ນຳໃຊ້ທ່າແຮງຈາກບັນດາ FTA ສໍາລັບຂະແໜງຕໍ່າແຜ່ນຕັດຫຍິບຂອງຫວຽດນາມ

11:31 | 13/02/2020

ຍສໝ - ໄລ່ຮອດໝົດປີ 2019, ຫວຽດນາມ ໄດ້ມີສັນຍາ FTA 12 ສະບັບມີຜົນສັກສິດ, ສັນຍາ FTA ໜຶ່ງສະບັບໄດ້ຮັບການລົງນາມ (ສັນຍາການຄ້າເສລີຫວຽດນາມ-ອີຢູ) ແລະມີສັນຍາ FTA ສາມສະບັບພວມໃນວິວັດການເຈລະຈາກັບ 57 ຄູ່ຮ່ວມມືການຄ້າໃນໂລກ.

ນຳໃຊ້ທ່າແຮງຈາກບັນດາ FTA ສໍາລັບຂະແໜງຕໍ່າແຜ່ນຕັດຫຍິບຂອງຫວຽດນາມ

ພາບປະກອບ

ສະເພາະປີ 2018, ວົງເງິນສົ່ງອອກກຸ່ມບັນດາຜະລິດຕະພັນຕໍ່າແຜ່ນຕັດຫຍິບຂອງຫວຽດນາມ ໄດ້ເພີ່ມ 13,85% ເມື່ອທຽບໃສ່ປີ 2017, ຂຶ້ນເຖິງ 36,2 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ໃນໂລກ, ຖັດຈາກຈີນ ແລະອິນເດຍ. ໄລ່ຮອດໝົດປີ 2019, ຫວຽດນາມ ໄດ້ມີສັນຍາ FTA 12 ສະບັບມີຜົນສັກສິດ (ໃໝ່ທີ່ສຸດແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ - CPTPP ແລະສັນຍາການຄ້າເສລີອາຊຽນ-ຮົ່ງກົງ, ຈີນ), ສັນຍາ FTA ໜຶ່ງສະບັບໄດ້ຮັບການລົງນາມ (ສັນຍາການຄ້າເສລີຫວຽດນາມ-ອີຢູ) ແລະມີສັນຍາ FTA ສາມສະບັບພວມໃນວິວັດການເຈລະຈາກັບ 57 ຄູ່ຮ່ວມມືການຄ້າໃນໂລກ.

ປຶ້ມຄູ່ມືວິສາຫະກິດ “ສັງລວມຄໍາໝັ້ນສັນຍາໃນບັນດາສັນຍາການຄ້າເສລີ (FTA) ສໍາລັບຂະແໜງຕໍ່າແຜ່ນຕັດຫຍິບ” ສະຫຼຸບໂດຍຫຍໍ້ກ່ຽວກັບບັນດາຄໍາໝັ້ນສັນຍາພື້ນຖານກ່ຽວກັບພາສີອາກອນ ແລະຫຼັກເກນຕົ້ນກຳເນີດທີ່ກ່ຽວຂ້ອງເຖິງຜະລິດຕະພັນຕໍ່າແຜ່ນຕັດຫຍິບ ໃນສັນຍາ FTA 14 ສະບັບທີ່ຫວຽດນາມ ໄດ້ລົງນາມ ຫຼືສໍາເລັດການເຈລະຈາ ແລະບາງຂໍ້ມູນທີ່ກ່ຽວຂ້ອງໃນບັນດາສັນຍາ FTA ພວມເຈລະຈາ, ລວມມີ: ບັນດາຄໍາໝັ້ນສັນຍາຫຼຸດຜ່ອນພາສີອາກອນ, ຫຼັກເກນຕົ້ນກຳເນີດຂອງສິນຄ້າ, ແບບ C/O.

ຕະຫຼາດສົ່ງອອກຕົ້ນຕໍຂອງຂະແໜງຕໍ່າແຜ່ນຕັດຫຍິບຫວຽດນາມ ແມ່ນ ອາເມລິກາ, ອີຢູ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ບາງຕະຫຼາດຕ່າງໆ, ຄື: ອາຊຽນ, ຈີນ ພວມມີລະດັບການເຕີບໂຕທີ່ໜ້າຮັບຮູ້. ນອກຈາກອາເມລິກາ, ບັນດາຕະຫຼາດໃຫຍ່ ແລະຄວາມສາມາດບົ່ມຊ້ອນຂອງການສົ່ງອອກຕໍ່າແຜ່ນຕັດຫຍິບຫວຽດນາມ ເກືອບທັງໝົດລ້ວນແຕ່ແມ່ນບັນດາຕະຫຼາດ ເຊິ່ງຫວຽດນາມ ພວມ ແລະໃກ້ຈະມີສັນຍາການຄ້າເສລີ (FTA).

(ໄຊພອນ)

ເຫດການ
302 Found

Found

The document has moved here.