຊຽນ ເພື່ອເປັນການສະແດງຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງຊາວໜຸ່ມ ທີມີອາຍຸບໍ່ເກີນ 22 ປີ ກໍຄື ກຳລັງແຮງງານໃໝ່; ທັງເປັນການແລກປ່ຽນ, ຖອດຖອນບົດຮຽນ, ຮ່ວມມືກັນພັດທະນາສີມີແຮງງານ, ຮັດແໜ້ນສາຍສຳພັນ ແລະ ຄວາມສາມັກຄີ ເພື່ອ ຄວາມເປັນນ້ຳໜຶ່ງໃຈດຽວ ຂອງບັນດາປະເທດສະມາຊິກອາຊຽນ ກໍຄືການຫັນວິໃສທັດໃຫ້ເປັນຮູບປະທຳໃນຂອບຂອງອາຊຽນ.

ສຳລັບ ສ ປປ ລາວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ແລະ ພາກສ່ວນຕ່າງໆ ພາກລັດ ແລະ ເອກະຊົນ ໄດ້ສົ່ງນັກແຂ່ງຂັນເຂົ້າຮ່ວມ ຈຳນວນ 7 ສາຂາຊ່າງ ຄື: ຊ່າງກໍ່, ຊ່າງໄມ້ເຄື່ອງເຮືອນ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງຈອດໂລຫະ, ຊ່າງປຸງແຕ່ງອາຫານ, ຊ່າງຕັດຫຍິບເຄື່ອງນຸ່ງເພດຍິງ ແລະ ຊ່າງເຕັກໂນໂລຊີອອກແບບກຣາຟິກ ຈາກຈຳນວນທັງໝົດ 26 ສາຂາຊ່າງ,

ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12

ແຮງງານ ລາວ ເຂົ້າຮ່ວມໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12. (ພາບ: ເຟສບຸກ)

ການແຂ່ງຂັນສີມືແຮງງານອາຊຽນໃນຄັ້ງນີ້ທິມຊາດລາວເຂົ້າຮ່ວມຄັ້ງນີ້ ແມ່ນເປັນຄັ້ງທີ 9, ໄດ້ສົ່ງນັກແຂ່ງຂັນທັງໝົດ 13ຄົນ 7ສາຂາວິຊາ, ໂດຍການນຳພາຂອງ ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ໃນຄະນະກໍ່ປະກອບມີຜູ້ເຂົ້າຮ່ວມແຂ່ງຂັນ, ຜູ້ຊ່ຽວຊານແຕ່ລະສາຂາວິຊາ, ເຈົ້າໜ້າທີ່ ແລະ ຜູ້ສັງເກດການລວມທັງໝົດ 38ຄົນ.

ທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ມີຄວາມເຫັນວ່າສຳລັບການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ວ່າ: ທາງຄະນະຮັບຜິດຊອບ ກໍ່ຄືກົມ ໄດ້ມີການກະກຽມ ເກັບໂຕຝຶກຊ້ອມມາດົນສົມຄວນ ແລະ ໄດ້ຮັບການເອົາໃຈໃສ່ຊ່ວຍເຫຼືອຈາກຜູ້ຊ່ຽວຊານຈາກຫຼາກຫຼາຍສາຂາວິຊາ ເຮັດໃຫ້ຄວາມພ້ອມຂອງນັກແຂ່ງຂັນພວກເຮົາມີຄວາມພ້ອມຫຼາຍສົມຄວນໃນຄັ້ງນີ້ ຄາດວ່າພວກເຮົາຈະສາມາດຍາດໄດ້ຫຼຽນມາຄອງໃຫ້ໄດ້.

ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12

ແຮງງານ ລາວ ເຂົ້າຮ່ວມໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12.(ພາບ: ເຟສບຸກ)

ສ ປ ປ ລາວ ກໍແມ່ນປະເທດໜື່ງ ທີ່ໄດ້ສົ່ງນັກແຂ່ງຂັນສີມືແຮງງານ ຈຳນວນ 13 ຄົນເຂົ້າຮ່ວມແຂ່ງຂັນ, ທີ່ມີອາຍຸບໍ່ເກີນ 22 ປີ, ເຊິ່ງໄດ້ສົ່ງເຂົ້າແຂ່ງຂັນໃນ 7 ສາຂາວິຊາຊ່າງ, ໃນຈຳນວນທັງຫມົດ 26 ສາຂາວິຊາຊ່າງ ແລະ ສາມາດຍາດໄດ້ຫຼຽນກາດີເລີດລະດັບສີມືແຮງງານອາຊຽນ ຈຳນວນ 5 ຄົນ,ໃນ 5 ສາຂາວິຊາຊ່າງ ( Medallion of Excellence) ຄື: ຊ່າງປຸງແຕ່ງອາຫານ (707 ຄະແນນ), ຊ່າງເຕັກໂນໂລຊີອອກແບບກຣາຟິກ (703 ຄະແນນ), ຊ່າງກໍ່(701 ຄະແນນ), ຊ່າງແຟຊັ້ນ ເຕັກໂນໂລຊີ(700 ຄະແນນ) ແລະ ຊ່າງຈອດໂລຫະ (700 ຄະແນນ) . ໃນນັ້ນລະບຽບຂອງການແຂ່ງຂັນໄດ້ລະບຸໄວ້ວ່າ ນັກແຂ່ງຂັນຄົນໃດທີ່ສາມາດທຳຄະແນນໄດ້ 700 ຄະແນນຂຶ້ນໄປ ເຊິ່ງແມ່ນເກນຄະແນນຂອງລະດັບສີມືແຮງງານໂລກ ທີ່ອາຊຽນນຳເອົາມາເປັນມາດຕະຖານ ໃນການໃຫ້ຄະແນນການແຂ່ງຂັນຄັ້ງນີ້ ແມ່ນຈະໄດ້ຮັບລາງວັນ ຄື: ຫຼຽນຄຳ, ຫຼຽນເງິນ, ຫຼຽນທອງ ແລະ ຫຼຽນກາດີເລີດ ຕາມລຳດັບ.


ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12


ແຮງງານ ລາວ ຕິດອັນດັບດີໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12

ແຮງງານ ລາວ ເຂົ້າຮ່ວມໃນການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12.(ພາບ: ເຟສບຸກ)

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.