ພິທີປາຖະກະຖາວັນຊາດ ສສ ຫວຽດນາມຫວຽດນາມຄົບຮອບ 73 ປີ

11:02 | 10/09/2018

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ຢູ່ ທີ່ຫ້ອງປະຊຸມຂອງໂຮງຮຽນ ການເມືອງ-ການປົກຄອງແຂວງ ສະຫວັນນະເຂດ ໄດ້ຈັດໃຫ້ມີພິທີ ປາຖະກະຖາວັດຊາດ ສສ ຫວຽດ ນາມ ຄົບຮອບ 73 ປີ (2.9.1945 -2.9.2018) ໂດຍເປັນປະທານ ຂອງທ່ານ ແກ້ວອຸດອນ ແກ້ວ ດວງດີ ຮອງຄະນະໂຄສະນາອົບ ຮົບແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາການ ປກຊ-ປກສ ແຂວງ, ພະແນກການອ້ອມ ຂ້າງແຂວງ, ອົງການຈັດຕັ້ງມະ ຫາຊົນ, ພະນັກງານລັດຖະກອນ, ຄູ-ອາຈານ ແລະນັກສຶກສາຈາກມະ ຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລຕ່າງໆກໍ່ເຂົ້າຮ່ວມນຳ.

ພິທີປາຖະກະຖາວັນຊາດ ສສ ຫວຽດນາມຫວຽດນາມຄົບຮອບ 73 ປີ

ທ່ານ ແກ້ວອຸດອນ ແກ້ວດວງດີ ຮອງຄະນະໂຄສະນາອົບ ຮົບແຂວງສະຫວັນນະເຂດ.


ໃນພິທີ, ທ່ານ ແກ້ວອຸດອນ ແກ້ວດວງດີ ແມ່ນໄດ້ຜ່ານເອກະ ສານວັນສຳຄັນດັ່ງກ່າວ ເຊິ່ງຍົກ ໃຫ້ເຫັນໄລຍະການຕໍ່ສູ້ຍາດເອົາ ນຳນາດການປົກຄອງ (1930-1945), ໄລຍະປົກປັກຮັກສາ ແລະຂະຫຍາຍໝາກຜົນຂອງ ການປະຕິວັດເດືອນສິງຫາ, ດຳ ເນີນການຕໍ່ສູ້ປົດປ່ອຍຊາດ, ທ້ອນ ໂຮມປະເທດຊາດເປັນເອກະພາບ (1945-1975), ໄລຍະການ ຕໍ່ສູ້ສັງຄົມນິຍົມ, ປະຕິບັດພາລະ ກິດປ່ຽນແປງໃຫມ່, ກໍ່ສ້າງລັດທິສັງນິຍົມຢູ່ຫວຽດນາມ(1975 ເປັນຕົ້ນມາ), ການພົວພັນຮ່ວມມື, ຄວາມສາມັກຄີພິເສດລາວ- ຫວຽດນາມ.

ພິທີປາຖະກະຖາວັນຊາດ ສສ ຫວຽດນາມຫວຽດນາມຄົບຮອບ 73 ປີ

ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາປັນຍາຊົນຜູ້ກ້າວໜ້າເຂົ້າຮ່ວມ.

ນີ້ກໍ່ເພື່ອເຮັດໃຫ້ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ຄູ-ອາຈານ, ນັກຮຽນ-ນັກສຶກສາປັນຍາຊົນຜູ້ກ້າວໜ້າ ໄດ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວັນສຳ ຄັນດັ່ງກ່າວຂອງອ້າຍນ້ອງຫວຽດ ນາມ ແລະເພື່ອເປັນການເກັບກຳ ເອົາແບບແຜນການຕໍ່ສູ້ປະຕິວັດ ນໍ້າໃຈຮັກຊາດ ຮັກບ້ານເກີດເມືອງ ນອນຂອງປະຊາຊົນຫວຽດນາມ ທີ່ຍາມໃດກໍ່ເຫັນຜົນປະໂຫຍດ ຂອງສ່ວນລວມ, ສະຫຼະໄດ້ແມ່ນ ແຕ່ຊີວິດເພື່ອປົກປັກຮັກສາປະ ເທດຊາດໄວ້, ນອກຈາກນັ້ນ, ຍັງ ເປັນການຮຽນເອົາການແບບຢ່າງ ພັດທະນາປະເທດຊາດບໍ່ວ່າຈະ ເປັນດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະການພົວພັນກັບ ຕ່າງປະເທດຂອງອ້າຍນ້ອງລາວ -ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.