ຫວຽດນາມ ປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດຢ່າງເຂັ້ມງວດ

17:15 | 10/07/2019

ທີ່ກອງປະຊຸມຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກກວດກາປະຈຳໄລຍະກ່ຽວກັບສິດທິມະນຸດຮອບທີ 3 ຢູ່ ສະຫະປະຊາຊາດ, ຕົ້ນເດືອນກໍລະກົດຜ່ານມາ, ຫວຽດນາມ ໄດ້ກວດກາຄືນ ແລະ ແຈ້ງໃຫ້ຊາບວ່າ ຈະປະຕິບັດ 241 ໃນຈຳນວນ 291 ຂໍ້ສະເໜີແນະເຊິ່ງບັນດາປະເທດໄດ້ຍົກອອກມາ, ບັນລຸອັດຕາເກືອບ 83%.

ຫວຽດນາມ ປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດຢ່າງເຂັ້ມງວດ

ພາບປະກອບ

ຕົ້ນເດືອນ ກໍລະກົດ 2019, ຢູ່ ເຊີແນວ ປະເທດ ສະວິດ, ໃນຂອບເຂດກອງປະຊຸມຄັ້ງທີ 41 ສະພາສິດທິມະນຸດ ສປຊ ໄດ້ດໍາເນີນກອງປະຊຸມຜ່ານບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກສໍາຫຼວດກວດກາປະຈໍາໄລຍະ (UPR) ຮອບວຽນທີ 3. ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລ ຮວ່າຍ ຈູງ ໄດ້ຢັ້ງຢືນຄືນໃໝ່ກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ໂດຍເລີ່ມມາຈາກມູນເຊື້ອປະຫວັດສາດຂອງຊາດຫວຽດນາມໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ເປົ້າໝາຍລຸລ່ວງຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືປະຊາຊົນເປັນໃຈກາງ ໃນທຸກນະໂຍບາຍ ແລະ ການກະທໍາ.

ການຮັບປະກັນບັນດາສິດພົນລະເຮືອນ, ການເມືອງຂອງຫວຽດນາມ, ກ່ອນອື່ນໝົດ ແມ່ນໄດ້ສະແດງອອກຜ່ານການປ່ອນບັດເລືອກຕັ້ງ ແລະ ການອອກສະໝັກເລືອກຕັ້ງ. ປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ມີສະມາຊິກສະພາແຫ່ງຊາດ 86 ຄົນ ແມ່ນຊາວເຜົ່າສ່ວນໜ້ອຍ, ມີສະມາຊິກສະພາແຫ່ງຊາດຍິງ 133 ຄົນ, ມີສະມາຊິກສະພາແຫ່ງຊາດ 21 ຄົນບໍ່ແມ່ນສະມາຊິກພັກ. ເປັນຄັ້ງທໍາອິດ, ທີ່ ຫວຽດນາມ ມີປະທານສະພາແຫ່ງຊາດເປັນເພດຍິງ. ການເຄື່ອນໄຫວຂອງ ສະພາແຫ່ງຊາດ ໃນຊຸມປີຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງລັກສະນະປະຊາທິປະໄຕ, ກົງໄປກົງມາ, ປ່ຽນແປງໃໝ່ຕາມທິດປະຕິບັດກົນໄກ “ຄວບຄຸມ” ສິດອໍານາດໃຫ້ເປັນຢ່າງດີ. ສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ ແລະ ສິດຂອງບັນດາຊົນເຜົ່າສ່ວນໜ້ອຍ ນັບມື້ນັບໄດ້ຮັບການຮັບປະກັນເປັນຢ່າງດີກວ່າ. ພົ້ນເດັ່ນແມ່ນ ກົດໝາຍວ່າດ້ວຍການເຫຼື້ອມໃສ, ເຊື່ອຖືສາສະໜາ ມີຜົນສັກສິດນັບແຕ່ປີ 2018, ໄດ້ເປີດກວ້າງເປົ້າໝາຍໄດ້ຮັບການປະກັນສິດເຫຼື້ອມໃສ, ເຊື່ອຖືສາສະໜາໃຫ້ແກ່ພົນລະເມືອງແຕ່ລະຄົນ ແລະ ທັງຊາວຕ່າງປະເທດ ທີ່ພັກ, ອາໄສຢູ່ຫວຽດນາມ ອີກດ້ວຍ.

ເລື່ອງຮັບປະກັນສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ກໍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກພັກ ແລະ ລັດຫວຽດນາມ. ປັດຈຸບັນ, ຫວຽດນາມ ມີອົງການສື່ມວນຊົນເປັນຈໍານວນຫຼວງຫຼາຍ, ລວມມີ 858 ອົງການສື່ສິ່ງພິມ, 105 ໜັງສືພິມເອເລັກໂຕນິກ; 207 ເວັບໄຊຂໍ້ມູນຂ່າວສານສັງລວມ. ກົດໝາຍວ່າດ້ວຍຄວາມປອດໄພທາງເຄືອຂ່າຍອິນເຕີແນັດທີ່ມີຜົນສັກສິດແຕ່ປີ 2019 ນັ້ນ ໄດ້ຮັບປະກັນສະພາບແວດລ້ອມແຫ່ງຄວາມປອດໄພຂອງອິນເຕັດແນັດ, ສື່ສັງຄົມອອນລາຍ ໃຫ້ບັນດາອົງການລັດ, ວິສາຫະກິດ ແລະ ປະຊາຊົນ. ປັດຈຸບັນ, ຫວຽດນາມ ມີປະຊາຊົນ 35 ລ້ານຄົນ ເປັນສະມາຊິກຂອງ Facebook; ໃນນັ້ນ 21 ລ້ານຄົນແມ່ນຫຼີ້ນໃນແຕ່ລະວັນ ຜ່ານອຸປະກອນມືຖື. ຕາມການຕີລາຄາຂອງຫຼາຍອົງການຈັດຕັ້ງສາກົນແລ້ວ, ຫວຽດນາມ ມີລະດັບການຂະຫຍາຍຕົວທາງອິນເຕີແນັດໄວທີ່ສຸດໃນພາກພື້ນ ແລະ ແມ່ນປະເທດມີຈໍານວນຜູ້ນໍາໃຊ້ສື່ສັງຄົມອອນລາຍໃຫຍ່ອັນດັບທີ 3 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ດ້ວຍເລື່ອງເຄົາລົບ ແລະ ຮັບປະກັນສິດທິມະນຸດໃນຕົວຈິງ ພ້ອມກັບສະພາບແວດລ້ອມທໍາມະຊາດທີ່ສວຍສົດງົດງາມ, ລະບອບການເມືອງສີວິໄລ, ມີວັດທະນະທໍາທີ່ເປັນເອກະລັກສະເພາະ, ສັງຄົມມີສະຖຽນລະພາບ, ຊາວຫວຽດນາມມີຄວາມເປັນມິດສະໜິດສະໜົມ, ເປີດອົກເປີດໃຈ, ອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນໃນເວທີສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.